Home ຂ່າວຕ່າງປະເທດ ADB ຄາດຄະເນ ການເຕີບໂຕເສດຖະກິດຂອງກຸ່ມເສດຖະກິດທີ່ພວມພັດທະນາຢູ່ອາຊີ

ADB ຄາດຄະເນ ການເຕີບໂຕເສດຖະກິດຂອງກຸ່ມເສດຖະກິດທີ່ພວມພັດທະນາຢູ່ອາຊີ

0

ຂ່າວສານຊີອາໄອລາຍງານ ເມື່ອວັນທີ 4 ເມສາ ຜ່ານມາ, ທະນາຄານພັດທະນາອາຊີ (ADB) ໄດ້ເຜີຍແຜ່ບົດລາຍງານພາຍໃຕ້ຫົວຂໍ້ “ແນມເບິ່ງການພັດທະນາຂອງອາຊີໃນປີ 2023” ໂດຍຄາດຄະເນວ່າ ເປົ້າໝາຍການເຕີບໂຕທາງດ້ານເສດຖະກິດຂອງກຸ່ມເສດຖະກິດທີ່ພວມພັດທະນາຢູ່ອາຊີໃນປີ 2023 ແລະ 2024 ແມ່ນ 4,8% ຊຶ່ງເພີ່ມຂຶ້ນຫຼາຍເມື່ອທຽບໃສ່ລະດັບ 4,2% ຂອງປີ 2022. ໃນນັ້ນ, ເປົ້າ ໝາຍການເຕີບໂຕດ້ານເສດຖະກິດຂອງພາກພື້ນອາຊີຕາເວັນອອກສຽງໃຕ້ແມ່ນ 4,7% ໃນປີ 2023 ແລະ ຈະເຕີບໂຕ 5% ໃນປີ 2024.

ເນື້ອໃນບົດລາຍງານຂອງທະນາຄານພັດທະນາອາຊີລະບຸວ່າ ອັດຕາເງິນເຟີ້ໂດຍລວມຢູ່ພາກພື້ນອາຊີຈະຫຼຸດລົງຮອດລະດັບກ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍຄາດວ່າ ອັດຕາເງິນເຟີ້ ຂອງກຸ່ມເສດຖະກິດທີ່ພວມພັດທະນາຢູ່ອາຊີໃນປີ 2023 ແມ່ນ 4,2% ແລະ ປີ 2024 ແມ່ນ 3,3%. ເນື້ອໃນຂອງບົດລາຍງານດັ່ງກ່າວລະບຸຕື່ມວ່າ ສາເຫດຕົ້ນຕໍທີ່ຊຸກຍູ້ໃຫ້ເສດຖະກິດຟື້ນຕົວຄືນຢ່າງແຂງແຮງໃນປີ 2023 ແລະ 2024 ເນື່ອງຈາກການທ່ອງທ່ຽວຢູ່ບາງເຂດແຄ້ວນໄດ້ຟື້ນຟູຄືນໃໝ່, ຄວາມຕ້ອງການດ້ານການໂອນເງິນແມ່ນເພີ່ມຂຶ້ນຢ່າງແຂງແຮງ, ການເປີດປະຕູຂອງຈີນຈະຊຸກຍູ້ໃຫ້ການທ່ອງທ່ຽວ ແລະ ການຄ້າພັດທະນາດີຂຶ້ນຕື່ມອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version