Home ຂ່າວພາຍໃນ ອັດຕະປື ສະຫຼຸບໂຄງການຮຽນອ່ານ ປະຈໍາປີ 2022

ອັດຕະປື ສະຫຼຸບໂຄງການຮຽນອ່ານ ປະຈໍາປີ 2022

0

ພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື ຈັດກອງປະຊຸມທົບທວນ ແລະ ວາງແຜນກິດຈະກຳ ຂອງໂຄງການຮຽນອ່ານ ປະຈໍາປີ 2022 ຂຶ້ນໃນຫວ່າງແລ້ວນີ້ ທີ່ຫ້ອງປະຊຸມຂອງພະແນກ, ເປັນກຽດເຂົ້າຮ່ວມຂອງ ທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ພາມີ ແກ້ວບຸດຕາ ຫົວໜ້າໂຄງການຮຽນອ່ານແຂວງ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານໂຄງການຮຽນອ່ານ ປະຈໍາປີ 2022 ແລະ ຜ່ານທິດທາງແຜນການກິດຈະກຳໃນປີ 2023 ຊຶ່ງໄລຍະ 1 ປີຜ່ານມາ ການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ທາງໂຄງການໄດ້ສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ໂຮງຮຽນ ແລະ ຊຸມຊົນ ໂດຍພະນັກງານໂຄງການຂັ້ນແຂວງ, ເມືອງ, ຕັ້ງລະບົບການບໍລິຫານ ແລະ ການພັດທະນາອຸປະກອນຕ່າງໆ. ໃນນັ້ນ, ບຸລິມະສິດທໍາອິດຂອງໂຄງການ ແມ່ນເພື່ອໃຫ້ກິດຈະກໍາສ້າງຄວາມເຂັ້ມແຂງ ແລະ ອຸປະກອນສະໜັບສະໜູນ ໄປໃນແນວທາງອັນດຽວກັນກັບຫຼັກສູດແຫ່ງຊາດ ແລະ ໃຫ້ໝັ້ນໃຈວ່າ: ໂຄງການຮຽນອ່ານໄດ້ມີສ່ວນຮ່ວມ ໃນການຜັນຂະຫຍາຍແຜນການການປັບປຸງຄຸນນະພາບການສຶກສາຂອງແຂວງ, ພ້ອມດຽວກັນນັ້ນ ທາງໂຄງການໄດ້ເຮັດວຽກຢ່າງໃກ້ຊິດ ກັບກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາແຂວງອັດຕະປື ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ ໃນການຈັດຕັ້ງປະຕິບັດກິດຈະກຳ, ເຮັດໃຫ້ມີຫຼາຍໆກິດຈະກຳໄດ້ຮັບຜົນສໍາເລັດ ໂດຍໄດ້ໃຊ້ງົບປະມານທີ່ຈະໃຊ້ເຂົ້າໃນການປະຕິບັດໂຄງການຮຽນອ່ານ ທັງໝົດ 4 ຕື້ກ່ວາລ້ານກີບ. ໂຄງການຮຽນອ່ານດັ່ງກ່າວນີ້, ແມ່ນໄດ້ເລີ່ມຈັດຄັ້ງປະຕິບັດ ໄລຍະ ປີ 2019-2023 ໂດຍກໍານົດ 9 ກິດຈະກໍາຫຼັກ ໃນການຈັດຕັ້ງປະຕິບັດແຜນວຽກຂອງໂຄງການ ເປັນຕົ້ນແມ່ນພັດທະນາວິທີການສອນ ແລະ ອຸປະກອນເຄື່ອງມືຕ່າງໆ ເພື່ອປັບປຸງທັກສະການເວົ້າພາສາ ແລະ ການກຽມອ່ານ ແລະ ຂຽນ ສຳລັບນັກຮຽນຫ້ອງກຽມປະຖົມ, ໂດຍສະເພາະກຸ່ມປະຊາກອນທີ່ ດ້ອຍໂອກາດ, ພັດທະນາ ວິທີການສອນ ແລະ ອຸປະກອນເຄື່ອງມືການສອນພາສາລາວ ເພື່ອຕື່ມເຕັມຊ່ອງວ່າງທີ່ ຍັງຂາດໃນຫຼັກສູດໃໝ່ຂອງ ຂັ້ນ ປ.1 ແລະ ປ.2 ສໍາລັບເດັກຜູ້ທີ່ບໍ່ເວົ້າພາສາລາວມາແຕ່ກໍາເນີດ ແລະ ເດັກທີ່ມີຄວາມຫຍຸ້ງຍາກທາງດ້ານການຮຽນຮູ້, ສະໜອງປຶ້ມອ່ານສໍາລັບເດັກ ແລະ ອຸປະກອນຊ່ວຍໃນການຮຽນການສອນທີ່ເໝາະສົມກັບເດັກທີ່ບໍ່ເວົ້າພາສາລາວມາແຕ່ກຳເນີດ ແລະ ເດັກທີ່ມີຄວາມຫຍຸ້ງຍາກທາງດ້ານການຮຽນຮູ້, ສ້າງຄວາມເຂັ້ມແຂງໃຫ້ແກ່ຄູສອນ ຫ້ອງກຽມປະຖົມ (ປ.1 ແລະ ປ.2).

ໂອກາດນີ້, ຜູ້ທີ່ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາເຫັນແລກປ່ຽນບົດຮຽນ ແກ້ໄຂບັນຫາສິ່ງທ້າທາຍ ຂໍ້ຄົງຄ້າງຕ່າງໆຮ່ວມກັນ ປະກອບເຂົ້າໃນແຜ່ນສືບຕໍ່ການປະຕິບັດກິດຈະກຳຂອງໂຄງການຮຽນອ່ານ ໃຫ້ໄດ້ຮັບຜົນດີຕາມຄາດໜາຍທີ່ວາງໄວ້ ໃນປີ 2023.

(ຂ່າວ: ວັດທະນາ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version