Home ຂ່າວຕ່າງປະເທດ CMG ໄດ້ຮັບການເຊື້ອເຊີນຢ່າງເປັນທາງການ ເປັນອົງການຖ່າຍທອດສົດງານມະຫະກຳກິລາໂອລິມປິກປາຣີ

CMG ໄດ້ຮັບການເຊື້ອເຊີນຢ່າງເປັນທາງການ ເປັນອົງການຖ່າຍທອດສົດງານມະຫະກຳກິລາໂອລິມປິກປາຣີ

0

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ວັນທີ 6 ພຶດສະພານີ້, ບໍລິສັດໃຫ້ບໍລິການຖ່າຍທອດສົດ ງານກິລາໂອລິມປິກ ຂອງຄະນະກຳມະການໂອລິມປິກສາກົນ ຫລື OBS ແລະ ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG ໄດ້ເຊັນບົດບັນທຶກຊ່ວຍຈຳ ການຮ່ວມມືໂດຍ CMG ໄດ້ຮັບການເຊື້ອເຊີນຢ່າງເປັນທາງການ ເປັນອົງການຖ່າຍທອດສົດ ງານມະຫະກຳກິລາໂອລິມປິກປາຣີ.

ສອງຝ່າຍຍັງຈະສ້າງກົນໄກຮ່ວມມືໄລຍະຍາວ, ຮ່ວມກັນຊຸກຍູ້ການ ເຜີຍແຜ່ຈິດໃຈໂອລິມປິກຢ່າງກວ້າງຂວາງ. ທ່ານ ໂທມັສ ບາກ ປະທານ ຄະນະກຳມະການໂອລິມປິກສາກົນ, ທ່ານ ເຊີ້ນໄຫສົງ ຮອງຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກກອມມູນິດຈີນ, ຜູ້ອຳນວຍການວິທະຍຸ- ໂທລະພາບສູນກາງຈີນ ໄດ້ເປັນສັກຂີພິຍານຕໍ່ການເຊັນສັນຍາຄັ້ງນີ້.

ທ່ານ ໂທມັສ ບາກ ກ່າວວ່າ: CMG ແມ່ນໜຶ່ງໃນບັນດາຄູ່ຮ່ວມສື່ມວນຊົນ ສຳຄັນທີ່ສຸດຂອງຄະນະກຳມະການໂອລິມປິກສາກົນຢູ່ໃນໂລກ. ຫວັງວ່າ ຜ່ານການບໍລິການທາງດ້ານການຊົມ ແລະ ຟັງກ່ຽວກັບການແຂ່ງຂັນ ກິລາໂອລິມປິກ ທີ່ຍອດຢ້ຽມຂອງ CMG ຈະສະແດງໃຫ້ຜູ້ຊົມຢູ່ໃນໂລກ ໂດຍສະເພາະແມ່ນຜູ້ຊົມທີ່ເປັນໄວໜຸ່ມໄດ້ເຫັນສະເໜ່ອັນພິເສດຂອງ ປະເພດກິລາເຫລົ່ານີ້, ເຮັດໃຫ້ຄ່ານິຍົມໂອລິມປິກທີ່ດີເດັ່ນ, ມີໄມຕີຈິດ ມິດຕະພາບ ແລະຄວາມເຄົາລົບນັບຖືເຊື່ອມຊຶມເຂົ້າສູ່ຈິດໃຈຂອງຊາວໂລກ ໂດຍບໍ່ມີພົມແດນ.

ທ່ານນາງ ຊີງໂປ ຮອງຜູ້ອຳນວຍການ CMG, ທ່ານ ຢວີໄຈ້ຊິ່ງ ກຳມະການ ຄະນະກຳມະການໂອລິມປິກສາກົນ ແລະ ທ່ານ ອື່ນໆໄດ້ເຂົ້າຮ່ວມກິດຈະກຳ ດັ່ງກ່າວ. ອີງຕາມບົດບັນທຶກຊ່ວຍຈຳດັ່ງກ່າວ, ສອງຝ່າຍຈະຄົ້ນຄວ້າ ສະແຫວງຫາການສ້າງກົນໄກຮ່ວມມືໄລຍະຍາວ, ດຳເນີນການຮ່ວມມື ຢ່າງເລິກເຊິ່ງໃນຫລາຍດ້ານເຊັ່ນ: ການປະດິດສ້າງໃໝ່ດ້ານເຕັກນິກການ ຜະລິດ ແລະ ຖ່າຍທອດສົດລາຍການແຂ່ງຂັນກິລາຂະໜາດໃຫຍ່, ການ ອົບຮົມສ້າງບຸຄະລາກອນ, ການສ້າງຕັ້ງເວທີ ແລະ ດ້ານອື່ນໆ, ເພື່ອສະ ແຫວງຫາການນຳໃຊ້ເຕັກນິກໃໝ່ ແລະ ການຫັນປ່ຽນໝາກຜົນດ້ານ ການຄົ້ນຄວ້າວິທະຍາສາດຢ່າງຕັ້ງໜ້າ, ຊຸກຍູ້ການເຜີຍແຜ່ຈິດໃຈ ແລະ ວັດທະນະທຳໂອລິມປິກຢ່າງກວ້າງຂວາງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version