Home ຂ່າວພາຍໃນ ປີໃໝ່ລາວ ພສ 2566 ແຂວງສາລະວັນມີອຸປະຕິເຫດເກີດຂຶ້ນທັງໝົດ 06 ລາຍ

ປີໃໝ່ລາວ ພສ 2566 ແຂວງສາລະວັນມີອຸປະຕິເຫດເກີດຂຶ້ນທັງໝົດ 06 ລາຍ

0

ພັນໂທ ວຽງສະຫວັນ ສີຫາຈັກ ຮອງກອງບັນຊາການ ປ້ອງກັນຄວາມສະຫງົບແຂວງສາລະວັນ ໃນຄັ້ງວັນທີ 19 ເມສາ 2023 ວ່າ: ສໍາລັບອຸປະຕິເຫດເກີດຂຶ້ນໃນປີໃໝ່ລາວພສ 2566 ນັບແຕ່ວັນທີ 12-17 ເມສາ 2023 ໃນຂອບເຂດທົ່ວແຂວງສາລະວັນມີອຸປະຕິເຫດເກີດຂຶ້ນທັງໝົດ 06 ລາຍ, (ບໍ່ມີເສຍຊີວິດ), ໃນນັ້ນຢູ່ເມືອງສາລະວັນເກີດຂຶ້ນມີ 04 ລາຍ, ເມືອງເລົ່າງາມ 01 ລາຍ ແລະ ເມືອງຕຸ້ມລານ 01 ລາຍ; ສໍາລັບອຸບັດຕິເຫດທີ່ເກີດຂື້ນດັ່ງກ່າວ ພາຫະນະເປ້ເພທັງໝົດ 10 ຄັນ, ເປ້ເພສົມຄວນ 06 ຄັນ, ເປ້ເພເລັກນ້ອຍ 04 ຄັນ, ມີຄົນຮັບບາດເຈັບເລັນ້ອຍ 05 ຄົນ, ບາດເຈັບສົມຄວນ 05 ຄົນ ລວມມູນຄ່າເສຍຫາຍຈາກອຸປະຕິເຫດເກີດຂຶ້ນທັງໝົດ 114,500,0000 ກີບ; ສ່ວນສາເຫດຂອງການເກີດອຸບັດຕິເຫດ ແມ່ນຍ້ອນນັກຂັບຂີ່ດື່ມສີ່ງມືນເມົາ, ການປ່ຽນທິດທາງ, ນັກຂັບຂີ້ບໍ່ເຄົາລົບລະບຽບຈາລະຈອນເຊັ່ນ: ແລ່ນລົດໄວເກີນກຳນົດ,ສະພາບເຕັກນິກຂອງລົດບໍ່ຮັບປະກັນຄວາມປອດໄພ ແລະ ບັນຫາອື່ນໆ.

ທ່ານ ພັນໂທ ວຽງສະຫວັນ ສີຫາຈັກ ຮອງກອງບັນຊາການ ປ້ອງກັນຄວາມສະຫງົບແຂວງສາລະວັນ ຍັງກ່າວຕື່ມອີກວ່າ: ຖ້າທຽບໃສ່ກສນສູນເສຍກັບປີຜ່ານມາແມ່ນໄດ້ຫຼຸດລົງ 09 ລາຍ ເພາະວ່າປີຜ່ານມາເກີດຂຶ້ນທັງໝົດ 15 ລາຍ, ພາຫະນະເປ້ເພທັງໝົດ 28 ຄັນ; ຄົນໄດ້ຮັບບາດເຈັບທັງໝົດ 35 ຄົນຍິງ 07 ຄົນ, ທັງນີ້ກໍເນື່ອງຈາກວ່າການເອົາໃຈໃສ່ຂອງເຈົ້າໜ້າທີ່ຢ່າງໃກ້ຊິດ, ປະຊາຊົນຂັບຂີ່ກໍມີຄວາມລະມັດລະວັງ, ບໍ່ຂາດສະຕິ, ທາງເຈົ້າໜ້າທີ່ໄດ້ປະຕິບັດໜ້າທີ່ຕຳຫຼວດຈະລາຈອນ ຂອງແຂວງ ໄດ້ເຮັດໜ້າທີ່ການໂຄສະນາກ່ຽວກັບລະບຽບການສັນຈອນໃຫ້ນັກຂັບຂີ່ຕາມສາຍທາງ ແລະ ຕາມສະຖານທີຕ່າງໆ ພ້ອມທັງໄດ້ຕັ້ງຈຸດກວດກາ ສຶກສາອົບຮົມກ່າວເຕືອນ ຕໍ່ຜູ້ທີລະເມີດ ເພື່ອລີກລຽງການເກີດອຸບັດຕິເຫດ .

————————-

ໂດຍ: ກິນດາວັນ ອ້ວນນາຄູ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version