Home ຂ່າວດ່ວນ ຄວາມຄືບໜ້າໄຟໄໝ້ລາມປ່າຢູ່ເມືອງສັງທອງ

ຄວາມຄືບໜ້າໄຟໄໝ້ລາມປ່າຢູ່ເມືອງສັງທອງ

0

ສະພາບໄຟໄໝ້ລາມປ່າຢູ່ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ເກີດຂຶ້ນຢ່າງຮຸນແຮງເປັນວົງກວ້າງ ປັດຈຸບັນມີຈຳນວນ 8 ບ້ານ, ດ້ານທີ່ຢູ່ອາໄສ ແລະ ຜົນຜະລິດຍັງບໍ່ທັນໄດ້ຮັບຜົນກະທົບ ຊຶ່ງໄດ້ນໍາໃຊ້ກຳລັງເຂົ້າຕະລຸມບອນດັບມອດໄຟເປັນຈຳນວນຫຼາຍ, ການເຂົ້າດັບມອດໄຟເຫັນວ່າມີຄວາມຫຍຸ້ງຍາກຍ້ອນເປັນສັນພູທີ່ສູງຊັນ.

ທ່ານ ພົງສະຫວັນ ສິລິພັນ ເຈົ້າເມືອງສັງທອງ ໄດ້ລາຍງານໃຫ້ຮູ້ກ່ຽວກັບສະພາບໄຟໄໝ້ລາມປ່າຢູ່ເມືອງສັງທອງ ວ່າ: ມາຮອດປັດຈຸບັນສະພາບໄຟໄໝ້ລາມປ່າຢູ່ເມືອງສັງທອງ ໄດ້ເກີດຂຶ້ນຢູ່ຫຼາຍຈຸດ ຊຶ່ງເລີ່ມມາແຕ່ວັນທີ 20-24 ມີນາເປັນຕົ້ນມາ, ມາຮອດວັນທີ 25 ມີນາເຖິງປັດຈຸບັນຍັງສືບຕໍ່ໄໝ້ລາມປ່າເປັນບໍລິເວນກວ້າງ ຊຶ່ງໄດ້ນໍາໃຊ້ກຳລັງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນພາຍໃນເມືອງ-ທ້ອງຖິ່ນຜັດປ່ຽນກັນຂຶ້ນມອດໄຟເປັນຈຳນວນຫຼາຍ, ມາໃນວັນທີ 27 ມີນາ ໄດ້ເກີດເຫດໄຟໄໝ້ເພີ່ມອີກ 4 ຈຸດ. ດັ່ງນັ້ນການນຳເມືອງຈຶ່ງໄດ້ປະສານສົມທົບກັບການນຳນະຄອນຫຼວງເພື່ອປະສານສົມທົບກັບກະຊວງປ້ອງກັນປະເທດ ຂໍກຳລັງທະຫານມາຊ່ວຍສະໜັບສະໜູນແກ້ໄຂມອດໄຟຢູ່ເມືອງສັງທອງ ຈຳນວນ 200 ຄົນ. ມາຮອດມື້ນີ້ມີກຳລັງເຂົ້າຕະລຸມບອນດັບມອດໄຟຫຼາຍກວ່າ 400 ຄົນ, ການເຂົ້າດັບມອດໄຟເຫັນວ່າມີຄວາມຫຍຸ້ງຍາກ ຍ້ອນພູພະນັງເປັນສັນພູທີ່ສູງຊັນ, ຈຸດຮ້ອນແຮງທີ່ສຸດແຜ່ລາມໃຫຍ່ກວ່າໝູ່ແມ່ນຢູ່ບ້ານເພຍລາດ ຊຶ່ງເປັນເທດສະບານຂອງເມືອງສັງທອງ, ສັງລວມນັບແຕ່ມື້ເກີດເຫດຈົນມາເຖິງປັດຈຸບັນມີຈຳນວນ 8 ບ້ານ, ດ້ານທີ່ຢູ່ອາໄສ, ຜົນຜະລິດຍັງບໍ່ທັນໄດ້ຮັບຜົນກະທົບ ເພາະຈຸດເກີດໄຟໄໝ້ແມ່ນເກີດຢູ່ປ່າຕົ້ນນໍ້າ, ປ່າປ້ອງກັນ, ປ່າສະຫງວນພູພະນັງແຫ່ງຊາດ. ອັນສຳຄັນແມ່ນປະຊາຊົນໄດ້ຮັບຜົນກະທົບດ້ານມົນລະພິດທາງອາກາດເປັນສ່ວນໃຫຍ່.

ທ່ານໃຫ້ຮູ້ອີກວ່າ: ຈຸດພິເສດຂອງເມືອງສັງທອງເປັນເມືອງກະສິກຳ ຍ້ອນການບຸກເບີກເນື້ອທີ່ທຳການຜະລິດຂອງປະຊາຊົນຂາດຄວາມຮັບຜິດຊອບ ລວມທັງການໄປທຳມາຫາກິນຂອງປະຊາຊົນຂາດສະຕິ ແລະ ອື່ນໆ, ອີກດ້ານໜຶ່ງຍ້ອນເສດຖະກິດເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີການປ່ຽນແປງຫຼາຍ ຈຶ່ງເຮັດໃຫ້ ປະຊາຊົນມີຄວາມຕື່ນຕົວ ຢາກໄດ້ຢາກມີໂດຍບໍ່ໄດ້ຄຳນຶງເຖິງຜົນກະທົບດ້ານສິ່ງແວດລ້ອມ. ຜ່ານມາເມືອງສັງທອງເຄີຍເກີດເຫດໄຟໄໝ້ລາມປ່າແຕ່ບໍ່ຮຸນແຮງ. ໃນປີ 2023 ນີ້ເຫັນວ່າເມືອງສັງທອງໄດ້ເກີດໄຟໄໝ້ລາມປ່າຢ່າງຮຸນແຮງເປັນບໍລິເວນກວ້າງຖ້າທຽບໃສ່ປີຜ່ານມາ.

ຂ່າວ: ພູວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version