Home ບຸນປະເພນີ ບຸນປີໃໝ່ລາວ ແມ່ນຮີດຄອງປະເພນີອັນດີງາມຂອງຊາວພຸດ

ບຸນປີໃໝ່ລາວ ແມ່ນຮີດຄອງປະເພນີອັນດີງາມຂອງຊາວພຸດ

0

ເມື່ອກ້າວເຂົ້າສູ່ເດືອນເມສາ ຈະໄດ້ຍິນສຽງຈັກຈັ່ນ, ແມງອີສົ່ງສຽງຮ້ອງ ແລະ ດອກຈຳປາ, ດອກຄູນດອກຈິກ, ດອກຮັງ, ດອກຈານເບັ່ງບານ ເປັນສິ່ງເຕືອນໃຫ້ຮູ້ວ່າ: ບຸນປີໃໝ່ລາວ ຫຼື ບຸນກຸດສົງການໃກ້ຈະມາເຖິງແລ້ວ ຊຶ່ງງານບຸນດັ່ງກ່າວຖືເປັນປາງໃຫຍ່ປະຈຳຊາດ, ປະຈຳປີທີ່ມີຄວາມໝາຍ-ຄວາມສຳຄັນ, ເປັນຮີດຄອງປະເພນີອັນດີງາມຂອງຊາວພຸດ ທີ່ເຄີຍປະຕິບັດສືບທອດກັນມາແຕ່ບູນຮານຈົນຮອດປັດຈຸບັນ ຊຶ່ງນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ. ການສະເຫຼີມສະຫຼອງປີໃໝ່ລາວໄດ້ກຳນົດເປັນເວລາ 3 ວັນ ຄືທຸກໆປີ, ປີນີ້ແມ່ນກົງກັບວັນທີ 14-15-16 ເດືອນເມສາ 2023 (ມື້ແຮມ 9 ຄໍ່າ, 10 ຄໍ່າ ແລະ 11 ຄໍ່າ ເດືອນ 5 ພ.ສ 2566 ລາວ ຄ.ສ 2023) ນັ້ນເອງ.

ເນື່ອງໃນໂອກາດປີໃໝ່ລາວ ພ.ສ 2566 ຫຼື ປີໃໝ່ກຸດສົງການໃກ້ມາເຖິງນີ້ ພະອາຈານ ສິງໄຊ ທຳມະວົງ (ອະຣິຍະໂພທິ) ຄະນະກຳມາທິການ ການຕ່າງປະເທດ ສູນກາງອົງການພຸດທະສາສະໜາສຳພັນລາວ (ອພສ) ທັງເປັນເຈົ້າອະທິການວັດໂພນທອງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນໄດ້ໃຫ້ສຳພາດຕໍ່ນັກຂ່າວ ປະຊາຊົນກ່ຽວກັບຄວາມໝາຍ-ຄວາມສຳຄັນວັນບຸນປີໃໝ່ລາວວ່າ: ງານບຸນກຸດສົງການ ຫຼື ບຸນປີໃໝ່ລາວເປັນບຸນໃນຮີດ 12 ຂອງລາວເຮົາ, ທັງເປັນມໍລະດົກຈາກບັນພະບູຣຸດໄດ້ປະໄວ້ໃຫ້ຄົນລາວໄດ້ປະຕິບັດສືບທອດກັນມາແຕ່ສະໄໝບູນຮານຈົນເຖິງປັດຈຸບັນ ແລະ ໄດ້ກາຍເປັນວັດທະນະທຳອັນເອກອ້າງໃຫ້ຊາວຕ່າງຊາດຢາກມາທ່ຽວປະເທດລາວ ໃນໄລຍະເດືອນເມສາຂອງງານບຸນປີໃໝ່ລາວໃນທຸກໆປີ. ດັ່ງນັ້ນ, ງານບຸນປີ ໃໝ່ລາວຈຶ່ງເປັນອີກງານບຸນໜຶ່ງທີ່ມີຄວາມສຳຄັນຫຼາຍຕໍ່ຄົນລາວເຮົາ ໂດຍສະເພາະແມ່ນຊາວພຸດລາວເນື່ອງຈາກວ່າບຸນປີໃໝ່ລາວນີ້ຖືເປັນໂອກາດທີ່ດີຂອງຄົນລາວ ທີ່ຈະໄດ້ທຳການສົມມາຄາລະວະບັນພະບູຣຸດ, ຜູ້ທີ່ມີຄຸນຕໍ່ປະເທດຊາດ, ບ້ານເມືອງ ເວົ້າລວມ, ເວົ້າສະເພາະແມ່ນຄົນລາວທຸກຄົນຈະມີໂອກາດກັບໄປຫາຄອບຄົວ, ມີເວລາຢູ່ກັບຄອບຄົວ ແລະ ຖືໂອກາດສົມມາຄາລະວະຜູ້ເຖົ້າ, ຜູ້ແກ່, ພໍ່-ແມ່ເພື່ອສະແດງອອກເຖິງຄວາມຮູ້ບຸນຄຸນ, ກະຕັນຍູກະຕະເວທີ, ເປັນລູກທີ່ດີຂອງພໍ່-ແມ່ອັນເປັນເຫດໃຫ້ພໍ່-ແມ່ສຸກກາຍໃຈ, ອີ່ມໃຈ. ນອກຈາກນັ້ນຍັງເປັນໂອກາດດີທີ່ຊາວພຸດຈະໄດ້ໄປເຮັດບຸນສິນກິນທານເຊັ່ນ: ການເຮັດບຸນສັນເພນຢູ່ເຮືອນ, ການໄປໃສ່ບາດຢູ່ວັດ ຫຼື ໜ້າເຮືອນຂອງຕົນ, ການໄປໄຫວ້ພະສູດມົນຍາມແລງ, ການໄປຫົດສົງພະພຸດທະຮູບຕາມວັດຕ່າງໆ, ການໄປສົມມາຄາລະວະຂໍພອນນຳຄູບາ-ອາຈານຜູ້ເປັນພະມະຫາເຖລະ, ພະອະນຸເຖລະ ແລະ ສາມະເນນຜູ້ຢູ່ໃນສິນ ໃນທໍາເພື່ອເປັນການເລີ່ມຕົ້ນປີໃໝ່ທີ່ດີ ແລະ ເພື່ອເປີດໂຊກ-ຮັບໄຊ, ເສີມປາລະມີອັນພາໃຫ້ຈະເລີນຍິ່ງໆຂຶ້ນໄປໃນການດຳລົງຊີວິດ, ໃນການເຮັດທຸລະກິດ, ໜ້າທີ່ການງານ ແລະ ຈະເລີນສົມບູນ, ມີສຸກໃນຊີວິດຄູ່, ຄອບຄົວຕະຫຼອດປີ ແລະ ຕະຫຼອດໄປ.

ພະອາຈານ ສິງໄຊ ທຳມະວົງ ກ່າວຕື່ມວ່າ: ສຳລັບງານບຸນປີໃໝ່ລາວໃນປີນີ້ ທາງວັດໂພສີ ສົມພອນໄຊຍາລາມ (ວັດໂພນທອງ) ຈະໄດ້ມີຫຼາຍກິດຈະກຳທາງສາສະໜາຄື: ມີການສົມມາຄະລະວະຄູບາອາຈານ ພະສົງສາມະເນນພາຍໃນວັດ ຊຶ່ງໃນຕອນເຊົ້າຂອງວັນທີ 13, 14 ເມສາ ຄະນະພະສົງ, ສາມະເນນພ້ອມດ້ວຍພໍ່ອອກ-ແມ່ອອກຊາວພຸດຈະໄດ້ອັນເຊີນພະພຸດທະຮູບລົງຫົດສົງ ເພື່ອໃຫ້ພໍ່ອອກ-ແມ່ອອກຈາກບ້ານຕ່າງໆມາທ່ຽວຊົມຫົດສົງພະພຸດທະຮູບເລີ່ມແຕ່ວັນທີ 14-15-16 ເດືອນເມສາ 2023. ນອກນັ້ນ, ທາງວັດ ຍັງມີກິດຈະກຳອັັນເປັນບຸນໃຫຍ່ຄື: ປະເພນີຕົບພະທາດເຈດີຊາຍໃນວັນຈັນວັນທີ 17 ເມສາ 2023 ເລີ່ມແຕ່ເວລາ 15:00 ໂມງເປັນຕົ້ນໄປ.

ພະອາຈານຍັງຝາກເຖິງພໍ່ອອກ-ແມ່ອອກຊາວພຸດ ຈົ່ງພ້ອມກັນຫຼິ້ນບຸນປີໃໝ່ລາວດ້ວຍຄວາມບໍ່ປະ ໝາດຄື:1. ບໍ່ປະໝາດໃນອາຍຸຄື: ບໍ່ໃຫ້ຄິດວ່າຕົນເອງອາຍຸຍັງນ້ອຍຢູ່ບໍ່ຟ້າວເຮັດບຸນກໍໄດ້, ບໍ່ຕ້ອງສົນນໍາການທໍາຄວາມດີ, ຫຼິ້ນກິນດື່ມໃຫ້ເຕັມທີ່ ເລື່ອງບຸນສິນກິນທານເຖົ້າໄປຈຶ່ງເຮັດກໍໄດ້; 2. ບໍ່ປະໝາດໃນການດໍາລົງຊີວິດຄື: ຕ້ອງໃຊ້ຊີວິດຢ່າງມີສະຕິ (ສະຕິແປວ່າ: ຄວາມລະນຶກໝາຍເຖິງໃຫ້ມີຄວາມຕື່ນຕົວເພື່ອດຶງຈິດໃຈຂອງຕົນໃຫ້ດຳເນີນຊີວິດໄປໃນທາງທີ່ຖືກຕ້ອງ, ດີງາມ, ເປັນປະໂຫຍດ ແລະ ບໍ່ປ່ອຍໃຫ້ຈິດໄລ່ໄປຕາມຄວາມຊົ່ວ ແລະ ສິ່ງທັງຫຼາຍທີ່ເປັນໂທດອັນເປັນເຫດໃຫ້ເກີດຄວາມເສື່ອມເສຍຕໍ່ປະເທດຊາດ, ສັງຄົມ, ຄອບ ຄົວ ແລະ ຕົວເອງ; 3. ບໍ່ປະໝາດໃນຄຸນບິດາມານດາ (ຄຸນພໍ່ ຄຸນແມ່): ຕ້ອງເປັນລູກທີ່ກະຕັນຍູກະຕະເວທີຕໍ່ພໍ່-ແມ່ ໝາຍເຖິງຕ້ອງຮູ້ສຳນຶກໃນໃຈສະເໝີວ່າພໍ່-ແມ່ຄືບຸກຄົນຜູ້ມີພະຄຸນອັນສູງສົ່ງ. ສະນັ້ນຕ້ອງຖືເພິ່ນທັງສອງສຳຄັນລະນຶກຢູ່ໃນໃຈຕະຫຼອດເວລາ ແລະ ເອົາຄຳສອນຂອງເພິ່ນເປັນສິ່ງເຕືອນຕິດສະກິດໃຈໃຫ້ຕົນເອງເຮັດດີຢູ່ສະເໝີ ແລະ ນຳເອົາຄຳສອນເຫຼົ່ານັ້ນມາປະຕິດບັດໃຫ້ເກີດດອກອອກຜົນ ພ້ອມທັງນຳຜົນທີ່ໄດ້ໄປຕອບແທນເພິ່ນທັງສອງດ້ວຍການອຸປະຖາກໃຫ້ເພິ່ນມີຢູ່, ມີກິນລ້ຽງກາຍຄື: ເອົາອາຫານການກິນ, ສິ່ງຂອງເຄື່ຶອງໃຊ້ໃຫ້ເພິ່ນໃຊ້ຕາມອັດຕະພາບ ແລະ ລ້ຽງໃຈຄື: ດຶງເພິ່ນໃຫ້ເຂົ້າຫາສິນທໍາ ຮູ້ບາບບຸນຄຸນໂທດຍິ່ງໆຂຶ້ນໄປເຊັ່ນ: ໃຫ້ລະຄວາມຕະນີ່ດ້ວຍການໃຫ້ທານເປັນຕົ້ນ; 4. ບໍ່ປະໝາດໃນຄຸນຂອງພະສົງສາມະເນນກໍຄືພະພຸດທະສາສະໜາ: ຕ້ອງໝັ່ນສຶກສາພະທໍາຄໍາສອນຂອງພະພຸດທະເຈົ້າ, ເຄົາລົບນອບນ້ອມພະສົງສາມະເນນ, ໃຫ້ທານ, ຮັກສາສິນ ແລະ ພາວະນາເປັນບາງເວລາຕາມໂອກາດທີ່ມີເຊັ່ນ: ລົງວັດທຳບຸນໃນວັນສິນ ຫຼື ໃນງານບຸນປະເພນີຕ່າງໆ ໂດຍສະເພາະແມ່ນມື້ວັນບຸນປີໃໝ່ລາວນີ້ໃຫ້ເຂົ້າວັດຫົດສົງພະພຸດທະຮູບ, ໃຫ້ທານຮ່ວມສ້າງວັດວາອາຮາມອື່ນໆ ແລະ ອວຍພອນໃຫ້ພໍ່ອອກ-ແມ່ອອກ ກໍຄືຊາວພຸດທຸກທົ່ວໜ້າ ຈົ່ງພາກັນຢູ່ດີ, ມີສຸກ, ຢູ່ເຢັນ, ເປັນສຸກ, ຮັ່ງມີ, ສີສຸກ ແລະ ຈະເລີນພູນສຸກດ້ວຍອາຍຸວັນນະ ສຸຂະພະລະ ທຸລະກິດການງານໂຊກຮັ່ງ, ໂຊກມີ, ສຸກກາຍ, ສຸກໃຈຕະຫຼອດປີ ແລະ ຕະຫຼອດໄປ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version