Home ຂ່າວຕ່າງປະເທດ ມູນຄ່າການຄ້າຕ່າງປະເທດ ໃນອູແກຣນ ຫລຸດລົງ 7%

ມູນຄ່າການຄ້າຕ່າງປະເທດ ໃນອູແກຣນ ຫລຸດລົງ 7%

0

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 20 ເດືອນເມສາ ຖະແຫລງການ ຈາກກົມພາສີອູແກຣນ ເປີດເຜີຍວ່າ: ປະລິມານ ການຄ້າ ສິນຄ້າ ລະຫວ່າງ ປະເທດ ຂອງອູແກຣນ ໃນໄຕມາດທຳອິດ ຂອງປີນີ້ຫລຸດລົງ 7% ເມື່ອທຽບໃສ່ ປີຕໍ່ປີ ລວມມີ 2,58 ໝື່ນລ້ານໂດລາສະຫະລັດ. ໂດຍໄລຍະເດືອນມັງກອນ-ເດືອນມີນາ, ການສົ່ງອອກສິນຄ້າ ຂອງອູແກຣນ ກວມເອົາມູນຄ່າລວມ 1,03 ໝື່ນລ້ານໂດລາສະຫະລັດ. ສ່ວນມູນຄ່າການນໍາເຂົ້າ 1,55 ໝື່ນລ້ານໂດລາສະຫະລັດ. ຊຶ່ງຜະລິດຕະພັນ ອາຫານມີສ່ວນຊ່ວຍສະໜັບສະໜູນລາຍໄດ້ຈາກການສົ່ງອອກຂອງອູແກຣນຫລາຍທີ່ສຸດ, ຖັດມາແມ່ນຜະລິດຕະພັນ ໂລຫະ, ເຄື່ອງກົນຈັກ, ອຸປະກອນ ແລະ ການຂົນສົ່ງ, ສ່ວນສິນຄ້ານຳເຂົ້າທີ່ສຳຄັນໄດ້ແກ່: ເຄື່ອງກົນຈັກອຸປະກອນ, ການຂົນສົ່ງ, ເຊື້ອໄຟ ແລະ ຜະລິດຕະພັນເຄມີ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version