Home ຂ່າວໜ້າໜຶ່ງ ຄະນະ​ຜູ້​ແທນ​ຂັ້ນ​ສູງ ລົງຢ້ຽມຢາມ​​ແຂວງ​ຊຽງ​ຂວາງ ເພື່ອຕິດຕາມວຽກງານສົ່ງເສີມສິດທິເດັກ ເເລະ ກະກຽມການສະ​ເຫຼີມ​ສະ​ຫຼອງຄົບຮອບ 50 ປີ ຂອງອົງການຢູນິເຊັບ ໃນ ສປປ ລາວ

ຄະນະ​ຜູ້​ແທນ​ຂັ້ນ​ສູງ ລົງຢ້ຽມຢາມ​​ແຂວງ​ຊຽງ​ຂວາງ ເພື່ອຕິດຕາມວຽກງານສົ່ງເສີມສິດທິເດັກ ເເລະ ກະກຽມການສະ​ເຫຼີມ​ສະ​ຫຼອງຄົບຮອບ 50 ປີ ຂອງອົງການຢູນິເຊັບ ໃນ ສປປ ລາວ

0

ໃນລະ​ຫວ່າງວັນທີ 20 – 22 ເມ​ສາ 2023 ຜ່ານມາ ຄະນະຜູ້ແທນຂັ້ນສູງ ນໍາພາໂດຍ ທ່ານ ນາງ ພອນ​ວັນ ອຸ​ທະ​ວົງ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ແຜນ​ການ​ ແລະ​ ການ​ລົງ​ທືນ, ທ່ານ ນາງ ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າອົງການ ສ​ປ​ຊ ສຳ​ລັບ​ເດັກ ຫລື ຢູນີເຊັບ ປະຈຳ ສປປ ລາວ, ທ່ານ ມາກ ເຮີວາດ, ຮອງຜູ້ອໍານວຍການດ້ານການວິເຄາະຂໍ້ມູນອົງການຢູນີເຊັບ ປະ​ຈຳ​ພາກ​ພື້​ນ, ຜູ້ຕາງຫນ້າກະຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງຈາກສູນກາງ ແລະ ແຂວງ ໄດ້ລົງມາເຮັດວຽກຢູ່ແຂວງຊຽງຂວາງ.

ໃນຕອນແລງຂອງວັນທີ 20 ເມ​ສາ 2023 ຄະນະຜູ້ແທນໄດ້​ເຂົ້າ​ຢ້ຽມ​ຂໍ່ານັບ ແລະ​ ລາຍ​ງານ​ຈຸດ​ປະ​ສົງ​ ໃຫ້ ​ທ່ານ ບຸນຈັນ ສີວົງພັນ ເຈົ້າ​ແຂວງໆ ຊຽງ​ຂວາງ ຊາບ​ກ່ຽວ​ກັບ​ການ​ມາ​ເຄື່ອນ​ໄຫວ​ວຽກ​ງານທີ່​ແຂວງຊຽງ​ຂວາງ​ ພ້ອ​ມທັງໄດ້​ປືກ​ສາ​ຫາ​ລື ແລະ ຂໍ​ທິດ​ຊີ້​ນຳ​ຈາກ​ການ​ນຳ​ຂອງ​ແຂວງຊຽງ​ຂວາງ.

​ໃນ​ວັນ​ທີ 21 ເມ​ສາ 2023 ​ຄະ​ນະຜູ້ແທນຂັ້ນສູງດັ່ງກ່າວ ​ຮ່ວມ​ກັບ​ ພະ​ແນກແຜນ​ການ ແລະ ການ​ລົງ​ທືນ​ແຂວງຊຽງ​ຂວາງ ແລະ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຍາມ​ກິດ​ຈະ​ກຳ​ວຽກ​ງານແຜນ​ງານ​ນະ​ໂຍ​ບາຍ​ສັງ​ຄົມ ທີ່​ໄດ້ສະເເດງໃຫ້ເຫັນເຖີງຜົນສຳເລັດຕ່າງໆ ໂດຍຜ່ານການຮ່ວມມືອັນແໜ້ນແຟ້ນລະຫວ່າງລັດຖະບານ ສປປ ລາວ ແລະ ອົງການຢູນີເຊັບ, ໂດຍສະເພາະຜົນສຳເລັດໃນວຽກງານປົກປ້ອງສິດທິເດັກ, ການຄົ້ນຄວ້າ ແລະ ສ້າງຖານຂໍ້ມູນກ່ຽວກັບເດັກ ເພື່ອປະກອບສ່ວນເຂົ້າໃນການວັດແທກເປົ້າໝາຍພັດທະນາຕ່າງໆ ຂອງ ສປປ ລາວ ຄະ​ນະ​ດັ່ງ​ກ່າວ ໄດ້​ລົງຢ້ຽມຢາມຄອບຄົວເດັກພິການທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການຢູນີເຊັບ ຜ່ານແຜນງານປົກປ້ອງເດັກ ໂຄງການດູແລ ແລະ ຊ່ວຍເຫລືອເດັກພິການ ທີ່ບ້ານໂພນໄຊ, ເມືອງຄູນ, ແຂວງຊຽງຂວາງ. ໂຄງການດັ່ງກ່າວເປັນໂຄງການສຳຄັນໃນການປົກປ້ອງສິດທິຂອງເດັກນ້ອຍ ແລະ ເປັນໂຄງການທົດລອງ, ເຊິ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານ Australian NGO Cooperation Program ໂຄງການນີ້ເເມ່ນຈະສຸມໃສ່ການສະໜັບສະໜູນພິເສດຕໍ່ເດັກນ້ອຍທີ່ມີຄວາມພິການ ແລະ ຄອບຄົວຂອງພວກເຂົາ.

ຈາກນັ້ນຄະນະຜູ້ແທນໄດ້ໄປສັງເກດການເດີນສຳຫຼວດດັດຊະນີໝາຍສັງຄົມລາວ ຄັ້ງທີ III (LSIS III) ທີ່ບ້ານນາ​ໄຊ, ເມືອງ​ຄູນ ເພື່ອສັງເກດຂະບວນການເກັບກຳຂໍ້ມູນ ສຳລັບ LSIS III. ຜົນຈາກການສໍາຫຼວດລະດັບປະເທດນີ້ຈະຊ່ວຍໃຫ້ ລັດຖະບານ ສປປ ລາວ ແລະ ອົງການຢູນີເຊັບ ອອກແບບນະໂຍບາຍທີ່ມີປະສິດທິພາບຫຼາຍຂຶ້ນ ເພື່ອປັບປຸງຊີວິດຂອງເດັກນ້ອຍ ແລະ ແມ່ຍິງລາວ, ພ້ອມຍັງຈະປະກອບສ່ວນເຂົ້າໃນການປະເມີນຄວາມຄືບໜ້າຂອງເປົ້າໝາຍພັດທະນາຊັບພະຍາກອນມະນຸດ ພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ເເລະ ເປົ້າໝາຍການພັດທະນາ ແບບຍືນຍົງ.

ທ່ານ ນາງ ພອນ​ວັນ ອຸ​ທະ​ວົງ ໄດ້ກ່າວວ່າ: “ການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ອົງການຢູນີເຊັບ ມາເປັນເວລາ 50 ປີ ໄດ້ນໍາມາເຊິ່ງຄວາມປ່ຽນເເປງທີ່ດີິໃນຊີວິດການເປັນຢູ່ຂອງເດັກນ້ອຍ ແລະ ເເມ່ຍິງລາວ, ໂດຍສະເພາະໃນທຸກຂົງເຂດ ຄື: ສຸຂະພາບ, ການປົກປ້ອງເດັກ, ນໍ້າສະອາດ ແລະ ສຸຂາພິບານ. ຄວາມສໍາເລັດເຫຼົ່ານີ້ ແມ່ນມີຜົນມາຈາກຄວາມພະຍາຍາມ ແລະ ຄວາມຕັ້ງໃຈຂອງພວກເຮົາທຸກຄົນ. ພວກເຮົາຫວັງວ່າຈະສາມາດສືບຕໍ່ເຮັດວຽກກັບອົງການຢູນີເຊັບ ເພື່ອສືບຕໍ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນທຸກຄົນ ແລະ ບັນລຸວິໄສທັດຂອງພວກເຮົາສໍາລັບປະເທດລາວທີ່ຈະເລີນຮຸ່ງເຮືອງ”.

ທີ່ບ້ານອົ້ມ (ຄຸ້ມຂົວຍາວ) ເມືອງຄູນ ຄະນະຜູ້ແທນໄດ້ລົງສັງເກດລະບົບນ້ຳ ແລະ ສຸຂະອະນາໄມ ທີ່ມີຄວາມສຳຄັນໃນການສະໜອງນ້ຳສະອາດ ແລະ ປັບປຸງສຸຂະພາບຂອງບັນດາຊຸມຊົນໃນບ້ານ. ຜົນສຳເລັດຂອງໂຄງການນ້ຳ ແລະ ສຸຂະອະນາໄມ ໃນບ້ານດັ່ງກ່າວ ເປັນຕົວຢ່າງຂອງຄວາມມຸ່ງໝັ້ນຂອງ ອົງການຢູນີເຊັບແລະ ລັດຖະບານ ສປປ ລາວ ໃນຂົງເຂດວຽກງານນ້ຳ ແລະ ສຸຂາພິບານ ໃນບັນດາຊຸມຊົນທົ່ວປະເທດ.

ທ່ານ Mark Hereward ໄດ້ກ່າວວ່າ: “ໃນໄລຍະ 50 ປີຜ່ານມາ, ພວກເຮົາໄດ້ຮ່ວມກັນບັນລຸຜົນສຳເລັດຫຼາຍຢ່າງໃນການປັບປຸງຊີວິດຂອງເດັກນ້ອຍລາວ ເເລະ ຜົນສຳເລັດເຫຼົ່ານີ້ເປັນຫຼັກຖານຢັ້ງຢືນເຖິງຄວາມມຸ່ງໝັ້ນອັນບໍ່ຢຸດຢັ້ງຂອງລັດຖະບານ ສປປ ລາວ ແລະ ອົງການ ຢູນີເຊັບ ເພື່ອສ້າງອະນາຄົດທີ່ດີຂຶ້ນໃຫ້ແກ່ເດັກນ້ອຍທຸກຄົນ.”

ການມາຢ້ຽມຢາມແຂວງຊຽງຂວາງ ໃນຄັ້ງນີ້ໄດ້ເນັ້ນໃຫ້ເຫັນເຖິງສາຍພົວພັນທີ່ເຂັ້ມແຂງລະຫວ່າງອົງການຢູນີເຊັບ ແລະ ກະ​ຊວງ​ແຜນ​ການ ແລະ ​ການ​ລົງ​ທືນ ກໍ່​ຄືລັດຖະບານ  ສປປ ລາວ ທີ່​ເລັ່ງ​ໃສ່ຄວາມມຸ້ງໝັ້ນໃນການສືບຕໍ່ການຮ່ວມມື ເພື່ອຜົນປະໂຫຍດຂອງເດັກນ້ອຍ ແລະ ແມ່ຍິງໃນທົ່ວ ສປປ ລາວ. ໃນຂະນະທີ່ອົງການຢູນີເຊັບ ສະເຫຼີມສະຫຼອງຄົບຮອບ 50 ປີ ໃນ ສປປ ລາວ, ອົງການຢູນີເຊັບ ຢືນຢັນເຖີງຄຳໝັ້ນສັນຍາທີິ່ຈະສືບຕໍ່ສະໜັບສະໜູນ ລັດຖະບານ ສປປ ລາວ ໃນການບັນລຸເປົ້າໝາຍພັດທະນາຕ່າງໆ ຂອງ ສປປ ລາວ ແລະ ສ້າງອະນາຄົດທີ່ສົດໃສໃຫ້ເເກ່ເດັກນ້ອຍລາວທຸກຄົນ.

ທ່ານ ນາງ ດຣ. ເພຍ ເຣເບລໂລ ບຣິດໂຕ ກໍ່ໄດ້ກ່າວເຖິງສາຍພົວພັນລະຫວ່າງອົງການຢູນີເຊັບ ແລະ ລັດຖະບານ ສປປ ລາວ: “ຕະຫຼອດ 50 ປີຜ່ານມາ, ອົງການພວກເຮົາຮູ້ສຶກເປັນກຽດທີ່ໄດ້ມີໂອກາດເຮັດວຽກກັບລັດຖະບານ ສ​ປ​ປ ລາວ ເພື່ອສ້າງອະນາຄົດທີ່ດີກວ່າເກົ່າໃຫ້ແກ່ເດັກນ້ອຍ ເເລະ ເເມ່ຍິງລາວ. ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງຕໍ່ຜົນສຳເລັດທີ່ພວກເຮົາໄດ້ຮ່ວມກັນສ້າງ ແລະ ຢຶດໝັ້ນໃນຄຳສັນຍາທີ່ຈະສືບຕໍ່ສະໜັບສະໜູນລັດຖະບານ ສ​ປ​ປ ລາວ ໃນການບັນລຸເປົ້າໝາຍການພັດທະນາຂອງຕົນ. ໃນໄລຍະເດືອນຂ້າງໜ້ານີ້, ພວກເຮົາຈະໄດ້ຮ່ວມກັນສະເຫຼີມສະຫຼອງວາລະໂອກາດອັນສຳຄັນນີ້ ເພາະການຮ່ວມມືລະຫວ່າງ ອົງການຢູນີເຊັບ ແລະ ລັດຖະບານ ສ​ປ​ປ ລາວ ແມ່ນຈະມີຄວາມສຳຄັນຍິ່ງກວ່າທີ່ເຄີຍມີມາກ່ອນ ສຳລັບເດັກນ້ອຍທຸກຄົນໃນລາວ ເພື່ອໃຫ້ພວກເຂົາບັນລຸທ່າແຮງຂອງຕົນໄດ້ຢ່າງເຕັມທີ່”

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version