Home ຂ່າວຕ່າງປະເທດ ບໍລິສັດຈີນ-ກູບາ ຮ່ວມກັນກໍ່ສ້າງໂຮງງານປະກອບລົດໄຟຟ້າ

ບໍລິສັດຈີນ-ກູບາ ຮ່ວມກັນກໍ່ສ້າງໂຮງງານປະກອບລົດໄຟຟ້າ

0

ຕາມ​ຂ່າວ​ຈາກ China Media Group (CMG),ວັນ​ທີ24​ມີນາ​ນີ້,ບໍລິສັດ Tianjin Dongxing ຂອງ ສປ ຈີນ ​ແລະ ບໍລິສັດ Minerva ຂອງ​ກູ​ບາ ຮ່ວມ​ກັນ ​ກໍ່ສ້າງ​ໂຮງງານ ປະກອບ ​ລົດ​ໄຟຟ້າ ​ແລະ ສະ​ກູດ​ເຕີ ​ໃນ​ຊື່: “VEDCA” ​ເພື່ອ​ພັດທະນາ​ ລະບົບ ​ຂົນ​ສົ່ງ ພະລັງງານ ​ສະອາດ ຊຶ່ງ​ໂຮງງານ ​ຕັ້ງຢູ່ ​ນະ ຄອນຫລວງ ລາ​ຮາ​ວານ ຂອງ​ກູ​ບາ ​ເພື່ອ​ເພີ່ມ ​ການ​ຜະລິດ ​ລົດ​ໄຟຟ້າ (EV)ການ​ໃຊ້​ ລົດ​ໄຟຟ້າ ພວມ​ກາຍ​ເປັນ ​ເລື້ອງ​ປົກກະຕິ ຕາມ​ທ້ອງ​ຖະໜົນ ​ຂອງ​ກູ​ບາ ຫລັງ​ຈາກ ປະຊາຊົນ ​ກູ​ບາ ສ່ວນ​ໃຫຍ່ ​ຫັນ​ໄປ​ໃຊ້​ ລະບົບ ​ຂົນ​ສົ່ງ ​ໄຟຟ້າ ພາຍຫລັງ ​ຜະ​ເຊີນ​ກັບ​ ລາຄາ ​ນ້ຳມັນ​ແພງ ​ແລະ ​ການ​ຂວ້ຳ​ບາດ ທາງເສດ ຖະກິດ ຂອງ ສ.ອາ​ເມ​ລິ​ກາ. ສຳລັບ​ ໂຮງງານ ​ແຫ່ງ​ນີ້ີ້ ມີ​ຄົນ​ງານ​ ປະມານ 60ຄົນ ມີ​ແຜນ ​ຜະລິດ​ ລົດ​ໄຟຟ້າ 5.000ຄັນ ​ໃນ​ເວລາ 1ປີ ​ແລະ ​ ຊ່ວຍ​ແກ້​ ປັນຫາ ການ​ເດີນທາງ​ ໃຫ້​ກັບ ​ຊາວ​ກູ​ບາ ​ໄດ້​ເປັນ​ຢ່າງ​ດີ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version