Home ຂ່າວພາຍໃນ ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ

ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ

0

ການຈັດຕັ້ງປະຕິບັດໂຕເລກ 94 ຄາດໝາຍ ທີ່ໄດ້ຜ່ານການຮັບຮອງ ຈາກກອງປະຊຸມສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຶ່ງໃນປີ 2022 ຜ່ານມາ, ນະຄອນຫຼວງວຽງຈັນສາມາດປະຕິບັດໄດ້ ແລະ ລື່ນຄາດໝາຍ 74 ຄາດໝາຍ, ໃນນັ້ນ 20 ຄາດໝາຍແມ່ນປະຕິບັດບໍ່ໄດ້ຕາມຄາດ.

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ໃຫ້ຮູ້ວ່າ: ປີ 2022 ເສດຖະກິດຂອງນະຄອນຫຼວງວຽງຈັນ ຂະຫຍາຍ ຕົວໃນລະດັບ 4,83% (ແຜນດັດແກ້ 4,36%, ແຜນສູ້ຊົນ 6,5%), ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 62.243,93 ຕື້ກີບ (ແຜນການດັດແກ້ 58.412,26 ຕື້ກີບ, ຄາດໝາຍສູ້ຊົນ 63.076 ຕື້ກີບ,), GDP ສະເລ່ຍຕໍ່ຫົວຄົນ 62,91 ລ້ານກີບ (ມະຕິສະພາດັດແກ້ 60,28 ລ້ານກີບ), ໃນນັ້ນ ຂະແໜງກະສິກໍາ ຂະຫຍາຍຕົວ ເພີ່ມຂຶ້ນ 3,91%, ກວມເອົາ 13,77% ຂອງ GDP, ຂະແໜງອຸດສາຫະກໍາ ຂະຫຍາຍຕົວ ເພີ່ມຂຶ້ນ 6,54%, ກວມເອົາ 49,05% ຂອງ GDP, ຂະແໜງການບໍລິການຂະຫຍາຍຕົວ ເພີ່ມຂຶ້ນ 2,52%, ກວມເອົາ 36,36% ຂອງ GDP.

ທ່ານໃຫ້ຮູ້ຕື່ມວ່າ: ສຳລັບການເກັບລາຍຮັບງົບປະມານສາມາດຈັດເກັບລາຍຮັບໄດ້ທັງໝົດ 5.610,32 ຕື້ກີບ, ເທົ່າກັບ 100,25%, ຂອງ ແຜນການປີ 2022 (ມະຕິສະພາ 5.596,26 ຕື້ກີບ) ທຽບໃສ່ປີ 2021 ເພີ່ມຂຶ້ນ 20,85% ຫຼື ເທົ່າກັບ 967,82 ຕື້ກີບ, ໃນນັ້ນ ລາຍຮັບທີ່ສູນກາງປະຕິບັດຢູ່ ນະຄອນຫຼວງວຽງຈັນ ປະຕິບັດໄດ້ 3.831,34 ຕື້ກີບ, ເທົ່າກັບ 93,45%, ຂອງແຜນການ ປີ 2022 (ມະຕິສະພາ 4.100 ຕື້ກີບ) ທຽບໃສປີຜ່ານມາ ເພີ່ມຂຶ້ນ 25,24% ຫຼື ເທົ່າກັບ 772,23 ຕື້ກີບ, ລາຍຮັບຂອງ ນະຄອນຫຼວງວຽງຈັນ ປະຕິບັດໄດ້ 1.778,98 ຕື້ກີບ, ລື່ນແຜນ 18,89% ຂອງແຜນການດັດແກ້ປີ 2022 (ມະຕິສະພາ 1.496,26 ຕື້ກີບ) ທຽບໃສປີຜ່ານມາ ເພີ່ມຂຶ້ນ 12,34% ເທົ່າກັບ 195,56 ຕື້ກີບ,ດ້ານລາຍຈ່າຍງົບປະມານ; ປະຕິບັດໄດ້ 817,35 ຕື້ກີບ, ເທົ່າກັບ 99,01% ຂອງແຜນການດັດແກ້ ປີ 2022 (ມະຕິສະພາ 825,54 ຕື້ກີບ) ປະຢັດລາຍຈ່າຍໄດ້ 8,19 ຕື້ກີບ, ດ້ານດຸ່ນດ່ຽງປະຕິບັດໄດ້ 853,73 ຕື້ກີບ, ປະຕິບັດໄດ້ຕາມແຜນດັດແກ້ (ມະຕິສະພາ 850,90 ຕື້ກີບ).

ໃນຂະນະທີ່ການລົງທຶນທົ່ວສັງຄົມ ປະຕິບັດໄດ້ 20.165,68 ຕື້ກີບ, ທຽບໃສ່ແຜນການ (13.300 ຕື້ກີບ), ປະຕິບັດໄດ້ລື່ນຄາດໝາຍ 53%; ອັນພົ້ນເດັ່ນແມ່ນໄດ້ຂຶ້ນບັນຊີໂຄງການລົງທຶນຂອງລັດ ຈໍານວນ 93 ໂຄງການ ເພື່ອກວດກາ ແລະ ສະເໜີຂໍຍົກເລີກໂຄງການ ແລະ ລຶບອອກຈາກບັນຊີລົງທຶນຂອງລັດ, ໃນນີ້ ມີ 3 ໂຄງການ ໄດ້ຖືກຮັບຮອງຈາກ ສະພາປະຊາຊົນ ເພື່ອໃຫ້ຍົກເລີກໂຄງການໃນແຜນ ລົງທຶນຂອງລັດແລ້ວ, ປັດຈຸບັນ ກໍາລັງສະເໜີສະພາປະຊາຊົນ ຍົກເລີກ ອີກ 1 ໂຄງການ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version