Home ຂ່າວໜ້າໜຶ່ງ ປະທານສະພາແຫ່ງຊາດລາວ ຕ້ອນຮັບການເຂົ້າພົບປະຂອງ ປະທານປະເທດ ຫວຽດນາມ

ປະທານສະພາແຫ່ງຊາດລາວ ຕ້ອນຮັບການເຂົ້າພົບປະຂອງ ປະທານປະເທດ ຫວຽດນາມ

0

ໃນວັນທີ 10 ເມສາ 2023, ທີ່ ຫໍສະພາແຫ່ງຊາດລາວ, ສະຫາຍ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ຫວໍ ວັນ ເຖືອງ, ປະທານປະເທດ ແຫ່ງ ສສ. ຫວຽດນາມ, ໃນໂອກາດທີ່ນຳພາຄະນະຜູ້ແທນຂັ້ນສູງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 10-11 ເມສາ 2023.

ໃນການພົບປະນີ້, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ສະຫາຍ ຫວໍ ວັນ ເຖືອງ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງຫວຽດນາມ ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນປະເທດທຳອິດຂອງການເຄື່ອນໄຫວຕ່າງປະເທດ ພາຍຫຼັງທີ່ ສະ ຫາຍ ຫວໍ ວັນ ເຖືອງ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານປະ ເທດ ແຫ່ງ ສສ. ຫວຽດນາມ ຄົນໃຫມ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ XV, ເຊິ່ງເປັນການນຳເອົາໄມຕີຈິດມິດຕະພາບອັນດູດດື່ມ ຄວາມສາມັກຄີພິເສດ, ຄວາມຮັກແພງທີ່ສະໜິດສະໜົມ ຖານສະຫາຍອ້າຍນ້ອງຂອງພັກ, ລັດ ແລະ ປະຊາຊົນ ມາສູ່ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ. ພ້ອມນັ້ນ, ກໍ່ໄດ້ຖືໂອກາດນີ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍ ພອນໄຊອັນປະເສີດເຖິງ ສະຫາຍເລຂາ ທິການໃຫຍ່ ຫງວຽນ ຟູ ຈ້ອງ, ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ແລະ ສະຫາຍ ເວືອງ ດິງ ເຫວະ, ປະທານສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ.

ໃນການພົບປະ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ໄດ້ສະແດງອອກການຮ່ວມມືດ້ານການເມືອງທີ່ນັບມື້ໜັກແໜ້ນເລີກເຊິ່ງ, ການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ດ້ານອື່ນໆ ໄດ້ຮັບການເສີມຂະຫຍາຍ ແລະ ມີຄວາມຄືບໜ້າ, ພິເສດ ໃນປີ 2022 ຜ່ານມາສອງປະເທດ ໄດ້ສໍາເລັດການສະເຫຼີມສະຫຼອງປີສາມັກຄີມິດ ຕະພາບ ລາວ-ຫວຽດນາມ ຫວຽດນາມ-ລາວ ຢ່າງເປັນຂະບວນການຟົນຟື້ນ ແລະ ມີຄວາມໝາຍເລິກເຊິ່ງ ທັງເປັນໂອກາດອັນດີໃນການສຶກສາອົມຮົມປະຊາຊົນສອງຊາດ ໂດຍສະເພາະຄົນລຸ້ນໜຸ່ມຂອງສອງປະເທດ ໃຫ້ມີຄວາມເຂົ້າໃຈ ແລະ ມີຄວາມຮັບຜິດຊອບຕໍ່ການເສີມຂະຫຍາຍສາຍພົວພັນທີ່ຫາຍາກນີ້ ໃຫ້ນັບມື້ມີປະສິດທິຜົນ. ພ້ອມນີ້, ກໍ່ໄດ້ເຫັນດີເປັນເອກະພາບກັນຈະສືບຕໍ່ເສີມຂະຫຍາຍສາຍພົວພັນພິເສດນີ້ ໃຫ້ນັບມື້ຈະເລີນງອກງາມ ແລະ ແຕກດອກອອກຜົນ ຍິ່ງໆຂຶ້ນ, ນຳເອົາຜົນປະໂຫຍດຕົວຈິງສູ່ປະ ຊາຊົນ ສອງຊາດ ລາວ-ຫວຽດນາມ, ພ້ອມທັງໄດ້ເປັນເອກະພາບຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ.

ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະ ແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນໃຫຍ່ຫຼວງຮອບດ້ານ ທີ່ປະຊາຊົນຫວຽດ ນາມອ້າຍນ້ອງຍາດມາໄດ້ ພາຍໃຕ້ການຊີ້ນຳນຳພາອັນສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ໃນການສ້າງສາ ແລະ ພັດທະນາປະເທດຊາດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ອັນໄດ້ເຮັດໃຫ້ສະຖຽນລະພາບທາງການເມືອງ ມີຄວາມໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ສາມາດຟື້ນຟູເສດຖະກິດ ພາຍຫຼັງທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ຊີວິດການເປັນຢູ່ຂອງປະຊົນ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ, ປະເທດຊາດມີຄວາມເຂັ້ມແຂງ, ມີປະຊາທິປະໄຕ, ມີຄວາມຍຸຕິທໍາ ແລະ ສິວິໄລ. ໃນໂອກາດດຽວກັນ, ກໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການພົວພັນຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ລາວ- ຫວຽດນາມ ໃນໄລຍະຜ່ານມາ ແລະ ທິດທາງແຜນການຮ່ວມມືກັນໃນອະ ນາຄົດ, ເຊິ່ງເຫັນວ່າ ການພົວພັນລະຫວ່າງ ສອງສະພາແຫ່ງຊາດ ລາວ-ຫວຽດນາມ ແມ່ນໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງຕໍ່ເນື່ອງ ນໍາຜົນປະໂຫຍດຕົວຈິງມາສູ່ສອງອົງການນິຕິບັນຍັດ, ສອງສະພາແຫ່ງຊາດ ລາວ ແລະ ຫວຽດນາມ ຍິນດີສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາ ພາກພື້ນ ແລະ ສາກົນ ໃນຕໍ່ຫນ້າ.

ໃນໂອກາດດຽວກັນນີ້, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຢ່າງສູງຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງ ພັກ-ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ມອບໃຫ້ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ; ພິເສດ ແມ່ນຂອງຂວັນອັນລໍ້າຄ່າ ກໍຄື ຫໍສະພາແຫ່ງຊາດ ຫຼັງໃຫມ່ນີ້, ເຊິ່ງເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພີເສດ ແລະ ການຮ່ວມມືຮອບດ້ານຂອງສອງຊາດ ລາວ-ຫວຽດນາມ.

ໃນການພົບປະຄັ້ງນີ້, ສະຫາຍ ຫວໍ ວັນ ເຖືອງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງການນຳພັກ-ລັດ ສປປ ລາວ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດຮອບດ້ານໃນການພັດທະນາຂອງ ສປປ ລາວ ໃນໄລຍະມໍ່ໆມານີ້ ແລະ ໄດ້ສະແດງຄວາມເຊື່ອໝັ້ນວ່າ ໂດຍພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວ ອ້າຍນ້ອງ ຈະສາມາດບັນລຸຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ປະຕິບັດບັນດາມະຕິກອງປະຊຸມໃຫຍ່ ຄັງທີ XI ຂອງພັກ ໃຫ້ປະກົດຜົນເປັນຈິງ ແລະ ຈະສືບຕໍ່ຊຸກຍູ້ການພົວພັນດ້ານຕ່າງໆກັບ ສປປ ລາວ ໃຫ້ນັບມື້ນັບມີປະສິດທິຜົນ.

ຂ່າວ;ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ,ພະແນກໂຄສະນາ ແລະ ປະຊາສຳພັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version