Home ຂ່າວໜ້າໜຶ່ງ ກອງປະຊຸມສຸດຍອດ ຄະນະກຳມະການແມ່ນ້ຳຂອງສາກົນຄັ້ງທີ 4 ຮັບຮອງເອົາຖະແຫຼງການວຽງຈັນ

ກອງປະຊຸມສຸດຍອດ ຄະນະກຳມະການແມ່ນ້ຳຂອງສາກົນຄັ້ງທີ 4 ຮັບຮອງເອົາຖະແຫຼງການວຽງຈັນ

0

ພາຍຫຼັງສໍາເລັດການດຳເນີນກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ (MRC) ຄັ້ງທີ 4 ທີ່ ສປປ ລາວ ເປັນເຈົ້າພາບ ໃນວັນທີ 5 ເມສາ ນີ້ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຖະແຫຼງຂ່າວ ກ່ຽວກັບຜົນສຳເລັດຂອງກອງປະຊຸມດັ່ງກ່າວວ່າ: ກອງປະຊຸມສຸດຍອດ ຄະນະກຳມາທິການແມ່ນໍ້າຂອງສາກົນ ແມ່ນໄດ້ຈັດຂຶ້ນທຸກໆ 4 ປີ ໂດຍແມ່ນການນໍາຂັ້ນສູງຂອງປະເທດສະມາຊິກ ຄະນະກໍາມາທິການແມ່ນໍ້າຂອງສາກົນ ເຂົ້າຮ່ວມເພື່ອສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານການຮ່ວມມືໃນການພັດທະນາ ແລະ ຄຸ້ມຄອງອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ ແລະ ຮັບຮອງເອົາແຜນການຮ່ວມມື ໃນແຕ່ລະໄລຍະ. ກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທໍາອິດ ແມ່ນໄດ້ຈັດຂຶ້ນທີ່ຫົວຫີນ ຣາຊະອານາຈັກໄທ ໃນປີ 2010; ຄັ້ງທີ 2 ທີ່ນະຄອນໂຮຈິມິນ ສສ ຫວຽດນາມ ໃນປີ 2014 ແລະ ຄັ້ງທີ 3 ທີ່ສຽມຣຽບ ປະເທດກໍາປູເຈຍ ໃນປີ 2018. ກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4 ນີ້ ແມ່ນຈັດຂຶ້ນພາຍໃຕ້ຫົວຂໍ້ “ນະວັດຕະກໍາ ແລະ ການຮ່ວມມື ເພື່ອແມ່ນ້ຳຂອງທີ່ໝັ້ນຄົງ ແລະ ຍືນຍົງ”.

ກອງປະຊຸມສຸດຍອດຄັ້ງນີ້ ໄດ້ເລີ່ມຕົ້ນແຕ່ວັນທີ 2 ເຖິງວັນທີ 5 ເມສາ 2023 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ໂດຍມີ ກອງປະຊຸມສໍາມະນາວິຊາການສາກົນ ແຕ່ວັນທີ 2-3 ເມສາ 2023 ຊຶ່ງມີຜູ້ເຂົ້າຮ່ວມຫຼາຍກວ່າ 600 ຄົນ ຈາກທົ່ວໂລກ ທີ່ສົນໃຈກ່ຽວກັບແມ່ນໍ້າຂອງ, ອັນເປັນເວທີສຳຄັນທີ່ບັນດາຜູ້ເຂົ້າຮ່ວມ ໄດ້ມີໂອກາດແລກປ່ຽນ ແນວຄິດ, ຄວາມຮູ້ແບບປະຍຸກ ທາງດ້ານວິຊາການ ແລະ ປະສົບການຕົວຈິງ ກ່ຽວກັບ ນະວັດຕະກໍາທີ່ກ່ຽວຂ້ອງກັບນໍ້າ ເພື່ອສົ່ງເສີມ ແລະ ຜັນຂະຫຍາຍການຮ່ວມມືໃນຂົງເຂດແມ່ນໍ້າຂອງ. ກອງປະຊຸມຍັງໄດ້ກັ່ນກອງເອົາແນວຄວາມຄິດ ກ່ຽວກັບ ການພັດທະນາ ແລະ ບັນຫາທີ່ສໍາຄັນຕ່າງໆ ໃນການຄຸ້ມຄອງອ່າງແມ່ນໍ້າຂອງ. ໃນວັນທີ 4 ເມສາ 2023, ໄດ້ມີກອງປະຊຸມລັດຖະມົນຕີ ເພື່ອກະກຽມກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4.

ກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນຄັ້ງທີ 4 ໄດ້ຈັດຂຶ້ນໃນວັນທີ 5 ເມສາ 2023 ຊຶ່ງຫົວໜ້າລັດຖະບານ ແລະ ຜູ້ຕາງໜ້າລັດຖະບານ ຈາກປະເທດສະມາຊິກ ໄດ້ຢັ້ງຢືນຄືນເຖິງຄຳໝາຍໝັ້ນທາງການເມືອງອັນສູງສົ່ງຂອງຕົນ ທີ່ມີຕໍ່ສັນຍາແມ່ນໍ້າຂອງປີ 1995 ກໍຄືບົດບາດໜ້າທີ່ຫຼັກຂອງການຮ່ວມມື ເພື່ອພັດທະນານໍ້າ ແລະ ຊັບພະຍາກອນທີ່ກ່ຽວຂ້ອງກັບນໍ້າ ໃນອ່າງແມ່ນໍ້າຂອງຢ່າງຍືນຍົງ ໂດຍໄດ້ມີການຮັບຮອງຖະແຫຼງການວຽງຈັນ.

ຖະແຫຼງການວຽງຈັນດັ່ງກ່າວ ໄດ້ສະແດງໃຫ້ເຫັນຜົນສໍາເລັດ ຂອງຄະນະກຳມາທິການແມ່ນໍ້າຂອງສາກົນ ແລະ ຄວາມຄືບໜ້າການຈັດຕັ້ງປະຕິບັດຖະແຫຼງການສຽມຣຽບ ກໍຄືນັບຕັ້ງແຕ່ກອງປະຊຸມສຸດຍອດ ຄັ້ງທີ 3 ຈົນເຖິງປັດຈຸບັນ, ລວມທັງການຢືນຢັນເຖິງການສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດພັດທະນາອ່າງແມ່ນໍ້າຂອງ ທີ່ອີງໃສ່ຫຼັກການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ ແລະ ບັນດາຍຸດທະສາດ ກໍຄືບົດແນະນໍາ ແລະ ລະບຽບການຕ່າງໆ ທີ່ຄະນະກຳມາທິການແມ່ນ້ຳຂອງສາກົນ ໄດ້ຊ່ວຍຊຸກຍູ້ສົ່ງເສີມໃຫ້ປະເທດສະມາຊິກ ຄະນະກໍາມາທິການແມ່ນໍ້າຂອງສາກົນ ໄດ້ມີໂອກາດປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບການນໍາໃຊ້ນໍ້າພາຍໃນອ່າງ.

ຖະແຫຼງການວຽງຈັນ ຍັງໄດ້ກຳນົດຄວາມຄາດຫວັງໃນການສົ່ງເສີມແຜນດຳເນີນງານການຮ່ວມມືກັນ ເພື່ອສ້າງປະໂຫຍດສູງສຸດ ຈາກການໝູນໃຊ້ນະວັດຕະກຳໃໝ່ ເຂົ້າໃນການພັດທະນາເຄື່ອງມື ແລະ ນະໂຍບາຍ ເພື່ອຮັບມືກັບສິ່ງທ້າທາຍ ແລະ ຄວາມສ່ຽງຕ່າງໆທີ່ອາດຈະເກີດຂຶ້ນຢູ່ໃນອ່າງແມ່ນ້ຳຂອງ. ສະນັ້ນ, ນັບແຕ່ນີ້ເປັນຕົ້ນໄປ ບັນດາປະເທດສະມາຊິກ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈະຕ້ອງໄດ້ຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງຖະແຫຼງການວຽງຈັນ ໃຫ້ປະສົບຜົນສຳເລັດເປັນຢ່າງດີ.

(ຂ່າວ: ສຸກສະຫວັນ, ພາບ: ສໍານານ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version