Home ຂ່າວດ່ວນ ກົມຕໍາຫລວດຈະລາຈອນ ເຂັ້ມງວດ ຈັດກຳລັງສະກັດກັ້ນ ອຸບັດເຫດ ໄລຍະບຸນປີໃໝ່ລາວ

ກົມຕໍາຫລວດຈະລາຈອນ ເຂັ້ມງວດ ຈັດກຳລັງສະກັດກັ້ນ ອຸບັດເຫດ ໄລຍະບຸນປີໃໝ່ລາວ

0

ເພື່ອສະກັດກັ້ນອຸບັດເຫດ ທີ່ອາດຈະເກີດຂຶ້ນ ໃນໄລຍະການສະເຫລີມສະຫລອງ ສົ່ງທ້າຍປີເກົ່າ ພ.ສ 2565 ແລະ ຕ້ອນຮັບປີໃໝ່ລາວ ພ.ສ 2566, ກົມຕໍາຫລວດຈະລາຈອນ ຈະວາງກຳລັງຢ່າງເຂັ້ມງວດ ເພື່ອຫລຸດຜ່ອນອັດຕາການເກີດອຸບັດເຫດຕາມທ້ອງຖະໜົນ ໃຫ້ຫລຸດລົງ ເປັນຕົ້ນ ຈະແຕ່ງຕັ້ງຈຸປະຈຳການ ເພື່ອເກັບກຳສະພາບໃນຂອບເຂດທົ່ວປະເທດ, ແຕ່ງຕັ້ງຈຸອອກກວດກາທາດເຫລົ້າ ແລະ ຄວາມໄວຢູ່ທ້ອງຖິ່ນ, ຕາມເສັ້ນທາງ 13 ເໜືອ ແຕ່ສາມແຍກສີເກີດ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ຫາເມືອງໂພນໂຮງ ແຂວງວຽງຈັນ ແລະ ເສັ້ນ ທາງ 13 ໃຕ້ ແຕ່ເມືອງທ່າພະບາດ ແຂວງບໍລິຄຳໄຊ ຫາ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ.

ທ່ານ ພັນເອກ ຄຳເຫລັກ ໄຊຍະສິດ ຮອງຫົວໜ້າກົມຕຳຫລວດຈະລາຈອນ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 10 ເມສາ 2023 ນີ້ວ່າ: ເພື່ອເຮັດໃຫ້ການສະເຫລີມສະຫລອງບຸນປີ ໃໝ່ລາວ ພ.ສ 2566 ມີຄວາມສະຫງົບ, ປອດໄພ, ປາສະຈາກອຸບັດເຫດຕາມທ້ອງຖະໜົນ ທີ່ອາດຈະກໍ່ໃຫ້ເກີດຜົນເສຍຫາຍທາງດ້ານຊີວິດ ແລະ ຊັບສິນ ຂອງປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ, ກົມຕຳຫລວດຈະລາຈອນ ຈຶ່ງໄດ້ອອກແຈ້ງການ ເຖິງພໍ່ແມ່ປະຊາຊົນ, ພົນລະເມືອງ, ພະນັກງານ ທະຫານ -ຕຳຫລວດ ແລະ ຜູ້ໃຊ້ລົດ-ໃຊ້ຖະໜົນ ໃນຂອບເຂດທົ່ວປະເທດ ຕ້ອງເຄົາລົບ ແລະ ປະຕິບັດກົດລະບຽບຈະລາຈອນທາງບົກຢ່າງເຂັ້ມງວດ ເພື່ອຄວາມປອດໄພໃນການສັນຈອນ. ພ້ອມນີ້, ຍັງໄດ້ອອກຄໍາແນະນຳວ່າດ້ວຍການເພີ່ມທະວີວຽກງານປ້ອງກັນ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍ ໃນການສັນຈອນ. ພ້ອມທັງ ໃຫ້ກຳລັງຕຳຫລວດຈະລາຈອນ ປກສ ແຂວງ, ນະຄອນຫລວງ ໃນຂອບເຂດທົ່ວປະເທດ, ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານປ້ອງກັນຢ່າງເຂັ້ມງວດ.

ທ່ານ ພັນເອກ ຄຳເຫລັກ ໄຊຍະສິດ ຍັງໃຫ້ຮູ້ອີກວ່າ: ສຳລັບ ສະພາບການເກີດອຸບັດເຫດ ໃນໄລຍະການສະເຫລີມສະຫລອງປີໃໝ່ລາວ ພສ.2565 ທີ່ຜ່ານມາ, ທົ່ວປະເທດ ມີອຸບັດເຫດ ທາງຖະໜົນເກີດຂຶ້ນທັງໝົດ 312 ກໍລະນີ, ມີພາຫະນະເປ່ເພ ຈຳນວນ 545 ຄັນ, ຄົນໄດ້ຮັບບາດເຈັບ 552 ຄົນ ແລະ ເສຍຊີວິດຈຳນວນ 35 ຄົນ, ຍິງ 5 ຄົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version