Home ຂ່າວພາຍໃນ 62 ປີ ມູນເຊື້ອສະຫງ່າງາມ ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ

62 ປີ ມູນເຊື້ອສະຫງ່າງາມ ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ

0

(ຊົມເຊີຍວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ຄົບຮອບ 62 ປີ)

ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ເປັນກຳລັງປະກອບອາວຸດທີ່ແຫລມຄົມ, ຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນລາວບັນດາເຜົ່າ, ເປັນກຳລັງປະກອບອາວຸດ ວິລະຊົນຂອງຊາດລາວວິລະຊົນ ດ້ວຍເຫດນັ້ນທາດແທ້ ຂອງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ຈຶ່ງແມ່ນກໍາລັງປະກອບອາວຸດ ປະຕິວັດຂອງພັກ ໂດຍແມ່ນພັກປະຊາຊົນ ປະຕິວັດລາວເປັນຜູ້ສ້າງຕັ້ງ, ນຳພາເດັດຂາດ, ໂດຍກົງ ແລະ ຮອບດ້ານ. ເປັນກໍາລັງມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ; ຍາມໃດກໍຮັບໃຊ້ປະຊາຊົນ ຢ່າງບໍ່ມີຂອບເຂດ ແລະ ເງື່ອນໄຂ.

ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ເປັນກຳລັງປະກອບອາວຸດທີ່ແຫລມຄົມ, ຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນລາວບັນດາເຜົ່າ, ເປັນກຳລັງປະກອບອາວຸດ ວິລະຊົນຂອງຊາດລາວວິລະຊົນ ດ້ວຍເຫດນັ້ນທາດແທ້ ຂອງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ຈຶ່ງແມ່ນກໍາລັງປະກອບອາວຸດ ປະຕິ ວັດຂອງພັກ ໂດຍແມ່ນພັກປະຊາຊົນ ປະຕິວັດລາວເປັນຜູ້ສ້າງຕັ້ງ, ນຳພາເດັດຂາດ, ໂດຍກົງ ແລະ ຮອບດ້ານ. ເປັນກໍາລັງມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ; ຍາມໃດກໍຮັບໃຊ້ປະຊາຊົນ ຢ່າງບໍ່ມີຂອບເຂດ ແລະ ເງື່ອນໄຂ. ແມ່ນກໍາລັງປະກອບອາວຸດປະຕິວັດ ທີ່ມີລະບຽບວິໄນເຂັ້ມງວດ, ບໍ່ວ່າເວລາໃດໃນສະຖານະການໃດກໍເດັດດ່ຽວ, ເດັດຂາດຕໍ່ສັດຕູ.

ຕະຫລອດໄລຍະ 62 ປີຜ່ານກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ອຸດົມການສັງຄົມນິຍົມ ແລະ ພຶດຕິກໍາແຫ່ງການຕໍ່ສູ້ກູ້ຊາດອັບຍືດເຍື້ອຍາວນານໄດ້ຢັ້ງຢືນຢ່າງຈະແຈ້ງແລ້ວວ່າ: ກໍາລັງປະກອບອາວຸດ ພວກເຮົາແມ່ນມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນພາຍໃຕ້ການນໍາພາ ແລະ ສຶກສາອົບຮົມຈາກພັກ. ສະນັ້ນ, ຍາມໃດກໍມີຄວາມຈົງຮັກພັກ, ບໍລິສຸດຜຸດຜ່ອງ, ມີລະບຽບແບບແຜນທີ່ຂັ້ມງວດ, ມີຄວາມເດັດດ່ຽວໜຽວແໜ້ນ ພິລະອາດຫານ, ມີນ້ໍາໃຈເສຍສະຫຼະອັນສູງສົ່ງ ເພື່ອຊາດ, ເພື່ອປະຊາຊົນ, ເພື່ອອຸດົມການສັງຄົມນິຍົມ. ມີມູນເຊື້ອລົງຮາກ ຖານປຸກລຸກຂົນຂວາຍ ແລະ ໃກ້ຊິດຕິດແທດກັບປະຊາຊົນ. ໃນພາລະກິດປະຕິວັດປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະກິດປະຕິວັດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນກຳລັງປ້ອງກັນຄວາມສະຫງົບ ໄດ້ຖືສໍາຄັນຕໍ່ວຽກງານ ລົງຮາກຖານປຸກລຸກຂົນຂວາຍ ແລະ ໃກ້ຊິດຕິດແທດ ກັບປະ ຊາຊົນ (ຮ່ວມສຸກ, ຮ່ວມທຸກກັບປະຊາຊົນ) ອັນນີ້ທັງແມ່ນມູນເຊື້ອ ແລະ ທັງແມ່ນໜ້າທີ່ຍຸດທະສາດ ໃນແຕ່ລະໄລຍະຂອງພັກເຮົາ. ມີມູນເຊື້ອສູ້ຮົບພິລະອາດຫານ ແລະ ຕໍ່ສູ້ບໍ່ຍອມຈໍານົນກັບສັດຕູ ແລະ ກຸ່ມຄົນບໍ່ດີ. ພຶດຕິກໍາແຫ່ງການຕໍ່ສູ້ກູ້ຊາດ ຍືດເຍື້ອຍາວນານ, ດຸເດືອດ, ຂ້ຽວຂາດ, ກໍາລັງປ້ອງກັນຄວາມສະຫງົບພວກເຮົາຍາມໃດກໍເດັດດ່ຽວໜຽວແໜ້ນ ມີຄວາມອາດຫານບໍ່ຫວັ່ນໄຫວ ຄອນແຄນຕໍ່ຂໍ້ຫຍຸ້ງຍາກ ແລະ ອຸປະສັກຕ່າງໆ ແລະ ມີໄຫວພິບເພື່ອເອົາຊະນະສັດຕູ ກໍາລັງພວກເຮົາໄດ້ໃຊ້ສິລະປະຍຸດ ຍຸດທະວີທີ່ຍິ່ງສູ້ຮົບ ກໍຍິ່ງເຕີບໃຫຍ່ເຂັ້ມແຂງ, ຍິ່ງສູ້ຮົບກໍຍິ່ງມີໄຊຊະນະ, ສາມາດຕີເອົາຊະນະຈັກກະພັດ ລ່າເມືອງ ຂຶ້ນແບບເກົ່າ ແລະ ແບບໃໝ່ ແລະ ປົດປ່ອຍຊາດມາໄດ້ຢ່າງສົມບູນ.

ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ກໍາລັງປ້ອງກັນຄວາມສະຫງົບພວກເຮົາ ກໍໄດ້ຕັ້ງໜ້າເຮັດວຽກງານ ປ້ອງກັນຄວາມສະຫງົບໄດ້ດີ; ສາມາດທັບມ້າງທຸກກົນອຸບາຍທໍາລາຍມ້າງເພຂອງພວກຈັກກະພັດພາຍນອກ ແລະ ບັນດາອິດທິ ກໍາລັງທີ່ເປັນປໍລະປັກ, ປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ທາງດ້ານສັງຄົມ. ມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການອອກແຮງງານ, ເພີ່ມພູນຜະລິດຜົນ; ປະຢັດມັດທະຍັດ, ເພິ່ງຕົນເອງ-ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ. ກົມກອງຕັ້ງຢູ່ໃສ ກໍເພີ່ມພູນຢູ່ບ່ອນນັ້ນ ເພື່ອຮັບປະກັນໃຫ້ກົມກອງ ມີຄວາມສາມາດກຸ້ມຕົນເອງ ທາງດ້ານສະບຽງອາຫານ, ຮັບປະກັນໃນການສູ້ຮົບ, ເຮັດຫຼ້ອນໜ້າທີ່ເປັນຢ່າງດີ ແລະ ປັບປຸງຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບໃຫ້ດີຂຶ້ນ ເທື່ອລະກ້າວ. ມີມູນເຊື້ອສາມັກຄີ ເປັນເອກະພາບ ພາຍໃນ ແລະ ສາມັກຄີກັບ ປະຊາຊົນບັນດາເຜົ່າຢ່າງແໜ້ນແຟ້ນ. ຍາມໃດກໍຢຶດໝັ້ນຄວາມສາມັກຄີ ເປັນເອກະພາບພາຍໃນ, ປະຕິບັດການພົວພັນລະຫວ່າງ ກຳລັງປະກອບອາວຸດກັບປະຊາຊົນຄືປາກັບນ້ຳ, ສ້າງກ້ອນກຳລັງສາມັກຄີເປັນປຶກແຜ່ນກັບປະຊາຊົນບັນດາເຜົ່າ, ອີງໃສ່ປະຊາຊົນ ແລະ ໄດ້ຮັບການອູ້ມຊູຊ່ວຍເຫຼືອເບິ່ງແຍງລ້ຽງດູ ຈາກປະຊາຊົນບັນດາເຜົ່າ, ເຂົາເຈົ້າບໍ່ພຽງແຕ່ໄດ້ອຸທິດວັດຖຸ ແລະ ຈິດໃຈໃຫ້ກຳລັງພວກເຮົາແຕ່ຍັງໄດ້ຈັດສົ່ງລູກຫຼານຂອງຕົນປະກອບສ່ວນເຂົ້າໃນຖັນແຖວກຳລັງປ້ອງກັນຄວາມສະຫງົບ ແລະ ຊ່ວຍເປັນຫູເປັນຕາໃນການຮັກສາຄວາມສະຫງົບຂອງບ້ານ-ເມືອງ.

ເປັນກຳລັງທີ່ ມີລະບຽບວິໄນ, ມີສະຕິຕໍ່ການຈັດຕັ້ງ ແລະ ປະຕິບັດຄໍາສັ່ງເຂັ້ມງວດ. ຍາມໃດກໍມີສະຕິຕໍ່ການຈັດຕັ້ງ, ປະຕິບັດລະບຽບວິໄນຢ່າງເຂັ້ມງວດ ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ, ຖືລະບຽບວິໄນ ແມ່ນວິນຍານຂອງກໍາລັງປ້ອງກັນຄວາມສະຫງົບ. ມີມູນເຊື້ອພົວພັນຮ່ວມມື ກັບປະເທດເພື່ອນມິດຍຸດທະສາດ ແລະ ສາກົນ. ເລີ່ມແຕ່ຫົວທີ່ ກໍາລັງປ້ອງກັນຄວາມສະຫງົບ ໄດ້ພົວພັນສາມັກຄີຮ່ວມມື ແລະ ຍາດແຍ່ງເອົາການສະໜັບສະໜູນ, ການຊ່ວຍເຫຼືອຂອງບັນດາປະເທດເພື່ອນມິດ ທີ່ກ້າວໜ້າໃນໂລກ, ສາມັກຄີພິເສດກັບກໍາລັງຕໍາຫຼວດ ແລະ ປະຊາຊົນຫວຽດນາມ, ສາມັກຄີ ແລະ ຮ່ວມມືຮອບດ້ານ ກັບກໍາລັງສັນຕິບານ ແລະ ປະຊາຊົນຈີນ, ພົວພັນຮ່ວມມືກັບກໍາລັງຕໍາຫລວດອາຊຽນ ແລະ ສາກົນ.

Medialos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version