Home ຂ່າວຕ່າງປະເທດ ອີຕາລີ ພົບກັບໄພແຫ້ງແລ້ງສົ່ງຜົນໃຫ້ການຜະລິດເຂົ້າຫຼຸດລົງ

ອີຕາລີ ພົບກັບໄພແຫ້ງແລ້ງສົ່ງຜົນໃຫ້ການຜະລິດເຂົ້າຫຼຸດລົງ

0

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 27 ມີນາ ຜ່ານມາ, ທ່ານ ໂຣແບໂຕ ມັກນາກີ ອະທິບໍດີອົງການເຂົ້າແຫ່ງຊາດອີຕາລີ ກ່າວວ່າ: ອີຕາລີຈະມີເນື້ອທີ່ປູກເຂົ້າບໍ່ເກີນ 211.000 ເຮັກຕາ ໃນປີ 2023 ຊຶ່ງຖືວ່າມີຂະໜາດນ້ອຍທີ່ສຸດໃນຮອບ 23 ປີ ໂດຍມີການຄາດຄະເນວ່າ ເນື້ອທີ່ຈະຫຼຸດລົງ 7.400 ເຮັກຕາ ຈາກປີ 2022 ແລະ 16.000 ເຮັກຕາ ເມື່ອທຽບກັບປີ 2021.

ທ່ານ ມັກນາກີ ລະບຸວ່າ ສະພາບໃນພາກພື້ນລອມບາດີ ແລະ ປີເຢມອນ ຮ້າຍແຮງໜັກກວ່າປີທີ່ຜ່ານມາ ຊຶ່ງພືດຜົນຖືກທຳລາຍຈາກໄພແຫ້ງແລ້ງ ແລະ ຜົນຜະລິດຫຼຸດລົງ 17% ຈາກປີ 2021. ທ່ານ ອັນເດຣອາ ໂທເຣຕີ ຜູ້ຊ່ຽວຊານດ້ານການກະເສດຈາກສູນວິໄຈຮ່ວມຂອງຄະນະກຳມາທິການເອີຣົບ (EC) ກ່າວວ່າ ລະດັບຄວາມຊຸ່ມໃນດິນຍັງບໍ່ຟື້ນໂຕຈາກໄພແຫ້ງແລ້ງໃນປີທີ່ຜ່ານມາ ແລະ ການສະສົມຂອງຫິມະໃນປັດຈຸບັນເທິງພູແອວ (Alps) ຍັງຕໍ່າກວ່າລະດັບເມື່ອປີ 2022 ອີກດ້ວຍ ເຊັ່ນດຽວກັບບັນດານັກວິທະຍາສາດ ແລະ ກຸ່ມສິ່ງແວດລ້ອມຫຼາຍກຸ່ມທີ່ກ່າວເຕືອນເຖິງການຂາດແຄນນ້ຳຂອງອີຕາລີເມື່ອເດືອນມັງກອນທີ່ຜ່ານມາ ຫຼັງຈາກມີຫິມະຕົກໜ້ອຍກວ່າເກົ່າ. ຂະນະທີ່ ທ່ານ ຈໍເຈຍ ເມໂລນີ ນາຍົກລັດຖະມົນຕີອີຕາລີ ກ່າວວ່າ: ທ່ານກຳລັງເຮັດວຽກຮ່ວມກັບໜ່ວຍງານລະດັບພາກພື້ນ ແລະ ລະດັບເມືອງກ່ຽວກັບແຜນນ້ຳແຫ່ງຊາດ ເພື່ອປັບປຸງໂຄງສ້າງພື້ນຖານດ້ວຍເຕັກໂນໂລຊີໃໝ່ ແລະ ສ້າງຈິດສຳນຶກສາທາລະນະກ່ຽວກັບຄວາມຈຳເປັນໃນການປະຢັດນ້ຳ.

ເຂົ້າເປັນໜຶ່ງໃນພືດທີ່ຕ້ອງການນ້ຳປະລິມານຫຼາຍ ຊຶ່ງການປູກເຂົ້າຕ້ອງໃຊ້ນ້ຳລະຫວ່າງ 3.000-10.000 ລິດ ເພືີ່ອໃຫ້ໄດ້ຜົນຜະລິດ 1 ກິໂລ ທັງນີ້, ປະລິມານນ້ຳທີ່ໃຊ້ຍັງຂຶ້ນຢູ່ກັບສາຍພັນເຂົ້າ ແລະ ເງື່ອນໄຂອື່ນໆດ້ວຍ ເນື່ອງຈາກການປ່ຽນແປງສະພາບອາກາດເຮັດໃຫ້ເກີດໄພແຫ້ງແລ້ງຫຼາຍຄັ້ງ ອີຕາລີຈຶ່ງຊອກຫາວິທີການແກ້ບັນຫາແບບອື່ນ ເພື່ອປົກປ້ອງການຜະລິດເຂົ້າຂອງປະເທດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version