Home ຂ່າວຕ່າງປະເທດ ທະນາຄານກາງໃນເອີຣົບ ປະກາດ ກ່ຽວກັບການປັບຂຶ້ນ ອັດຕາດອກເບ້ຍນະໂຍບາຍ

ທະນາຄານກາງໃນເອີຣົບ ປະກາດ ກ່ຽວກັບການປັບຂຶ້ນ ອັດຕາດອກເບ້ຍນະໂຍບາຍ

0

ຕາມ​ຂ່າວ​ຈາກ​ລອນ​ດອນ, ທະນາຄານ​ກາງ ຂອງ​ຫລາຍ​ປະ​ເທດ ​ໃນ​ເອີຣົບ ປະກາດ ກ່ຽວ​ກັບ ການປັບຂຶ້ນ ອັດຕາ​ ດອກ​ເບ້ຍ ນະ​ໂຍບາຍ ​ໃນ​ວັນ​ທີ23 ​ມີນາ​ນີ້ ຫລັງ​ຈາກ ​ທະນາຄານກາງ ສ.ອາ​ເມ​ລິ​ກາ ຫລື​ ເຟດ(Fed)ປະກາດ ​ຂຶ້ນ​ດອກ​ເບ້ຍ 0,25%​. ຂະນະ​ທີ່ ພາກ​ທຸລະ​ກິດ ຂອງທະນາຄານ​ ຂອງ​ໂລກ ຍັງ​ຄົງ​ ວຸ້ນວາຍ.

ດັ່ງນັ້ນ ທະນາຄານກາງ ຂອງອັງກິດ, ສະ​ວິດ ແລະ ນອກ​ແວ ຈະ​ຂຶ້ນ​ດອກ​ເບ້ຍ ​ເຊັ່ນ​ດຽວ​ກັນ ​ໂດຍ​ສະ​ເພາະ ​ທະນາຄານ​ກາງ​ ຂອງ​ສະ​ວິດ ​ຈະ​ປັບເພີ່ມ​ຂຶ້ນ 0.50% ທຽບ​ກັບ​ ການ​ເພີ່ມ​ຂຶ້ນ ຫລ້າ​ສຸດ ​ໃນ​ເດືອນ​ທັນວາ ປີ​ກາຍ​ນີ້ ​ເຮັດ​ໃຫ້​ ດອກ​ເບ້ຍ ​ເງິນ​ກູ້ ​ປັບຂຶ້ນ​ເປັນ 1.0% ​ສ່ວນ ​ທະນາຄານ​ກາງ ​ອັງກິດ​ ​ຈະປັບ​ເພີ່ມ​ຂຶ້ນ 0.25% ຫລັງ​ຈາກ ຕົວ​ເລກ​ ອັດຕາ ​ເງິນ​ເຟີ້ ​ເພີ່ມ​ຂຶ້ນ 10,4% ​ເມື່ອ​ທຽບ​ໃສ່​ ໄລຍະ​ດຽວ​ກັນ ​ຂອງ​ປີ​ກາຍ.ທະນາຄານ​ກາງ ນອດ​ແວ ຈະ​ປັບ​ຂຶ້ນ 0,25% ​ເປັນ3,0% ຫລັງ​ຈາກ ຂຶ້ນ​ມາ​ແລ້ວ ຄັ້ງທີ່5 ຕິດ​ຕໍ່​ກັນ ຈົນ​ເຖິງ ​ເດືອນ​ມັງກອນ ​ປີ​ນີ້./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version