Home ຂ່າວພາຍໃນ ເມືອງອາດສະພັງທອງ ປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 62 ປີ.

ເມືອງອາດສະພັງທອງ ປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 62 ປີ.

0

————-000————

ໃນຕອນເຊົ້າຂອງວັນທີ 5 ເມສາ 2023 ນີ້ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 62 ປີ ( 5 ເມສາ 1961 – 5 ເມສາ 2023 ) ຂຶ້ນຢ່າງເປັນທາງການ ຢູ່ທີ່ສະໂມສອນຂອງຫ້ອງວ່າການປົກຄອງເມືອງ ໂດຍການໃຫ້ກຽດເປັນປະທານ ແລະ ປາຖະກະຖາຂອງທ່ານ ບຸນຖັນ ແສງດາລາ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງອາດສະພັງທອງ ເຂົ້າຮ່ວມຮັບຟັງມີບັນດາທ່ານໃນຄະນະປະຈໍາພັກເມືອງ, ກໍາມະການພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ,ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ,ພະນັກງານ,ນາຍບ້ານອ້ອມຂ້າງເມືອງ,ຄູອາຈານ-ນັກຮຽນ ໃນທົ່ວເມືອງເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ໃນທ່າມກາງບັນຍາກາດ ເຊິ່ງທົ່ວພັກ,ທົ່ວລັດ ທີ່ພວມອອກແຮງແຂ່ງຂັນສ້າງຜົນງານ ແລະ ສະເຫຼີມສະຫຼອງ ໃນວັນສຳຄັນດັ່ງກ່າວຢ່າງຄຶກຄື້ນ,ທ່ານ ບຸນຖັນ ແສງດາລາ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງອາດສະພັງທອງ ກໍ່ໄດ້ໃຫ້ກຽດຂຶ້ນປາຖະກະຖາເລົ່າຄືນເຖິງມູນເຊື້ອ ປະຫວັດການກໍາເນີດ ແລະ ຄວາມເປັນມາ ຂອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 62 ປີຜ່ານມາ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ : ຕະຫລອດໄລຍະ 62 ປີຜ່ານມາ ກຳລັງປ້ອງກັນຄວາມສະຫງົບ ໄດ້ປະກອບສ່ວນ ຢ່າງໃຫຍ່ຫຼວງ ເຂົ້າໃນໃນພາລະກິດປົດປ່ອຍຊາດ, ເປັນກຳລັງປະຈັນບານ ຜະເຊີນໜ້າໂດຍກົງ, ເປັນກໍາລັງທີ່ໄວ້ເນື້ອເຊື່ອໃຈ ມີມູນເຊື້ອກໍ່ສ້າງຮາກຖານການເມືອງ ຕິດພັນຢ່າງສະໜິດແໜ້ນກັບປະຊາຊົນລາວບັນດາເຜົ່າ, ເປັນກໍາລັງທີ່ຢູ່ພາຍໃຕ້ການຊີ້ນຳ-ນໍາພາຢ່າງເດັດຂາດ ໂດຍກົງຮອບດ້ານຂອງພັກ ປະຊາຊົນປະຕິວັດລາວ, ເອົາໃຈໃສ່ສະກັດກັ້ນຕ້ານ ກົນອຸບາຍທຳລາຍມ້າງເພແບ່ງແຍກ ແລະ ການຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປ້ອງກັນຜູ້ນຳພັກ-ລັດ ແຂກພາຍໃນ ແລະ ຕ່າງປະເທດ, ປ້ອງກັນໃນວັນສຳຄັນຂອງພັກ-ຂອງຊາດ ໃຫ້ມີຄວາມປອດໄພ, ການກໍາເນີດເກີດຂຶ້ນຂອງກໍາລັງ ປ້ອງກັນຄວາມສະຫງົບ ແມ່ນເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງພາລະກິດປົດປ່ອຍຊາດ ໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ສ້າງສາປະເທດຊາດໃນປັດຈຸບັນ.

ຂ່າວ: ໂຢດນ້ອຍ

#savannakhet#medialaos

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version