Home ຂ່າວກິລາ ການແຂ່ງຂັນກິລາ KUN BOKATOR ປະເພດຟ້ອນ

ການແຂ່ງຂັນກິລາ KUN BOKATOR ປະເພດຟ້ອນ

0

ທັບນັກກິລາລາວ ຄວ້າໄດ້ 1 ຫລຽນຄຳ ແລະ 3 ຫລຽນທອງ.​ ໃນນັ້ນ,​ປະກອບມີ ຫລຽນຄຳ ປະເພດ MEN SINGGLE BARE HAND FORM ຈາກທ້າວ ກອງເງີນ ອິນທິສານ; ຫລຽນທອງ​ 3 ຫລຽນ ມີຄື ປະເພດ MEN SINGGLE BAMBOO SHIELD FORM ຈາກ ທ້າວ ອານຸສອນ ວັນນະລາດ; ປະເພດ MEN SINGGLE BOKATOR SPIRIT FORM ຈາກ ທ້າວ ກິດສິຊິນ ອິນທະວົງ ແລະ ປະເພດ WOMEN SINGGLE BARE SHIELD FORM ຈາກ ນາງ ສົມຫວັງ ທະນີແສງ.

ທ່ານ ນາງ ຂັນທະລີ ສິຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ມອບເງິນສະໜັບສະໜູນ ໃຫ້ນັກກິລາທີ່ສາມາດຍາດໄດ້ຫລຽນ ປະກອບມີ ຫລຽນຄຳ 10 ລ້ານກີບ, ຫລຽນທອງ​ ຄົນລະ 4 ລ້ານກີບ.

ຮູບຈາກ: ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version