Home ຂ່າວໜ້າໜຶ່ງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບ ແລະ ພົບປະກັບປະທານປະເທດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບ ແລະ ພົບປະກັບປະທານປະເທດ ແຫ່ງ ສສ ຫວຽດນາມ

0

ໃນຕອນບ່າຍຂອງວັນທີ 10 ເມສາ 2023, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ຫວໍ ວັນ ເຖືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມ ຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 10-11 ເມສາ 2023.

ໃນໂອກາດນີ້, ສະຫາຍ ນາຍົກລັດຖະ ມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ໄດ້ຕີລາຄາສູງຕໍ່ການເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ປະທານປະເທດ ຫວໍ ວັນ ເຖືອງ ພ້ອມດ້ວຍຄະ ນະຜູ້ແທນຂັ້ນສູງ ໃນຄັ້ງນີ້, ເຊິ່ງໄດ້ນໍາເອົາໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ຄວາມສາມັກຄີຮັກແພງຢ່າງເລິກເຊິ່ງ ມາຍັງພັກ, ລັດຖະບານ ແລະ ປະຊາຊົນລາວ. ໃນໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍ ຫວໍ ວັນ ເຖືອງ ທີ່ໄດ້ຮັບການແຕ່ງຕັ້ງເປັນ ປະທານປະເທດ ແຫ່ງ ສສ ຫວຽດນາມ, ພ້ອມທັງໄດ້ຕີລາຄາສູງທີ່ໄດ້ເລືອກເອົາ ສປປ ລາວ ເປັນປະເທດທໍາອິດ ໃນການເຄື່ອນໄຫວຕ່າງປະເທດຂອງຕົນ ໃນຕໍາແໜ່ງປະທານປະເທດ, ອັນໄດ້ສະແດງໃຫ້ເຫັນເຖິງຄວາມສໍາຄັນທີ່ພັກ -ລັດ ຫວຽດນາມ ມີຕໍ່ສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ.

ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ແຈ້ງໃຫ້ຊາບວ່າ ສອງນາຍົກລັດຖະມົນຕີ ລາວ ຫວຽດນາມ ແມ່ນໄດ້ເອົາໃຈໃສ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຈັດຕັ້ງຜັນຂະຫຍາຍບັນດາການຕົກລົງຕ່າງໆທີ່ສອງຝ່າຍມີຮ່ວມກັນ ກໍຄື ຊຸກຍູ້ ບັນດາໂຄງການ ຮ່ວມມື ແລະ ລົງທຶນຕ່າງໆ ໃຫ້ບັນລຸໄດ້ຕາມຄາດໝາຍທີ່ສອງຝ່າຍໄດ້ວາງໄວ້ ໂດຍສະເພາະແມ່ນ ຜົນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສະຫາຍ ນາຍົກລັດຖະ ມົນຕີ ຟ້າມ ມິງ ຈິງ ແລະ ຜົນກອງປະຊຸມ ຄັ້ງທີ 45 ຂອງຄະນະກໍາມະການຮ່ວມມື ສອງລັດຖະບານ ໃນຕົ້ນປີ, ນັບແຕ່ຕົ້ນປີ 2023 ມາ ສອງນາຍົກລັດຖະມົນຕີ ລາວ- ຫວຽດນາມ ໄດ້ພົບກັນແລ້ວ 2 ຄັ້ງ, ເຊິ່ງຄັ້ງຫລ້າສຸດແມ່ນ ໃນອາທິດຜ່ານມາ ໃນໂອກາດກອງປະຊຸມ ສຸດຍອດຄະນະກໍາ ມະການແມ່ນໍ້າຂອງສາກົນ (MRC) ຄັ້ງທີ 4 ສອງນາຍົກ ແມ່ນໄດ້ກວດກາຄືນ ຕິດ ຕາມ, ຊຸກຍູ້ບັນດາການຕົກລົງ ແລະ ໂຄງ ການ ສອງຝ່າຍຕ່າງໆ ເປັນຕົ້ນແມ່ນ ໂຄງ ການສະໜາມບິນໜອງຄ້າງ, ໂຄງການທ່າເຮືອຫວຸງອາງ, ໂຄງການພັດທະນາເສັ້ນ ທາງລົດໄຟ ລາວ-ຫວຽດນາມ, ໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ, ໂຄງການບໍ່ເກືອກາລີ ຢູ່ແຂວງຄໍາມ່ວນ, ໂຄງການເຊຂະໝານ 3, ໂຄງການສະພາແຫ່ງຊາດ, ໂຮງໝໍມິດຕະພາບ ຢູ່ແຂວງຫົວພັນ ແລະ ແຂວງຊຽງຂວາງ, ໂຄງການກໍ່ສ້າງສະຖາ ບັນການເມືອງປ້ອງກັນຄວາມສະຫງົບ, ສວນອຸທິຍານມິດຕະພາບ ລາວ-ຫວຽດ ນາມ, ໂຄງການບູລະນະເສັ້ນທາງໂຮ່ຈີ່ມິງ ຢູ່ດິນລາວ, ໂຄງການບູລະນະຮ່ອງຮອຍກອງປະຊຸມໃຫຍ່ ຄັ້ງທີ 1 ຂອງພັກປະ ຊາຊົນລາວ ຢູ່ ຊາຍແດນ ລາວ-ຫວຽດນາມ. ໃນນັ້ນ ເຫັນວ່າ ມີບາງໂຄງການ ແມ່ນໄດ້ສໍາເລັດຕາມທີ່ໄດ້ຕົກລົງກັນໄວ້, ບາງໂຄງ ການ ແມ່ນຈະໄດ້ຮ່ວມກັນສືບຕໍ່ຊຸກຍູ້.

ໃນຕອນທ້າຍ, ສະຫາຍ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ອວຍພອນໄຊອັນປະເສີດ ເນື່ອງໃນໂອກາດບຸນປີໃໝ່ລາວ ທີ່ຈະມາເຖິງນີ້ ໃຫ້ແກ່ ສະຫາຍ ປະ ທານປະເທດ ຫວໍ ວັນ ເຖືອງ ແລະ ຄະ ນະ ລວມທັງຝາກຄໍາອວຍພອນປີໃໝ່ ໄປຍັງ ບັນດາສະຫາຍ ການນໍາພັກ-ລັດ ແຫ່ງ ສສ ຫວຽດນາມ.

ໃນຂະນະດຽວກັນ, ສະຫາຍ ປະທານປະເທດ ຫວໍ ວັນ ເຖືອງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຍິນດີທີ່ໄດ້ພົບປະກັບ ສະຫາຍ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໃນຄັ້ງນີ້. ພ້ອມນີ້, ກໍໄດ້ສົ່ງຄໍາອວຍພອນປີໃໝ່ລາວ ໃຫ້ແກ່ ສະຫາຍ ນາຍົກລັດຖະມົນຕີ ກໍຄື ບັນດາສະຫາຍການນໍາພັກ-ລັດຂອງລາວ ພ້ອມທັງອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງທະນົງແກ່ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ຂ່າວ: ກະຊວງຕ່າງປະເທດ

ພາບ: ອ່າຍຄຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version