Home ຂ່າວໜ້າໜຶ່ງ ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນສອງຝ່າຍ

0

ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະ ຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຫວໍ ວັນ ເຖືອງ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະ ນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມ ຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 10-11 ເມສາ 2023 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງສອງປະເທດ ລາວ ແລະ ຫວຽດນາມ. ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ ທໍານຽບປະທານປະເທດ ໃນຕອນເຊົ້າຂອງວັນທີ 10 ເມສາ 2023. ພາຍຫຼັງສໍາເລັດພິທີຕ້ອນຮັບ ກໍ່ໄດ້ມີການພົບປະສອງຝ່າຍຢ່າງເປັນທາງການ, ເຊິ່ງຄະນະຜູ້ແທນຝ່າຍລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ, ປະ ທານປະເທດ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຝ່າຍຫວຽດນາມ ນໍາໂດຍ ສະຫາຍ ຫວໍ ວັນ ເຖືອງ, ປະທານປະ ເທດ ແຫ່ງ ສສ ຫວຽດນາມ.

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ສະຫາຍ ຫວໍ ວັນ ເຖືອງ ທີ່ໄດ້ຮັບການເລືອກຕັ້ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ, ເຊິ່ງເປັນການສະແດງເຖິງຄວາມເຊື່ອໝັ້ນຂອງພັກ-ລັດ ແລະ ປະ ຊາຊົນ ຫວຽດນາມ ທີ່ມີຕໍ່ຜົນງານການປະກອບສ່ວນອັນໃຫຍ່ຫຼວງຂອງສະຫາຍ ຕະຫຼອດໄລຍະຜ່ານມາ, ພ້ອມທັງໄດ້ຕີລາຄາສູງທີ່ ສະຫາຍ ຫວໍ ວັນ ເຖືອງ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເປັນປະເທດທໍາອິດ ໃນການເຄື່ອນໄຫວຕ່າງປະເທດຂອງຕົນ ໃນຕໍາແໜ່ງປະທານປະເທດ ອັນໄດ້ສະແດງໃຫ້ເຫັນເຖິງຄວາມສໍາຄັນທີ່ ພັກ-ລັດ ຫວຽດນາມ ມີຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດ ນາມ-ລາວ. ສະຫາຍປະທານປະເທດລາວ ໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນຄວາມສຳເລັດຂອງການສ້າງສາພັດທະນາປະເທດຊາດຫວຽດນາມ ໃນຊຸມປີຜ່ານມາ, ເຊິ່ງເຮັດໃຫ້ ຫວຽດນາມ ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການຂະຫຍາຍໂຕໃນລະ ດັບສູງ, ຢູ່ແຖວໜ້າຂອງໂລກ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້້ນັບໄດ້ຮັບການປັບປຸງດີຂຶ້ນ ແລະ ອິດທິພົນບົດບາດຂອງ ສສ ຫວຽດນາມ ນັບມື້ນັບພົ້ນເດັ່ນຂຶ້ນຢູ່ເວທີພາກພື້ນ ແລະ ສາກົນ. ໃນໂອກາດນີ້, ສະຫາຍ ເລຂາທິການໃຫຍ່ ກໍ່ໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບ ອຸ່ນ ແລະ ຄໍາອວຍພອນອັນປະເສີດ ເຖິງ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ ຈ໋ອງ ແລະ ບັນດາສະຫາຍການນໍາຂັ້ນສູງຂອງຫວຽດນາມ ເນື່ອງໃນໂອກາດປີໃໝ່ລາວ ທີ່ຈະມາເຖິງນີ້.

ໃນໂອກາດພົບປະຄັ້ງນີ້, ສອງຝ່າຍ ໄດ້ແຈ້ງສະພາບການພັດທະນາເສດຖະ ກິດ-ສັງຄົມ ພາຍໃນປະເທດໂດຍຫຍໍ້ໃຫ້ກັນຊາບ, ໄດ້ພ້ອມກັນຕີລາຄາການພົວ ພັນຮ່ວມມືລະຫວ່າງສອງປະເທດ ໃນໄລຍະຜ່ານມາ, ເຊິ່ງເຫັນວ່າ ການຮ່ວມມືດ້ານການເມືອງ ສືບຕໍ່ມີຄວາມໜັກແໜ້ນ, ໝັ້ນທ່ຽງ, ນັບມື້ນັບໃກ້ຊິດສະ ໜິດສະໜົມ ສ້າງໄດ້ຄວາມໄວ້ເນື້ອເຊື່ອ ໃຈເຊິ່ງກັນ ແລະ ກັນ ໃນລະດັບສູງ; ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ, ສຶກສາ ນັບມື້ໄດ້ຮັບການເພີ່ມທະວີ ແລະ ນໍາຜົນປະໂຫຍດຢ່າງເປັນຮູບປະທໍາມາສູ່ປະຊາຊົນສອງປະເທດເປັນຢ່າງດີ. ສອງຝ່າຍ ໄດ້ຕີລາຄາສູງ ແລະ ສະ ແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພົບປະສອງຝ່າຍ ສອງນາຍົກລັດຖະ ມົນຕີ ລາວ-ຫວຽດນາມ ກໍ່ຄື ຜົນສໍາເລັດຂອງກອງປະຊຸມ ຄັ້ງທີ 45 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານລາວ ແລະ ຫວຽດນາມ ໃນເດືອນມັງກອນ 2023 ຜ່ານມາ, ເຊິ່ງສອງຝ່າຍໄດ້ມີຄວາມພະຍາຍາມຮ່ວມກັນ ໃນການອໍານວຍຄວາມສະດວກໃຫ້ແກ່ການລົງທຶນ, ການຄ້າ, ການຂົນສົ່ງ, ແກ້ໄຂຢາງໃນປີ 2022 ໄດ້ລື່ນເປົ້າໝາຍທີ່ວາງໄວ້, ຄືບັນລຸໄດ້ 1,7 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 10% ທຽບໃສ່ປີ 2021, ການລົງທຶນຂອງຫວຽດນາມ ຢູ່ລາວ ມີເຖິງ 239 ໂຄງການ ມູນຄ່າການລົງທຶນ 5,36 ຕື້ໂດລາສະຫະ ລັດ, ຕິດອັນດັບ 3 ຂອງຕ່າງປະເທດ ທີ່ມາລົງທືນຢູ່ລາວ, ນອກນັ້ນ ການນຳໃຊ້ທືນຊ່ວຍເຫຼືອລ້າໃນຂະແໜງການຕ່າງໆ ກໍໄດ້ຮັບໝາກຜົນເປັນຢ່າງດີ. ການໄປມາຫາສູ່ກັນ, ເຮັດໃຫ້ຕົວເລກການຄ້າສອງຝ່າຍລື່ນຄາດໝາຍ ໂດຍສະເພາະໃນເດືອນກຸມພາ 2023 ບັນລຸໄດ້ 145 ລ້ານໂດລາ ເພີ່ມຂຶ້ນ 36% ທຽບໃສ່ໄລຍະດຽວ ກັນຂອງປີ 2022. ພິເສດ ໃນປີ 2022 ຜ່ານມາ, ສອງປະເທດໄດ້ຮ່ວມກັນສະ ເຫຼີມສະຫຼອງສອງວັນປະຫວັດສາດ ກໍ່ຄື ວັນສ້າງຕັ້ງສາຍພົວພັນທາງການທູດ ຄົບ ຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ຢ່າງມີຜົນສຳເລັດຟົດຟື້ນ ແລະ ມີຄວາມໝາຍ, ເຊິ່ງໄດ້ເອກອ້າງໃຫ້ສາກົນໄດ້ຮັບຮູ້ຢ່າງທ່ອງແທ້ເຖິງສາຍພົວພັນອັນພິເສດຂອງສອງຊາດ ລາວ-ຫວຽດນາມ ຢ່າງແທ້ຈິງ. ຜູ້ນຳທັງສອງຝ່າຍໄດ້ເປັນເອກະພາບຕີລາຄາວ່າ ສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ -ຫວຽດນາມ, ຫວຽດນາມ-ລາວ ກຳລັງຢູ່ໃນໄລຍະທີ່ເບັ່ງບານ ແລະ ຢູ່ລະດັບສູງສຸດ ແລະ ຢືນຢັນວ່າຈະຮ່ວມກັນຖະນຸຖະໜອມ, ປົກປັກຮັກສາ ຄືດັ່ງຮັກສາແກ່ນຕາຂອງຕົນ ແລະ ຈະສືບຕໍ່ພັດ ທະນາສາຍພົວພັນພິເສດດັ່ງກ່າວໃຫ້ນັບມື້້ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ໝັ້ນຄົງຍືນຍົງຕະຫຼອດໄປ.

ພ້ອມດຽວກັນນີ້, ສອງປະທານປະເທດ ລາວ-ຫວຽດນາມ ກໍ່ໄດ້ປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືສອງຝ່າຍໃນຕໍ່ໜ້າ ໂດຍຈະສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດບັນດາການຕົກລົງ, ຂໍ້ຕົກລົງຂອງການນໍາຂັ້ນສູງ ສອງປະເທດ ກໍ່ຄື ຂອງບັນດາກະຊວງ, ຂະແໜງການຕ່າງໆ ຂັ້ນສູນກາງ ແລະ ທ້ອງຖິ່ນ, ໂດຍສະ ເພາະແມ່ນຜົນກອງປະຊຸມສອງກົມການເມືອງ ແລະ ຂໍ້ຕົກລົງຂອງສອງຄະນະກໍາມະການຮ່ວມມື; ພ້ອມກັນກວດກາຄືນບັນດາສັນຍາຮ່ວມມືໃນຂົງເຂດຕ່າງໆ ເພື່ອປັບປຸງຄືນໃຫ້ແທດເໝາະກັບສະ ພາບການໃໝ່; ເພີ່ມທະວີການຮ່ວມມືດ້ານການເມືອງ ໃຫ້ແໜ້ນແຟ້ນ ແລະ ເລິກເຊິ່ງ, ເອົາໃຈໃສ່ປະສານສົມທົບຮ່ວມມືກັນຢ່າງໃກ້ຊິດ ໃນບັນຫາທີ່ເປັນຍຸດທະສາດຂອງສອງຊາດ, ເສີມຂະ ຫຍາຍການໄປມາຫາສູ່ ກໍ່ຄື ການພົບປະກັນຢ່າງເປັນປົກກະຕິຂອງການນໍາຂັ້ນສູງ ທັງສາຍພັກ, ສາຍລັດ ແລະ ສາຍອົງການຈັດຕັ້ງມະຫາຊົນ ດ້ວຍຫຼາຍຮູບ, ຫຼາຍແບບ ແລະ ມີປະສິດທິຜົນ ບົນພື້ນຖານປະຢັດ, ລວມສູນ, ຫຼີກລ່ຽງການທັບຊ້ອນ; ສືບຕໍ່ເພີ່ມປະສິດທິຜົນຂອງບັນດາກົນໄກທີ່ມີຮ່ວມກັນແລ້ວ ເຊັ່ນ: ການພົບປະສອງກົມການເມືອງ, ກອງປະຊຸມຄະນະກໍາມະການຮ່ວມມືທະວິພາຄີ, ການຈັດຕັ້ງບັນດາຊຸດຄົ້ນຄວ້າ ແລະ ແລກປ່ຽນບົດຮຽນ; ສືບຕໍ່ຈັດຕັ້ງຊຸດແລກປ່ຽນ ຫົວຂໍ້ສະເພາະ ໃຫ້ແກ່ພະນັກ ງານການນໍາຂັ້ນສູງຂອງລາວຂັ້ນຮອງລັດຖະມົນຕີ ກໍ່ຄື ການເຊີນຊ່ຽວຊານຫວຽດນາມ ມາແລກປ່ຽນຫົວຂໍ້ສະເພາະ ໃຫ້ແກ່ການນໍາລາວ ແລະ ສືບຕໍ່ປະສານສົມທົບ ເພື່ອກະກຽມຈັດກອງປະຊຸມສໍາມະນາ 2 ພັກ ລາວ-ຫວຽດນາມ ຄັ້ງທີ 10. ສືບຕໍ່ກົນໄກການພົບປະລະຫວ່າງ ການນໍາຂັ້ນສູງ 3 ປະເທດ ລາວ-ຫວຽດ ນາມ-ກໍາປູເຈຍ ທັງສາຍພັກ ແລະ ສາຍລັດຖະບານ; ເອົາໃຈໃສ່ເພີ່ມທະວີການສຶກສາອົບຮົມມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃນຖັນແຖວພະນັກງານ ແລະ ປະຊາຊົນ ໂດຍສະເພາະແມ່ນຖັນແຖວຊາວໜຸ່ມ- ເຍົາ ວະຊົນຂອງສອງປະເທດ ໂດຍຜ່ານບັນດາກິດຈະກໍາຕ່າງໆ ຢູ່ປະເທດຂອງກັນ ແລະ ກັນ.

ໃນໂອກາດນີ້, ສະຫາຍ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ໄດ້ຕາງໜ້າ ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີຜົນສັກສິດ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄື ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງລາວ ໃນປັດຈຸບັນ, ເຊິ່ງມີຫຼາຍໂຄງການໄດ້ສໍາເລັດ ແລະ ຖືກນໍາໃຊ້ຢ່າງມີປະສິດທິຜົນແລ້ວ ເຊັ່ນ: ໂຄງການໂຮງຮຽນມັດທະຍົມວິຊາ ຊີບຕົວແບບມິດຕະພາບ ລາວ-ຫວຽດ ນາມ ຢູ່ ແຂວງຄໍາມ່ວນ, ໂຄງການໂຮງຮຽນທະຫານນາຍສິບ ຢູ່ ແຂວງໄຊສົມບູນ, ໂຄງການຍົກລະດັບ ແລະ ບູລະນະຊົນລະປະທານນໍ້າລອງ, ເມືອງສົບເບົາ, ແຂວງຫົວພັນ, ໂຄງການກໍ່ສ້າງສ້ອມແປງ, ຍົກລະດັບ ເຂດອະນຸສອນປະທານໂຮ່ຈິມິນ ຢູ່ ແຂວງຄໍາມ່ວນ, ໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນ ເມືອງບຸນເໜືອ, ແຂວງຜົ້ງສາລີ ແລະ ອີກຫຼາຍໂຄງການ. ນັບແຕ່ປີ 2010 ມາເຖິງປັດຈຸບັນ ມີນັກສຶກສາລາວຮຽນຈົບມາແຕ່ ຫວຽດນາມແລ້ວ ຫຼາຍກວ່າ 14.600 ຄົນ, ໃນປັດຈຸບັນນັກສຶກສາລາວທີ່ກໍາລັງສຶກສາຢູ່ຫວຽດນາມ ມີເຖິງ 14.000 ຄົນ.

ໃນຂະນະດຽວກັນ, ສະຫາຍ ຫວໍ ວັນ ເຖືອງ, ປະທານປະເທດ ແຫ່ງ ສສ ຫວຽດນາມ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ໄດ້ອວຍພອນໄຊອັນປະເສີດເນື່ອງໃນໂອກາດບຸນປີໃໝ່ລາວ ໃຫ້ແກ່ການນໍາພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ພ້ອມທັງອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດໄປ. ພິເສດ, ສະຫາຍ ປະທານປະເທດ ຫວໍ ວັນ ເຖືອງ ໄດ້ຢືນຢັນວ່າ ສສ ຫວຽດນາມ ຈະສະໜັບສະໜູນຢ່າງເຕັມທີ່ໃຫ້ ສປປ ລາວ ເປັນເຈົ້າພາບອາຊຽນໃນປີ 2024 ດ້ວຍຜົນສຳເລັດອັນຈົບງາມ, ພ້ອມທັງແຈ້ງຂ່າວວ່າ ຫວຽດນາມ ມີຂອງຂວັນຈຳນວນໜຶ່ງໃຫ້ແກ່ ສປປ ລາວ ໃນການເປັນປະທານອາຊຽນ ໃນຄັ້ງນີ້. ສະຫາຍ ປະທານປະເທດ ຫວຽດນາມ ໄດ້ເຊີນ ສະຫາຍ ປະທານປະເທດລາວ ໄປຢ້ຽມຢາມ ໃນເວລາທີ່ສະດວກ, ສະຫາຍ ປະທານປະເທດລາວ ໄດ້ຕອບຮັບການເຊື້ອເຊີນດັ່ງກ່າວ.

ພາຍຫຼັງສໍາເລັດການພົບປະ, ສອງສະ ຫາຍ ປະທານປະເທດ ລາວ-ຫວຽດນາມ ກໍ່ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມກັນ 2 ສະບັບ ຄື: 1) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມື ໃນຂົງເຂດເຕັກໂນໂລຊີ ແລະ ນະວັດຕະກໍາ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ, ແລະ 2) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືໃນຂົງເຂດວິທະ ຍາສາດ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະ ຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ.

ໃນວັນດຽວກັນ, ສະຫາຍ ຫວໍ ວັນ ເຖືອງ, ປະທານປະເທດ ແຫ່ງ ສສ ຫວຽດ ນາມ ແລະ ຄະນະ ກໍ່ໄດ້ໄປວາງພວງມາລາ ຢູ່ ອະນຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງອ້າຍນ້ອງທະຫານນັກຮົບ ທີ່ໄດ້ຕໍ່ສູ້ເສຍສະຫຼະເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນໃນສະໄໝສົງຄາມ. ໃນຕອນຄໍ່າຂອງວັນດຽວກັນ, ສະຫາຍ ຫວໍ ວັນ ເຖືອງ ແລະ ຄະນະ ກໍ່ໄດ້ເຂົ້າຮ່ວມພິທີບາສີສູ່ຂັວນ ຫລັງຈາກນັ້ນ ກໍ່ເຂົ້າ ຮ່ວມງານລ້ຽງຕ້ອນຮັບ ຈັດໂດຍ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະ ທານປະເທດ ແຫ່ງ ສປປ ລາວ ຢູ່ທີ່ ຫໍຄຳ.

ຂ່າວ;ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version