Home ຂ່າວດ່ວນ ພ້ອມກັນເຝົ້າລະວັງ ຝຸ່ນ PM 2.5 ເພື່ອບໍ່ໃຫ້ກະທົບຕໍ່ສຸຂະພາບ

ພ້ອມກັນເຝົ້າລະວັງ ຝຸ່ນ PM 2.5 ເພື່ອບໍ່ໃຫ້ກະທົບຕໍ່ສຸຂະພາບ

0

ໄລຍະນີ້ ອາກາດຮ້ອນເອົ້າ ການຮັກສາສຸຂະພາບຮ່າງກາຍກໍເປັນໜຶ່ງບັນຫາສຳຄັນບໍ່ວ່າຈະເປັນເລື່ອງອາຫານ ການກິນຢູ່, ການໄປ-ມາ, ໜຶ່ງໃນນັ້ນແມ່ນບັນຫາ ມົນລະພິດທາງອາກາດ ຫຼື ຝຸ່ນ PM 2.5 ທີ່ເກີດມາຈາກສາເຫດຕ່າງໆ ທຸກຄົນຕ້ອງພ້ອມກັນ ເປັນເຈົ້າການເຝົ້າລະວັງ ເພື່ອບໍ່ໃຫ້ມີຜົນຕໍ່ສຸຂະພາບ

ສາທາລະນະສຸກ ລາຍງານໃຫ້ຮູ້ວ່າ: ປັດຈຸບັນ ສະພາບອາກາດຮ້ອນເອົ້າ ພ້ອມນັ້ນກໍ່ໃຫ້ເກີດມີສະພາບໄຟໄໝ້ປ່າ, ມີການຈູດປ່າ ເພື່ອເຮັດການຜະລິດຕາມລະດູການ ແລະ ຜ່ານການຕິດຕາມຈາກຂໍ້ມູນດາວທຽມຍັງພົບຈຸດສະສົມຄວາມຮ້ອນແຜ່ກະຈ່າຍໄປທົ່ວປະເທດ ຈຶ່ງພາໃຫ້ເກີດໝອກຄວັນ, ການວັດແທກຄຸນນະພາບອາກາດໃນເດືອນມັງກອນ – ມີນາ 2023 ເຫັນວ່າຜົນຂອງການວັດແທກ PM 2.5 ຂອງແຕ່ລະສະຖານທີ່ມີຄ່າສະເລ່ຍ ເປັນລາຍເດືອນເກີນມາດຕະຖານ 50 ໄມໂຄຣກຣາມ ຕໍ່ແມັດກ້ອນ ຕໍ່ 24 ຊົ່ວໂມງ (> 50 µg/m3/24h) ຖ້າທຽບກັບ ລະດັບດັດຊະນີຄຸນນະພາບອາກາດ (AQI) ແມ່ນມີຜົນກະທົບຕໍ່ສຸຂະພາບ ແລະ ພົບໄລຍະວິກິດໃນເດືອນມີນານີ້.

ກຸ່ມຄົນ ທີ່ມີຄວາມສ່ຽງຕໍ່ ຝຸ່ນ PM 2.5 ແມ່ນກຸ່ມທີ່ມີຄວາມບອບບາງ ຫຼື ໄດ້ຮັບຄວາມສ່ຽງເນື່ອງຈາກສະພາບຮ່າງກາຍໂດຍສະເພາະ ເດັກແດງ ແລະ ເດັກນ້ອຍ, ແມ່ຍິງຖືພາ, ຜູ້ອາຍຸສູງ, ຜູ້ທີ່ມີພະຍາດທີ່ກ່ຽວຂ້ອງກັບລະບົບທາງເດີນຫາຍໃຈ ແລະ ພະຍາດຊໍ້າເຮື້ອເຊັ່ນ: ພະຍາດຫອບຫືດ, ປອດບວມຊໍ້າເຮື້ອ, ພະຍາດເບົາຫວານ, ຜູ້ທີ່ມີຄວາມສ່ຽງຕໍ່ອາການຫົວໃຈລົ້ມເຫຼວ, ພະຍາດຫົວໃຈຂາດເລືອດ, ກຸ່ມຄົນທີ່ມີຄວາມບອບບາງ ຫຼື ໄດ້ຮັບຄວາມສ່ຽງເນື່ອງຈາກສະພາບການດໍາລົງຊີວິດທີ່ປະເຊີນກັບ PM 2.5 ຫຼາຍ ຫຼື ສໍາຜັດເປັນເວລາດົນ ແລະ ຜູ້ທີ່ຕ້ອງຂັບລົດເປັນເວລາດົນ (ເຊັ່ນ: ຄົນຂັບແທັກຊີ້ ແລະ ອື່ນໆ), ຜູ້ທີ່ເຮັດວຽກກາງແຈ້ງ (ເຊັ່ນ: ຊາວກະຊິກອນ, ພະນັກງານສ້ອມແປງ ບໍາລຸງຮັກສາເສັ້ນທາງ, ຄົນຂັບລົດຕຸກໆ ), ຜູ້ທີ່ບໍ່ສາມາດຊື້ເຄື່ອງກອງອາກາດ ຫຼື ເຂົ້າເຖິງລະບົບກອງອາກາດໄດ້ ແລະ ອື່ນໆ.

ເພື່ອຫຼຸດຜ່ອນຄວາມສ່ຽງກະທົບຕໍ່ສຸຂະພາບຂອງຝຸ່ນດັ່ງກ່າວ ທຸກຄົນຕ້ອງໄດ້ເອົາໃຈໃສ່ ຕໍ່ມາດຕະການໃນການປ້ອງກັນຄື: ຄວນຫຼີກເວັ້ນ, ຈໍາກັດການສໍາຜັດກັບ ຝຸ່ນລະອອງ PM 2.5 ຄວນໃຊ້ຜ້າອັດປາກ-ດັງ N95, ເຄື່ອງປ້ອງກັນແສງແດດ, ໝວກ ແລະ ອື່ນໆ ເມື່ອອອກໄປນອກອາຄານ ຫຼື ກາງແຈ້ງ, ຕ້ອງໃຊ້ເວລາຢູ່ນອກອາຄານ ຫຼື ກາງແຈ້ງໃຫ້ໜ້ອຍທີ່ສຸດເທົ່າທີ່ເຮັດໄດ້ (ສໍາລັບ ຜູ້ທີ່ມີເຮືອນຊານ ຫຼື ທີ່ພັກອາໄສທີ່ຮັບປະກັນໃນການປ້ອງກັນຝຸ່ນ ຫຼື ມີລະບົບກອງອາກາດພາຍໃນເຮືອນ); ຫຼຸດຜ່ອນກິດຈະກໍາອອກກໍາລັງກາຍກາງແຈ້ງ (ເມື່ອປຽບທຽບຜົນກະທົບຂອງຝຸ່ນ PM 2.5 ກັບຜົນປະໂຫຍດຂອງການອອກກໍາລັງກາຍ ຈະເຫັນວ່າຝຸ່ນ PM 2.5 ຊຶ່ງເປັນມົນລະພິດທາງອາກາດ ຈະສ້າງຜົນກະທົບທາງລົບຫຼາຍກວ່າດີ ໃນກໍລະນີທີ່ຝຸ່ນ PM 2.5 ມີຄວາມເຂັ້ມຂຸ້ນສູງປະມານ 100 ໄມໂຄຣກຣາມ ຕໍ່ແມັດກ້ອນ 100 μg/m3, ທຽບເທົ່າກັບ 1.752 ຂອງ AQI ດັດສະນີຊີ້ວັດຄຸນນະພາບອາກາດ); ໃນນັ້ນ, ຄວນດື່ມນ້ຳ ແລະ ເຄື່ອງດື່ມທີ່ມີເກືອແຮ່ທົດແທນໃຫ້ພຽງພໍ ແລະ ສິ່ງທີ່ທຸກຄົນ ສາມາດເຮັດໄດ້ ເພື່ອຫຼຸດຜ່ອນມົນລະພິດທາງອາການ ຄື: ບໍ່ຈູດເຜົາເສດພືດ ຫຼື ສິ່ງເສດເຫຼືອຈາກການກະສິກໍາ (ບໍ່ຈູດໄຮ່, ສວນ ແລະ ອື່ນໆ ); ບໍ່ຈູດຂີ້ເຫຍື້ອ ຫຼື ສິ່ງເສດເຫຼືອທີ່ເຮືອນຂອງທ່ານສ້າງຂຶ້ນ.

ສ່ວນຕາໜ່າງສາທາລະນະສຸກ ແມ່ນຕ້ອງໄດ້ມີການກຽມຄວາມພ້ອມໃນການຕິດຕາມໝວດອາການທາງດ້ານລະບົບຫາຍໃຈ ໂດຍສະເພາະແມ່ນກຸ່ມຄົນທີ່ມີຄວາມສ່ຽງດັ່ງກ່າວນັ້ນ; ໃຫ້ມີການກຽມຄວາມພ້ອມ ທາງດ້ານອຸປະກອນການແພດ ແລະ ຢາທີ່ຈຳເປັນໄວ້ຮອງຮັບເຫດການສຸກເສີນທີ່ອາດຈະເກີດຂຶ້ນ; ປະສານກັບອຳນາດການປົກຄອງທ້ອງຖິ່ນ ເມື່ອພົບມີເຫດການຜິດປົກກະຕິ ເພື່ອພ້ອມກັນມີມາດຕະການປ້ອງກັນແຕ່ຫົວທີ ແນໃສ່ບໍ່ໃຫ້ມີຜົນກະທົບຫຼາຍຂຶ້ນ.

ສະນັ້ນ, ຖ້າທ່ານ ຫຼື ຄົນໃນຄອບຄົວ ຮູ້ສຶກບໍ່ສະບາຍ, ມີອາການຜິດປົກກະຕິ ທາງສຸຂະພາບຮ່າງກາຍ ໃຫ້ໄປພົບແພດໝໍປິ່ນປົວສຸຂະພາບ ໃກ້ບ້ານທ່ານ ໂຮງໝໍເມືອງ, ໂຮງໝໍແຂວງ, ໂຮງໝໍສູນກາງ, ສຸກສາລາ ແລະ ອື່ນໆ ໂດຍດ່ວນເພື່ອຈະໄດ້ກວດເບິ່ງອາການ ກິນຢາຖືກວິທີ ແລະ ປິ່ນປົວໃຫ້ທັນເວລາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version