Home ສາລະໜ້າຮູ້ ປະໂຫຍດ ແລະ ຜົນເສຍ ຂອງໃບນໍ້າກະທ້ອມ

ປະໂຫຍດ ແລະ ຜົນເສຍ ຂອງໃບນໍ້າກະທ້ອມ

0

ຕົ້ນກະທ້ອມ ເປັນພືດຊະນິດໜຶ່ງທີ່ມີອາຍຸຍືນຖືກນຳໃຊ້ເປັນຢາພື້ນເມືອງມາຫຼາຍຮ້ອຍປີແລ້ວໃນອາຊີອາເວັນອອກສ່ຽງໃຕ້ ແລະ ໃບຂອງຕົ້ນກະທ້ອມຍັງເປັນພືດທີ່ໃຫ້ປະໂຫຍດ ແລະ ໂທດຕໍ່ສຸຂະພາບຮ່າງກາຍ ເພາະໃບຂອງກະທ້ອມມີສານເຄມີ ຫຼື ສານເສບຕິດທີ່ມີຜົນອອກລິດຕໍ່ສຸຂະພາບຂອງຜູ້ບໍລິໂພກ ປັດຈຸບັນຍັງມີກຸ່ມໄວໜຸ່ມຈຳນວນໜຶ່ງນຳໃຊ້ໃບຂອງພືດດັ່ງກ່າວເປັນເຄື່ອງດື່ມມື່ນເມົາ, ສານເສບຕິດເພື່ອກະຕຸ້ນໃຫ້ຮ່າງກາຍ, ຢ່າງໃດກໍຕາມຖ້າຜູ້ບໍລິໂພກຮູ້ຈັກນໍາໃຊ້ໃບຂອງກະທ້ອມໃຫ້ຖືກວິທີກໍຈະເຮັດໃຫ້ໄດ້ປະໂຫຍດໃຫ້ແກ່ຮ່າງກາຍຄື: ສາມາດບັນເທົາອາການເຈັບປວດໃນຮ່າງກາຍເຊັ່ນ: ບັນເທົາອາການເຈັບຫຼັງ, ເຈັບແອວ, ເຈັບລະບົບປະສາດ, ກ້າມເນື້ອ, ເສັ້ນເອັນ, ບັນເທົາອາການປວດຈາກພະຍາດຊໍ້າເຮື້ອໄດ້, ບັນເທົາລະບົບປະສາດສ່ວນກາງເຊື່ອມ, ມະເຮັງ, ເບົາຫວານ, ໂລກຂໍ້ອັກເສບ, ປວດຕົນໂຕ ແລະ ອື່ນໆ. ພ້ອມນັ້ນ, ໃບກະທ້ອມຍັງສາມາດນຳໄປເປັນຢາສະໝຸນໄພຮັກສາບາດແຜ, ຕົ້ມດື່ມຊ່ວຍໃຫ້ຮ່າງກາຍສົດຊື່ນ, ຮັກສາລະດັບພະລັງງານ, ບໍ່ເຮັດໃຫ້ຫີວງ່າຍ, ຫຼຸດຄວາມຕຸ້ຍ, ຮັກສາອາການເຈັບທ້ອງ, ຖອກທ້ອງຮຸນແຮງ, ຊ່ວຍການເຜົາຜານຮ່າງກາຍ, ຊ່ວຍເພີ່ມລະດັບພະລັງງານຂອງຮ່າງກາຍ, ແກ້ອາການນອນບໍ່ຫຼັບ, ຊ່ວຍລະງັບປະສາດ, ຫຼຸດຜ່ອນການວິຕົກກັງວົນ, ຊ່ວຍການໄຫຼວຽນຂອງເລືອດ ແລະ ສາມາດລໍາລຽງອອກຊີເຈນເຂົ້າສູ່ຮ່າງກາຍໄດ້ດີຕື່ມອີກ; ວິທີໃຊ້: ນໍາໃບກະທ້ອມສົດ 1-3 ໃບນໍາໄປບົດແລ້ວຕາກແດດໃຫ້ແຫ້ງ ເພື່ອເຮັດເປັນຜົງຊາຊົງກັບນໍ້າຮ້ອນ ກິນຕາງນ້ຳດື່ມ ຫຼື ນຳໃບກະທ້ອມໄປຕົ້ມກັບນ້ຳ 10 ລິດ, ປະມານ 5-10 ນາທີ ແລ້ວໄວ້ດື່ມ 2 ຈອກ/ວັນ, ຊຶ່ງດື່ມເວລາໃດກໍໄດ້.

ນໍ້າໃບກະທ້ອມຖ້າກິນບໍ່ຖືກວິທີ ຍັງມີຜົນຂ້າງຄຽງໄລຍະສັ້ນ ແລະ ໄລຍະຍາວ ເນື່ອງຈາກໃນໃບກະທ້ອມມີສານເສບຕິດ ຖ້າໃຊ້ໃບກະທ້ອມ ປະມານ 1-5 ກຣາມ/ວັນ ຈະເກີດຜົນກະຕຸ້ນຕໍ່ຮ່າງກາຍພາຍໃນ 10 ນາທີ ແລະ ສານດັ່ງກ່າວຈະເຂົ້າສູ່ຮ່າງກາຍເປັນເວລາ 60-90 ນາທີ ແລະ ໃບກະທ້ອມ 15 ກຣາມ ຈະອອກລິດໄດ້ດົນຫຼາຍຊົ່ວໂມງ, ຖ້ານໍາໃຊ້ໃບກະທ້ອມຫຼາຍກວ່ານັ້ນໃນແຕ່ລະວັນກໍເປັນອັນຕະລາຍເຖິງຂັ້ນເສຍຊີວິດໄດ້ ແລະ ຖ້າດື່ມນໍ້າໃບກະທ້ອມເປັນປະຈໍາຍັງມີຜົນກະທົບຕໍ່ຮ່າງກາຍຄື: ຫົວໃຈເຕັ້ນໄວຜິດປົກກະຕິ, ກະວົນກະວານສັບສົບ, ເຄື່ອນໄຫວຊ້າ, ດີໃຈຜິດປົກກະຕິ, ນອນບໍ່ຫຼັບ, ຮ່າງກາຍຕື່ນໂຕຕະຫຼອດເວລາ, ໝາກໄຂ່ຫຼັງເກີດຄວາມເສຍຫາຍ, ຍ່ຽວເປັນສີເຂັ້ມ, ຜີວໜັງເປັນສີເຫຼືອງ ຊຶ່ງເກີດຈາກການເຮັດວຽກໜັກຂອງຕັບ.

ກຸ່ມໄວໜຸ່ມຈຳນວນໜຶ່ງ ຍັງນຳໃຊ້ໃບກະທ້ອມໃນທາງທີ່ຜິດກົດໝາຍໂດຍການນຳມາປະສົມກັບເຄື່ອງດື່ມ ແລະ ຢາແກ້ໄອທີ່ມີສານໂຄເດອີນ ຫຼື ເຄື່ອງດື່ມທີ່ມີຄາເຟອິນ ແລ້ວນຳໄປດື່ມ ຈະເຮັດໃຫ້ເກີດອາການກະຕຸ້ນປະສາດເຮັດໃຫ້ປະສາດຫຼອນ ແລະ ຮ້າຍແຮງກໍເຖິງຂັ້ນເສຍຊີວິດ. ສະນັ້ນ, ຈຶ່ງຝາກມາຍັງຜູ້ປົກຄອງຕ້ອງໄດ້ເບິ່ງແຍງຕິດຕາມລູກຫຼານຕົນເອງ ຊຶ່ງກຳລັງຢາກຮູ້ຢາກລອງ ຢ່າໃຫ້ດື່ມນໍ້າກະທ້ອມໃນທາງທີ່ຜິດຈະກາຍເປັນສານເສບຕິດທີ່ເປັນອັນຕະລາຍ ແລະ ມີຜົນກະທົບຕໍ່ສຸຂະພາບຮ່າງກາຍຕາມມາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version