Home ຂ່າວໜ້າໜຶ່ງ ປີຜ່ານມາ ມູນຄ່າການຄ້າຂອງແຂວງຈໍາປາສັກ ບັນລຸ 743,24 ລ້ານໂດລາສະຫະລັດ

ປີຜ່ານມາ ມູນຄ່າການຄ້າຂອງແຂວງຈໍາປາສັກ ບັນລຸ 743,24 ລ້ານໂດລາສະຫະລັດ

0

ປີ 2022 ຜ່ານມາ, ລວມມູນຄ່າການຄ້າຂອງແຂວງຈໍາປາສັກ ບັນລຸທັງໝົດ 743,24 ລ້ານໂດລາສະຫະລັດ ໃນນັ້ນ: ມູນຄ່າການສົ່ງອອກທັງໝົດ ບັນລຸ 403,10 ລ້ານໂດລາສະຫະລັດ. ສິນຄ້າທີ່ສົ່ງອອກ ຕົ້ນຕໍແມ່ນສິນຄ້າກະສິກຳ ປະເພດ: ກາເຟ ແລະ ພືດຜັກທີ່ນອນໃນໂຄງການ Contract Farming, ລວມເຖີງຜະລິດຕະພັນອຸດສາຫະ ກຳປຸງແຕ່ງ ປະກອບມີ: ຢາງພາລາກ້ອນ, ກາເຟສຳເລັດຮູບ, ແປ້ງມັນຕົ້ນ, ເຂົ້າສານໜຽວ, ເຂົ້າສານຈ້າວ, ໝາກໄມ້ອົບແຫ້ງ ແລະ ອື່ນໆ.

ທ່ານ ບຸນຍະເດດ ທອງສະຫວັນ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 9 ເມສາ 2023 ວ່າ: ໃນປີ 2022 ຜ່ານມາ ແຂວງຈໍາປາສັກ ສາມາດເກີນດຸນການຄ້າ 62,96 ລ້ານໂດລາສະຫະລັດ, ເນື່ອງຈາກມີການສົ່ງອອກສິນເປັນຈຳ ນວນຫລວງຫຼາຍ ເປັນຕົ້ນແມ່ນ: ກາເຟ, ມັນຕົ້ນຊອຍແຫ້ງ, ຢາງພາລາກ້ອນ ແລະ ອື່ນໆ. ປັດຈຸບັນ, ແຂວງຈຳປາສັກ ມີການພົວພັນຊື້-ຂາຍສິນຄ້າກັບ 24 ປະເທດໃນອະນຸພາກພື້ນ ແລະ ສາກົນ. ໃນນີ້, ສໍາລັບກຸ່ມປະເທດອາຊຽນ ປະກອບມີ: ໄທ, ຫວຽດນາມ, ກາປູເຈຍ, ອິນໂດເນ ເຊຍ, ຟີລິປິນ ແລະ ມາເລເຊຍ ແລະ ນອກກຸ່ມປະເທດອາຊຽນ ປະ ກອບມີ: ອົດສຕາລີ, ແບນຊິກ, ຈີນ, ໄຕ້ຫວັນ, ດານມາກ, ເຢຍລະມັນ, ອິນເດຍ, ອີຕາລີ, ຍີ່ປຸ່ນ, ສ.ເກົາຫຼີ, ໂຮນລັງ, ປ໊ອກຕຸຍກ່ານ ແລະ ອັງກິດ.

ທ່ານໃຫ້ຮູ້ຕື່ມວ່າ: ໃນຈໍານວນມູນຄ່າການສົ່ງອອກສິນຄ້າ 403,10 ລ້ານໂດລາສະຫະລັດ, ກວມອັດຕາສ່ວນເປັນອັນດັບ 1 ແມ່ນສິນຄ້າກະ ສິກຳ, ມູນຄ່າ 297,09 ລ້ານໂດ ລາສະຫະລັດ, ຮອງລົງມາແມ່ນສິນຄ້າອຸດສາຫະກຳປຸງ ແຕ່ງ, ມູນຄ່າ 100,16 ລ້ານໂດລາສະຫະລັດ. ອັນດັບ 3 ແມ່ນຜະລິດຕະພັນໄມ້, ມູນຄ່າ: 5,27 ລ້ານໂດລາສະຫະ ລັດ ແລະ ອັນດັບ 4 ແມ່ນເຄື່ອງປ່າຂອງດົງ, ມູນຄ່າ 0,58 ລ້ານໂດລາສະຫະລັດ. ໃນຈໍານວນການສົ່ງອອກດັ່ງກ່າວ ເປັນການສົ່ງອອກກຸ່ມປະເທດອາຊຽນ, ມູນຄ່າ 335,19 ລ້ານໂດລາສະຫະລັດ, ກວມເອົາ 83% ແລະ ນອກກຸ່ມປະເທດອາຊຽນ, ມູນຄ່າ 67,91 ລ້ານໂດລາສະຫະລັດ, ກວມເອົາ 16% ຂອງການສົ່ງອອກທັງໝົດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version