Home ຂ່າວກິລາ ສປປ ລາວ ຕັ້ງເປົ້າຈະສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 5 ຫຼຽນຄຳ ໃນຊີເກມ ຄັ້ງທີ 32

ສປປ ລາວ ຕັ້ງເປົ້າຈະສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 5 ຫຼຽນຄຳ ໃນຊີເກມ ຄັ້ງທີ 32

0

ສປປ ລາວ ຈະສົ່ງທັບນັກກິລາເຂົ້າຮ່ວມທັງໝົດ 576 ຄົນ, ຍິງ 131 ຄົນ ໃນ 35 ປະເພດ ໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ຫຼື “ພະນົມເປັນ ເກມ 2023” ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ລະຫວ່າງວັນທີ 5-17 ພຶດສະພາ 2023 ພ້ອມຕັ້ງເປົ້າຈະພະຍາຍາມສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 5 ຫຼຽນຄຳ. ຂະນະທີ່ລັດຖະບານ ວາງໂບນັດໃຫ້ນັກກິລາທີ່ມີຜົນງານເດັ່ນຍາດໄດ້ຫຼຽນຄຳ 10 ລ້ານກີບ, ຫຼຽນເງິນ 7 ລ້ານກີບ ແລະ ຫຼຽນທອງ 4 ລ້ານກີບ.

ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານຕໍ່ພິທີສະຫຼຸບຜົນສຳເລັດຂອງທັບນັກກິລາລາວ ໃນງານມະຫະກຳກິລາຊີເກມ ຄັ້ງທີ 31 ທີ່ສສ ຫວຽດນາມ ເປັນເຈົ້າພາບ ເມື່ອ ປີ 2022 ແລະ ພິທີຖະແຫຼງຂ່າວການກຽມຄວາມພ້ອມເຂົ້າຮ່ວມງານມະຫະກຳກິລາ ຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ເມື່ອວັນທີ 21 ເມສາ 2023 ທີ່ມະຫາວິທະຍາໄລແຫ່ງຊາດ ໃຫ້ຮູ້ວ່າ: ສຳລັບງານກິລາ “ພະນົມເປັນ ເກມ 2023” ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ມີການຊີງໄຊທັງໝົດ 46 ປະເພດກິລາ. ໃນນີ້ ສະເພາະ ສປປ ລາວ ຈະສົ່ງທັບນັກກິລາເຂົ້າຮ່ວມທັງໝົດ 576 ຄົນ, ຍິງ 131 ຄົນ ໃນ 35 ປະເພດ. ໃນນັ້ນປະເພດກິລາທີ່ກຸ້ມຕົນເອງດ້ານງົບປະມານ ປະກອບມີ 14 ປະເພດ ຄື: ກິລາບານເຕະ ຍິງ-ຊາຍ, ດອກປີກໄກ່, ເທັນນິດ, ບານສົ່ງຫາດຊາຍ, ກັອບ, ຢີມນາດສະຕິກ, ອີ-ສະປອດ, ຍິງປືນ, ປິ່ງປ່ອງ, ເພາະກາຍ, ກິລາຜ່ານສິ່ງກີດຂວາງ, ຊັອບເທັນນິດ, ບານບ້ວງ ແລະ ຟັນດາບ. ສ່ວນປະເພດກິລາ ທີ່ນຳໃຊ້ງົບປະມານຂອງລັດຖະບານ ປະກອບມີ 21 ປະເພດ ຄື: ເປຕັງ, ບິນລຽດ-ສະນຸກເກີ, ຄິກບັອກຊິ້ງ, ມວຍລາວ, ວູຊູ, ລົດຖີບ, ເທຄວັນໂດ, ມວນສາກົນ, ກະຕໍ້, ປັນຈັກສີລັດ, ຄາຣາເຕໂດ, ຢູໂດ, ມວຍປໍ້າ, ຍິງທະນູ, ແລ່ນ-ລານ, ຍົກນໍ້າໜັກ, ໂວວີນາມ, ລອຍນໍ້າ, ກຸນບັກກະຕໍ, ກຸນຄະແມ ແລະ ໝາກເສີກ.

ຊຶ່ງຈະນຳໃຊ້ງົບປະມານ 14 ຕື້ກີບ ແລະ ນັກກິລາໄດ້ມີການເກັບຕົວຝຶກຊ້ອມ ໃນໄລຍະ 50 ວັນ ພ້ອມຕັ້ງເປົ້າໝາຍຈະພະຍາຍາມສູ້ຊົນຍາດໃຫ້ໄດ້ 5 ຫຼຽນຄຳ ຫຼາຍກວ່າຄັ້ງຜ່ານມາ ໃນການເດີນທາງເຂົ້າຮ່ວມງານດັ່ງກ່າວ ໄດ້ມີການສະເໜີທາງກະຊວງປ້ອງກັນປະເທດ ເພື່ອສະໜັບສະໜູນຍົນເດີນທາງເຂົ້າຮ່ວມ ໃນຈຳນວນ 5 ຖ້ຽວ ແລະ ຈຳນວນໜຶ່ງແມ່ນຈະໄດ້ເດີນທາງດ້ວຍສາຍການບິນລາວ ແອລາຍ, ໃນນັ້ນຫາກວ່ານັກກິລາ ສາມາດສ້າງຜົນງານພົ້ນເດັ່ນ ທາງລັດຖະບານມີໂບນັດໃຫ້ ໂດຍຫຼຽນຄຳ ຈະໄດ້ຮັບເງິນ 10 ລ້ານກີບ, ຫຼຽນເງິນ 7 ລ້ານກີບ ແລະ ຫຼຽນທອງ 4 ລ້ານກີບ.

ຢ່າງໃດກໍຕາມ, ໃນການເຂົ້າຮ່ວມ ພະນົມເປັນ ເກມ 2023 ໄດ້ຮັບການສະໜັບສະໜູນຈາກບໍລິສັດ FBT ຜູ້ຜະລິດ ແລະ ຈຳໜ່າຍເຄື່ອງກິລາຄົບວົງຈອນ ທີ່ປະເທດໄທ ຈຳນວນ 700 ລ້ານກວ່າກີບ, ທະນາຄານສົ່ງເສີມກະສິກຳ 200 ລ້ານກີບ, ທະນາຄານພັດທະນາລາວ ຈຳກັດ 200 ລ້ານກີບ, ທະນາຄານ BIC 100 ລ້ານກີບ ແລະ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ 100 ລ້ານກີບ. ນອກນັ້ນ, ທາງບໍລິສັດ ເບຍລາວ ຈຳກັດ ກໍຍັງສະໜັບສະໜູນຜະລິດຕະພັນທີ່ເປັນເຄື່ອງດື່ມ ໃຫ້ທັບນັກກິລາອີກດ້ວຍ.

ຂ່າວໂດຍ: ສົງການ ພັນແພງດີ

(ພາບປະກອບ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version