Home ຂ່າວຕ່າງປະເທດ ຫຼາຍປະເທດປະກາດຈະຫຼຸດປະລິມານການຜະລິດນໍ້າມັນເຊື້ອໄຟ

ຫຼາຍປະເທດປະກາດຈະຫຼຸດປະລິມານການຜະລິດນໍ້າມັນເຊື້ອໄຟ

0

ຂ່າວສານຊີອາໄອລາຍງານ ເມື່ອບໍ່ດົນຜ່ານມາ, ຫຼາຍປະເທດຜະລິດນ້ຳມັນເຊື້ອໄຟໄດ້ປະກາດວ່າ ຈະຫຼຸດປະລິມານການຜະລິດນໍ້າມັນເຊື້ອໄຟເລີ່ມແຕ່ເດືອນພຶດສະພາເຖິງທ້າຍປີ 2023 ດ້ວຍຄວາມສະໝັກໃຈ. ອາຣັບບີ ຊາອຸດິດ ປະກາດຈະຫຼຸດປະລິມານການຜະລິດນໍ້າມັນເຊື້ອໄຟຈໍານວນ 500.000 ບາເຣນຕໍ່ວັນ ເລີ່ມແຕ່ເດືອນພຶດສະພາເຖິງທ້າຍປີ 2023 ດ້ວຍຄວາມສະໝັກໃຈ; ຂະນະທີ່ສະຫະລັດອາຣັບເອມີເຣດ ປະກາດຈະຫຼຸດ 144.000 ບາເຣນຕໍ່ມື້; ກູເວດ ປະກາດຈະຫຼຸດ 128.000 ບາເຣນຕໍ່ມື້; ອີຣັກ ປະກາດຈະຫຼຸດ 211.000 ບາເຣນຕໍ່ມື້; ອານເຊຣີ ປະກາດຈະຫຼຸດ 48.000 ບາເຣນຕໍ່ມື້; ກາຊັກສະຖານ ປະກາດຈະຫຼຸດ 78.000 ບາເຣນຕໍ່ມື້ ແລະ ໂອມານ ປະກາດຈະຫຼຸດ 40.000 ບາເຣນຕໍ່ມື້.

ນອກຈາກນີ້, ທ່ານ ອາເລັກຊານເດີ ໂນວັກ ຮອງນາຍົກລັດຖະມົນຕີຣັດເຊຍ ໄດ້ແຈ້ງໃຫ້ຮູ້ວ່າ: ຣັດເຊຍຈະແກ່ຍາວເວລາການປະຕິບັດມາດຕະການຫຼຸດປະລິມານການຜະລິດນໍ້າມັນເຊື້ອໄຟຈໍານວນ 500.000 ບາເຣນຕໍ່ມື້ ຈົນເຖິງທ້າຍປີ 2023 ດ້ວຍຄວາມສະໝັກໃຈ ໂດຍອີງຕາມລະດັບການຂຸດຄົ້ນໂດຍສະເລ່ຍຂອງເດືອນກຸມພາປີນີ້. ກ່ອນໜ້ານີ້, ທ່ານ ອາເລັກຊານເດີ ໂນວັກ ເຄີຍກ່າວວ່າ: ຣັດເຊຍຈະຫຼຸດປະລິມານການຜະລິດນໍ້າມັນເຊື້ອໄຟຈໍານວນ 500.000 ບາເຣນຕໍ່ມື້ ເລີ່ມແຕ່ຕົ້ນເດືອນມີນາເຖິງທ້າຍເດືອນມິຖຸນາປີ 2023 ດ້ວຍຄວາມສະໝັກໃຈ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version