Home ຂ່າວການເມືອງ ແລກປ່ຽນບົດຮຽນກ່ຽວກັບສິ່ງທ້າທາຍໃນການປະຕິບັດມາດຖານສາກົນ ດ້ານການລາຍງານການເງິນ

ແລກປ່ຽນບົດຮຽນກ່ຽວກັບສິ່ງທ້າທາຍໃນການປະຕິບັດມາດຖານສາກົນ ດ້ານການລາຍງານການເງິນ

0

ສະຫະພັນນັກບັນຊີອາຊຽນ (AFA) ຮ່ວມກັບສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (LCPAA) ຈັດກອງປະຊຸມວິຊາການ ແລກປ່ຽນຄໍາຄິດ ຄໍາເຫັນກ່ຽວກັບສິ່ງທ້າທ້າຍໃນການຈັດຕັ້ງປະຕິບັດມາດ ຖານສາກົນດ້ານການລາຍງານການເງິນ (IFRS) ປີ 2023 ໂດຍສະເພາະບັນດາປະເທດອານຸພາກພື້ນລຸ່ມແມ່ນໍ້າ ຂອງ (CLMV ສປປ ລາວ, ກຳປູເຈຍ, ມຽນມາ, ສສ ຫວຽດ ນາມ) ໃນວັນທີ 28 ເມສາ 2023 ຜ່ານມານີ້, ທີ່ນະຄອນຫລວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມເປີດກອງປະຊຸມຂອງ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີປະທານສະຫະພັນນັກບັນຊີອາຊຽນ, ປະທານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ສປປ ລາວ, ຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ, ຕາງໜ້າທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ພ້ອມດ້ວຍນັກຊ່ຽວຊານທີ່ມາຈາກກໍາປູເຈຍ, ລາວ, ມຽນມາ ແລະ ສສ ຫວຽດ ນາມເຂົ້າຮ່ວມ.

ກອງປະຊຸມ ໄດ້ຮ່ວມກັນແລກປ່ຽນບົດຮຽນຄໍາຄິດຄໍາເຫັນ, ຂໍ້ມູນຂ່າວສານ, ປະສົບການ ແລະ ເປັນເວທີສົນທະນາບັນຫາກ່ຽວກັບສິ່ງທ້າທ້າຍ ໃນການຈັດຕັ້ງປະຕິບັດມາດຖານສາກົນດ້ານການລາຍງານການເງິນ ປີ 2023 ຂອງບັນດາວິສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາລະນະໃນອາຊຽນ, ສິ່ງທ້າທາຍໃນການຈັດ ຕັ້ງປະຕິບັດ IFRS ສໍາລັບວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ຫລື SMEs ໃນອາຊຽນ. ພ້ອມກັນນີ້, ໄດ້ຍົກບາງບັນຫາມານໍາສະເໜີກ່ຽວພັນກັບພາກສ່ວນຄຸ້ມຄອງ ແລະ ຈັດຕັ້ງປະຕິບັດມາດຕະຖານການລາຍງານການເງິນຫລ້າສຸດຂອງ ບັນດາປະເທດລຸ່ມແມ່ນໍ້າຂອງ ເປັນຕົ້ນ ກ່ຽວກັບການປະເມີນໃນການຂ້າມຜ່ານສູ່ການຈັດ ຕັ້ງປະຕິບັດ IFRS ຢູ່ສປປ ລາວ ກໍຄື ບົດຮຽນຂອງພາກພື້ນ ແລະ ສາກົນ.

ໂອກາດນີ້, ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມຂອງການພັດທະນາວິຊາຊີບບັນຊີໃນອາຊຽນ ໃຫ້ມີຄຸນນະພາບທີ່ສູງຂຶ້ນ, ຖືເປັນການສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມອາຊຽນ. ປັດຈຸບັນ ສປປ ລາວ ມີສາຫະກິດທີ່ຮັບໃຊ້ຜົນປະ ໂຫຍດສາທາ ລະນະທັງໝົດ 77 ຫົວໜ່ວຍ. ໃນນັ້ນ, ປະກອບດ້ວຍບັນດາທະນາຄານທຸລະກິດ 44 ຫົວໜ່ວຍ, ບໍ ລິສັດທີ່ຈົດ ທະບຽນໃນຕະຫລາດຫລັກຊັບ 11 ຫົວໜ່ວຍ ແລະ ບໍລິສັດປະກັນໄພ 23 ຫົວໜ່ວຍ ແລະ ກອງປະຊຸມຄັ້ງນີ້ ຫວັງວ່າສະມາຊິກສະພາວິຊາຊີບນັກບັນຊີ ແລະ ນັກກວດສອບລາວເປັນເຈົ້າການແລກປ່ຽນປະສົບການ ແລະ ບົດຮຽນຕົວຈິງ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດມາດຖານສາກົນດ້ານການລາຍງານການເງິນ ໃຫ້ມີປະສິດທິຜົນສູງສຸດ.

ຂ່າວ-ພາບ: ກະຊວງການເງິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version