Home ຂ່າວຕ່າງປະເທດ ຣັດເຊຍ ຈະສົ່ງນໍ້າມັນໃຫ້ກຸ່ມປະເທດທີ່ເປັນມິດ

ຣັດເຊຍ ຈະສົ່ງນໍ້າມັນໃຫ້ກຸ່ມປະເທດທີ່ເປັນມິດ

0

ສຳນັກຂ່າວຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ອະນຸມັດຈັດສົ່ງ ນໍ້າມັນ ແລະ ຜະລິດຕະພັນນໍ້າມັນໃຫ້ແກ່ກຸ່ມປະເທດທີ່ເປັນມິດ ພາຍໃຕ້ສັນຍາທີ່ລົງນາມ ກ່ອນວັນທີ 1 ກຸມພາໃນປີນີ້. ໂດຍມີຜົນບັງຄັບໃຊ້ ນັບແຕ່ວັນທີ 28 ເມສາ ຜ່ານມາ ແລະ ໄດ້ແກ້ໄຂກົດລະບຽບ ໃນສະບັບກ່ອນໜ້ານີ້ ທີ່ທ່ານ ວາລາດີເມຍ ປູຕິນ ລົງນາມ ເມື່ອທ້າຍປີ 2022 ກ່ຽວກັບ ການສັ່ງຫ້າມ ຈັດຫານໍ້າມັນ ແລະ ຜະລິດຕະພັນ ນໍ້າມັນຂອງ ຣັດເຊຍ ໃຫ້ແກ່ຕ່າງປະເທດ ຖ້າຫາກ ສັນຍາ ຂອງ ພວກເຂົາ ມີການ ຕັ້ງເພດານ ລາຄາ ຕາມທີ່ກຳນົດ ໂດຍກຸ່ມປະເທດ ຕາເວັນຕົກ. ເມື່ອເດືອນທັນວາ ປີ 2022, ສະຫະພາບ ເອີຣົບ (EU) ກຸ່ມປະເທດຈີ 7 (G7) ແລະ ອົດສະຕຣາລີ ໄດ້ມີ ມະຕິກຳນົດ ເພດານ ລາຄາ ນໍ້າມັນດີບ ຂອງຣັດເຊຍ ທີ່ຂົນສົ່ງທາງທະເລ ໃຫ້ຢູ່ໃນລາຄາ 60 ໂດລາສະຫະລັດ ຕໍ່ຖັງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version