Home ຂ່າວໜ້າໜຶ່ງ ປະທານປະເທດ ສໍາເລັດການຢ້ຽມຢາມລັດຖະກິດ ຣາຊະອານາຈັກ ກຳປູເຈຍ

ປະທານປະເທດ ສໍາເລັດການຢ້ຽມຢາມລັດຖະກິດ ຣາຊະອານາຈັກ ກຳປູເຈຍ

0

ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນຂອງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ເດີນທາງ ຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກຳປູເຈຍ, ໃນລະຫວ່າງວັນທີ 4-5 ພຶດສະພາ 2023.

ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ, ນຳໂດຍ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງນະຄອນຫລວງພະນົມເປັນ ໃນວັນທີ 4 ພຶດສະພາ 2023 ແລະ ໄດ້ມີພິທີຕ້ອນ ຮັບຢ່າງເປັນທາງການ ແລະ ສົມກຽດໂດຍ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ທີ່ ພະລາດຊະວັງ. ຫລັງສຳເລັດພິທີຕ້ອນຮັບຢ່າງເປັນທາງການ ກໍໄດ້ມີການພົບປະລະຫວ່າງ ສອງປະມຸກລັດ ລາວ-ກຳປູເຈຍ. ໃນການພົບປະຄັ້ງນີ້, ພະນະ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ດ້ວຍນ້ຳໃຈໄມຕີຈິດ ມິດຕະພາບອັນ ປະທັບໃຈ ແລະ ສະແດງຄວາມຂອບໃຈຕໍ່ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ທີ່ໄດ້ ໃຫ້ການເຊື້ອເຊີນມາຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ ເປັນຄັ້ງທຳອິດ ພາຍຫລັງໄດ້ຮັບຕຳແໜ່ງປະທານປະເທດ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນ ລະຫວ່າງ ສອງປະເທດ ລາວ-ກຳປູເຈຍ ໃນຖານະເປັນເພື່ອນມິດສະໜິດສະໜົມ ເປັນບ້ານໃກ້ເຮືອນຄຽງ ບ້ານພີ່ເມືອງນ້ອງ ບ້ານແກ່ວ ເມືອງດອງ ແລະ ມີຮີດຄອງປະເພນີຄ້າຍຄືກັນ ທີ່ມີມູນເຊື້ອແຫ່ງການພົວພັນອັນດີງາມມາແຕ່ບູຮານນະການ. ພ້ອມນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນອັນດີຖານອ້າຍນ້ອງທີ່ມີມູນເຊື້ອ ລະຫວ່າງ ສອງປະເທດ ແລະ ປະຊາຊົນ ສອງຊາດ ລາວ ແລະ ກຳປູເຈຍ ແລະ ມີຄວາມເຂົ້າອົກເຂົ້າໃຈກັນສູງຕໍ່ການພົວພັນສອງຝ່າຍບໍ່ວ່າໃນໄລຍະ ຕໍ່ສູ້ກູ້ຊາດ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ; ສອງຝ່າຍ ຍັງໄດ້ເນັ້ນຢໍ້າຄວາມສຳຄັນໃນການຍົກລະດັບ ສາຍພົວພັນລະຫວ່າງສອງປະເທດ ລາວ-ກຳປູເຈຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2019 ຜ່ານມາ.

ການພົບປະຄັ້ງນີ້, ເປັນພື້ນຖານອັນໜັກແໜ້ນຕໍ່ການເພີ່ມທະວີ ສາຍພົວພັນຮອບດ້ານ ລະຫວ່າງ ສອງປະເທດ ກໍຄື ປະຊາຊົນສອງຊາດ. ໃນຕອນທ້າຍ, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ເຊື້ອເຊີນ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ສະເດັດຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ ເພື່ອເປັນການປະກອບສ່ວນ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ລະຫວ່າງ ສອງປະເທດໃນໄລຍະໃໝ່ໃຫ້ນັບມື້ ນັບຂະຫຍາຍຕົວຍິ່ງໆຂຶ້ນ.

ໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ນໍາພາຄະນະເຂົ້າວາງພວງມາລາທີ່ ອະນຸສາວະລີເອກະລາດ ແລະ ອະນຸສາອະລີ ພະບາດສົມເດັດ ໂນໂຣດົມ ສີຫານຸ.

ໃນວັນດຽວກັນນີ້ ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ພົບປະກັບ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ສົມເດັດ ວິບູນ ເສນາ ແພະກະໄດ ຊາຍ ຊຸມ, ປະທານສະພາສູງ ແຫ່ງ ຣາຊະອານາ ຈັກກຳປູເຈຍ. ໃນໂອກາດ ພົບປະຄັ້ງນີ້, ສອງຝ່າຍໄດ້ແຈ້ງສະພາບການໂດຍຫຍໍ້ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃຫ້ກັນຊາບ, ສະແດງຄວາມຊົມເຊີຍຕໍ່ການຮ່ວມມືທີ່ມີຜົນສຳເລັດໃນໄລຍະຜ່ານມາ ໂດຍສະເພາະພາຍຫລັງການຍົກລະດັບສາຍພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ, ໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ກັບສະພາບການຢູ່ ໃນພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມມກັນ. ໃນຕອນຄໍ່າຂອງວັນດຽວກັນ, ທີ່ພະລາດຊະວັງ, ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ກໍໄດ້ເປັນເຈົ້າພາບຈັດງານລ້ຽງອາຫານຄໍ່າເພື່ອເປັນກຽດແກ່ ພະນະທ່ານປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມທາງລັດຖະກິດ ຣາຊະອານາຈັກ ກໍາປູເຈຍ.

ສຳລັບວັນທີ 5 ພຶດສະພາ 2023, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງໄປສະໜາມກິລາ ມໍລະດົກ ເຕໂຈ ແຫ່ງຊາດກຳປູເຈຍ ນະຄອນຫລວງພະນົມເປັນ ເພື່ອຢ້ຽມຢາມ ແລະ ໃຫ້ກຳລັງໃຈນັກກິລາລາວ ທີ່ເຂົ້າຮ່ວມການແຂ່ງຂັນ ກິລາຊີເກມ ຄັ້ງທີ 32 ແລະ ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການເຄື່ອນໄຫວ ຂອງຄະນະນຳ ແລະ ນັກກິລາ ໃນການແຂ່ງຂັນ ແລະ ຝຶກຊ້ອມ. ໂອກາດນີ້ ພະນະທ່ານ ປະທານປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຄະນະນຳ ກໍຄື ນັກກິລາ ທີມຊາດລາວ, ພິເສດບັນດາຄູຝຶກຕ່າງປະເທດ ແລະ ນັກກິລາ ເຊື້ອຊາດລາວ ທີ່ຢູ່ຕ່າງປະເທດ ກໍໄດ້ມາເຂົ້າຮ່ວມກັບນັກກິລາ ທີມຊາດລາວ ໃນການແຂ່ງຂັນກິລາຊີເກມຄັ້ງນີ້.

ຈາກນັ້ນ, ຕອນຄໍ່າຂອງວັນດຽວກັນ ພະນະທ່ານ ທອງລຸນ ສີສຸລິດ ກໍໄດ້ເຂົ້າຮ່ວມພິທີ ເປີດງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ກຳປູເຈຍໄດ້ກຽດເປັນເຈົ້າພາບ ຢູ່ສະຫນາມກິລາແຫ່ງຊາດ ກຳປູເຈຍ ທ່າມກາງຜູ້ຊົມເຂົ້າຮ່ວມ 75.000 ຄົນ, ງານກິລາຊີເກມຄັ້ງນີ້ ໄດ້ແຂ່ງຂັນໃນລະຫວ່າງວັນທີ 5-17 ພຶດສະພາ 2023 ມີຊີງໄຊທັງໝົດ 584 ຫລຽນຄຳ ໃນ 36 ປະເພດກິລາ, ມີນັກກິລາເຂົ້າຮ່ວມຊີງໄຊກວ່າ 6.000 ຄົນ. ສະເພາະ ສປປ ລາວ ສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ 576 ຄົນ ໃນ 32 ປະເພດກິລາ ໂດຍຕັ້ງເປົ້າສູ້ ຊົນຍາດໃຫ້ໄດ້ 5 ຫລຽນຄຳ, ສ່ວນຫລຽນເງິນ ແລະ ຫລຽນທອງ ແມ່ນໃຫ້ໄດ້ຫລາຍກວ່າຄັ້ງທີ່ຜ່ານມາ.

ຂ່າວ-ພາບ: ອ່າຍຄຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version