Home ຂ່າວໜ້າໜຶ່ງ ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມີນາ 2023

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມີນາ 2023

0

ໃນຕອນເຊົ້າວັນທີ 28 ມີນາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ລັດຖະບານ ໄດ້ເປີດກອງປະຊຸມສະໄໝສາມັນປະຈຳເດືອນມີນາ 2023 ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມແບບເຊິ່ງໜ້າ; ແລະ ຜູ້ຕາງໜ້າການນໍາ ບັັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນມີນາ ແລະ ທິດທາງແຜນການ ປະຈຳເດືອນເມສາ 2023.

ກອງປະຊຸມຄັ້ງນີ້ ຈະດຳເນີນເປັນເວລາສອງວັນ, ຊຶ່ງມີ 9 ຫົວຂໍ້ສໍາຄັນ ຄື:

ລາຍງານສະພາບພົ້ນເດັ່ນ ໃນເດືອນມີນາ ແລະ ທິດທາງແຜນການ ປະຈຳເດືອນເມສາ 2023 ຂອງລັດຖະບານ ກໍຄືວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ, ສະພາບໄຟໄໝ້ປ່າ ແລະ ບັນຫາມົນລະພິດທາງອາກາດ.

ຮ່າງຍຸດທະສາດ ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຢ່າງໂລ່ງລ່ຽນ ຂອງ ສປປ ລາວ.

ຮ່າງນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ.

ລາຍງານ ກ່ຽວກັບ ການປະເມີນການປະຕິບັດກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ).

ຮ່າງກົດໝາຍ ວ່າດ້ວຍອາກອນທີ່ດິນ ແລະ ສິ່ງປຸກສ້າງ (ສະບັບສ້າງໃໝ່).

ຮ່າງກົດໝາຍ ວ່າດ້ວຍການປົກຄອງ (ສະບັບສ້າງໃໝ່).

ຮ່າງດຳລັດ ວ່າດ້ວຍການໃຫ້ສັນຊາດລາວ ແກ່ບຸກຄົນ ທີ່ລັດຕ້ອງການ (ສະບັບສ້າງໃໝ່).

ຮ່າງດຳລັດ ວ່າດ້ວຍລັດຖະກອນຄູ (ສະບັບປັບປຸງ).

ຮ່າງຍຸດທະສາດ ການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດ ຮອດປີ 2035.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາທ່ານສະມາຊິກລັດຖະບານ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເພື່ອເຮັດໃຫ້ກອງປະຊຸມລັດຖະບານຄັ້ງນີ້ ປະສົບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version