Home ຂ່າວພາຍໃນ ຍົກລະດັບຄວາມຮູ້ວຽກງານກວດກາ ພັກ-ລັດ ໃຫ້ແກ່ພະນັກງານກວດກາທົ່ວແຂວງຄຳມ່ວນ

ຍົກລະດັບຄວາມຮູ້ວຽກງານກວດກາ ພັກ-ລັດ ໃຫ້ແກ່ພະນັກງານກວດກາທົ່ວແຂວງຄຳມ່ວນ

0

ຊຸດອົບຮົມວຽກງານກວດກາທົ່ວແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 20 ມີນາ ຜ່ານມາ ທີ່ຫ້ອງປະຊຸມຄະນະກວດກາພັກແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳສອນ ອ້ວນທະວີ ກໍາມະການປະຈຳພັກແຂວງ ປະທານຄະນະກວດກາພັກ-ປະທານອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງແຂວງຄຳມ່ວນ, ທ່ານ ວັນຄໍາ ໄຊວົງສັກ ຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ, ມີຄະນະກວດກາພັກ-ອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງແຂວງ, ເມືອງ, ຕະຫຼອດຮອດຄະນະກວດກາພະແນກການ-ອົງການ ແລະ ພະນັກງານກວດກາທົ່ວແຂວງເຂົ້າຮ່ວມ.

ຊຸດອົບຮົມຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 10 ວັນ, ນັບແຕ່ວັນທີ 20-31 ມີນາ 2023 ຈຶ່ງຈະສຳເລັດ ຊຶ່ງເອກະສານທີ່ນຳມາເຜີຍແຜ່ຄັ້ງນີ້ປະກອບມີ ແຜນພັດທະນາວຽກງານກວດກາ ປີ 2021-2025, ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາຂອງພັກ, ວຽກງານຕິດຕາມຂອງພັກ, ການກວດກາການຈັດຕັ້ງພັກ-ລັດ ແລະ ສະມາຊິກພັກ ພະນັກງານ-ລັດຖະກອນເມື່ອມີປະກົດການລະເມີດ, ລະບຽບວິໄນຂອງພັກ ແລະ ກວດກາການລົງວິໄນພາຍໃນພັກ, ກວດກາພິສູດໃນວຽກງານກວດກາພັກ, ບາງບັນຫາພື້ນຖານ ກ່ຽວກັບຈິດຕະສາດໃນວຽກງານກວດກາ, ວິທີສ້າງແຜນດຳເນີນການກວດກາ, ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາລັດ, ຄວາມຮູ້ພື້ນຖານກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຄວາມຮູ້ພື້ນຖານກ່ຽວກັບວຽກງານສືບສວນ-ສອບສວນ, ວຽກງານຄົ້ນຄວ້າຄໍາຮ້ອງຟ້ອງ, ຮ້ອງທຸກ ແລະ ຄໍາສະເໜີ, ຄວາມຮູ້ພື້ນຖານ ກ່ຽວກັບວຽກງານຕິດຕາມ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ, ການແກ້ໄຂຜົນຂອງການກວດກາ ແລະ ການຕິດຕາມການຈັດຕັ້ງປະຕິບັດຜົນການກວດກາ, ການສ້າງເອກະສານ, ສໍານວນ ແລະ ສໍາເນົາເອກະສານໃນວຽກງານກວດກາ ແລະ ວຽກກົງຈັກການຈັດຕັ້ງ ແລະ ການບໍາລຸງສ້າງພະນັກງານກວດກາ, ພ້ອມນີ້ ບັນດາຜູ້ເຂົ້າຮ່ວມຍັງຈະໄດ້ມີການແລປປ່ຽນ ປະກອບຄຳຄິດເຫັນ ແລະ ແກ້ໄຂຂໍ້ຂ້ອງໃຈຕ່າງໆ ລະຫວ່າງວິທະຍາກອນ ແລະ ສຳມະນາກອນທັງໝົດ, ທັງນີ້ກໍເພື່ອແນໃສ່ຍົກລະດັບຄວາມຮູ້ໃຫ້ພະນັກງານກວດກາໃຫ້ສູງຂຶ້ນອີກກ້າວໜຶ່ງ ໂດຍສະເພາະຄວາມຮູ້ທາງດ້ານທິດສະດີ ກັບພຶດຕິກຳກ່ຽວກັບວຽກງານກວດກາ, ເປັນການຍົກສູງຄຸນນະພາບຂອງວຽກງານກວດກາ ແລະ ຮູ້ເຄື່ອນໄຫວກວດກາຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດໃຫ້ຫຼາຍຂຶ້ນ, ນັບມື້ນັບມີບາດກ້າວອັນພົ້ນເດັ່ນ ແລະ ມີປະສິດທິຜົນ.

ຂ່າວ-ພາບ: ມະນີວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version