Home ຂ່າວໜ້າໜຶ່ງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພົບປະ ເຈົ້າແຂວງຊຽງຂວາງ

ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພົບປະ ເຈົ້າແຂວງຊຽງຂວາງ

0

ວັນທີ 20 ເມສາ 2023 ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ Mark Hereward, ຜູ້ອໍານວຍການດ້ານຖານຂໍ້ມູນຂອງອົງການຢູນິເຊັບ ແລະ ທ່ານ ນາງ ດຣ. ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຕິດຕາມຄວາມຄືບໜ້າໃນວຽກງານສົ່ງເສີມສິດທິເດັກ ຢູ່ແຂວງຊຽງຂວາງ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໂດຍການຕ້ອນຮັບຂອງທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະນຳແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ການຮ່ວມມືລະຫວ່າງລັດຖະບານເເຫ່ງ ສປປ ລາວ ແລະ ອົງການຢູນິເຊັບ ທີ່ໄດ້ດຳເນີນມາເປັນເວລາ 50 ປີ ໄດ້ນຳມາເຊິ່ງຄວາມປ່ຽນເເປງທີ່ດີໃນການປັບປຸງຊີວິດການເປັນຢູ່ຂອງເດັກນ້ອຍ ແລະ ເເມ່ຍິງລາວໃນທຸກຂົງເຂດ ໂດຍສະເພາະດ້ານສຸຂະພາບ, ການປົກປ້ອງເດັກ, ນໍ້າສະອາດ ແລະ ສຸຂາພິບານ.

ຜົນສໍາເລັດແມ່ນມາຈາກຄວາມພະຍາຍາມ ແລະ ຄວາມຕັ້ງໃຈຂອງພວກເຮົາທຸກຄົນ ແລະ ຫວັງວ່າຈະສາມາດສືບຕໍ່ເຮັດວຽກກັບອົງການຢູນິເຊັບ ເພື່ອສືບຕໍ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວທຸກຄົນ ແລະ ບັນລຸວິໄສທັດຂອງພວກເຮົາສໍາລັບປະເທດລາວທີ່ຈະເລີນຮຸ່ງເຮືອງ.

ໂອກາດນີ້ທ່ານເຈົ້າແຂວງຊຽງຂວາງ ໄດ້ແຈ້ງໃຫ້ຮູ້ ກ່ຽວກັບການເຄື່ອນໄຫວໃນຂົງເຂດວຽກງານຕ່າງໆ ໃນໄລຍະຜ່ານມາ ທ່ານຍັງສະແດງຄວາມຂອບໃຈ ມາຍັງອົງການຢູນີເຊັບ ແລະ ຄູ່ຮ່ວມງານດ້ານການພັດທະນາ ທີ່ໄດ້ໃຫ້ການຊ່ວຍເຫລືອຕະຫລອດມາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version