Home ສາລະໜ້າຮູ້ ການດື່ມນໍ້າຊ່ວຍຫຼຸດນໍ້າໜັກໄດ້

ການດື່ມນໍ້າຊ່ວຍຫຼຸດນໍ້າໜັກໄດ້

0

ການດື່ມນໍ້າກ່ອນກິນເຂົ້າຖ້າເຮັດເປັນນິໄສ ຈະຊ່ວຍສົ່ງຜົນໃຫ້ຄວບຄຸມນໍ້າໜັກໄດ້ຢ່າງມີປະສິດທິພາບ !!!

ຫາກດື່ມນໍ້າ 20-30 ນາທີ ກ່ອນກິນອາຫານນໍ້າຈະຊ່ວຍເຕີມບາງສ່ວນຂອງກະເພາະອາຫານເຮັດໃຫ້ຮູ້ສຶກອີ່ມຂຶ້ນ ສົ່ງຜົນໃຫ້ເຮົາກິນໄດ້ໜ້ອຍລົງໂດຍທຳມະຊາດ ງານວິໄຈຍັງພົບວ່າ ຜູ້ໃຫຍ່ທີ່ດື່ມນໍ້າ 1 ຈອກກ່ອນອາຫານສາມາດຫລຸດປະລິມານພະລັງງານທີ່ກິນລົງໄດ້ປະມານ 75-90 ແຄລໍຣີ/ຕໍ່ມື້ ແລະ ຫາກເຮັດຕໍ່ເນື່ອງ ເມື່ອຮ່ວມກັບການຮັບປະທານອາຫານທີ່ສົມດູນກໍຈະເຮັດໃຫ້ນໍ້າໜັກຫລຸດລົງໄດ້ທີ່ລະໜ້ອຍຢ່າງຢັ່ງຢືນ.

ນອກຈາກນີ້ື ນໍ້າຍັງຊ່ວຍສະໜັບສະໜຸນການຍ່ອຍອາຫານໃຫ້ເຮັດວຽກໄດ້ດີຂຶ້ນ ແລະ ປ້ອງກັນການຫິວ ເຊິ່ງມັກເປັນສາເຫດໜຶ່ງຂອງການກິນເກີນຄວາມຈຳເປັນ ແລະ ຍັງຊ່ວຍຫລຸດຜ່ອນການເລືອກດື່ມເຄື່ອງດື່ມທີ່ມີນໍ້າຕານເຊັ່ນ: ນໍ້າອັດລົມ ຊາເຢັນ ຫລື ກາເຟໃສ່ນໍ້າຕານເຊິ່ງເຕັມໄປດ້ວຍແຄລໍຣີສ່ວນເກີນ.

ຖ້າລອງເຮັດທຸກໆ ມື້ ມື້ລະ 3 ຄັ້ງ ຈະຊ່ວຍຫລຸດພະລັງງານໄດ້ 225-270 ແຄລໍຣີ/ຕໍ່ມື້ ຫລື ຫລາຍກວ່າ 6,000 – 8,000 ແຄລໍຣີ/ຕໍ່ເດືອນ ເຊິ່ງທຽບເທົ່າກັບການຫລຸດໄຂມັນປະມານ 1 ກິໂລກຣາມ/ຕໍ່ເດືອນ ຖ້າຄວບຄູ່ກັບການກິນ ແລະ ການອອກກຳລັງກາຍທີ່ເໝາະສົມ.

ທີ່ມາ: The knowledge Factory

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version