Home ຂ່າວຕ່າງປະເທດ ລັດຖະສະພາເອີຣົບ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຫຼຸດຜ່ອນການປ່ອຍອາຍພິດ

ລັດຖະສະພາເອີຣົບ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຫຼຸດຜ່ອນການປ່ອຍອາຍພິດ

0

ຂ່າວຕ່າງປະເທດລາຍງານ ເມື່ອຕົ້ນອາທິດຜ່ານມາ, ລັດຖະສະພາເອີຣົບ (EP) ໄດ້ຮັບຮອງເອົາຮ່າງກົດໝາຍ 2 ສະບັບ ເພື່ອແນໃສ່ຫຼຸດຜ່ອນການປ່ອຍອາຍພິດຂອງບັນດາປະເທດສະມາຊິກ ສະຫະພາບເອີຣົບ (EU) ໃນບາງຂົງເຂດ ແລະ ເພີ່ມທະວີລະບົບນິເວດທຳມະຊາດດູດເອົາທາດຄາບອນ ໄດອອກຊາຍ (Carbon Dioxide) ດ້ວຍຈຳນວນບັດສະໜັບສະໜູນກວມເປັນສ່ວນຫຼາຍ. ຮ່າງກົດໝາຍ 2 ສະບັບດັ່ງກ່າວ ແມ່ນ 2 ໃນຈຳນວນບັນດາຮ່າງກົດໝາຍສຳຄັນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໂດຍອົງການນິຕິບັນຍັດເອີຣົບພິຈາລະນາ ເພື່ອຮັບປະກັນໃຫ້ປະລິມານການປ່ອຍອາຍພິດທັງໝົດຂອງ 27 ປະເທດສະມາຊິກ EU ໃນປີ 2030 ຈະຫຼຸດລົງ 55% ເມື່ອທຽບໃສ່ລະດັບຂອງປີ 1990. ໂດຍຮ່າງກົດໝາຍສະບັບທີໜຶ່ງ, ໄດ້ວາງເປົ້າໝາຍຮອດປີ 2030 ປະລິມານການປ່ອຍອາຍພິດທັງໝົດຂອງບັນດາປະເທດສະມາຊິກ EU ໃນຂົງເຂດຄົມມະນາຄົມທາງບົກ, ລະບົບເຄື່ອງປັບອາກາດສ້າງຄວາມອຸ່ນຢູ່ຕຶກອາຄານຕ່າງໆ, ກະສິກຳ ແລະ ການຄຸ້ມຄອງສິ່ງເສດເຫຼືອຈະຫຼຸດລົງ 40% ເມື່ອທຽບໃສ່ລະດັບຂອງປີ 2005. ໃນຂະນະນັ້ນ, ຮ່າງກົດໝາຍສະບັບທີສອງແມ່ນສຸມໃສ່ເພີ່ມເນື້ອທີ່ປ່າໄມ້, ໜອງບຶງ ແລະ ບັນດາລະບົບນິເວດທຳມະຊາດອື່ນໆທີ່ສາມາດດູດເອົາທາດ Carbon Dioxide ຈາກຫຼືບອາກາດຫຸ້ມໜ່ວຍໂລກ. ຮ່າງກົດໝາຍສະບັບນີ້ວາງເປົ້າ ໝາຍຫຼຸດຜ່ອນການປ່ອຍອາຍພິດສະສົມທີ່ທຽບເທົ່າກັບ Carbon Dioxide ປະມານ 310 ລ້ານໂຕນ. ໃນປີ 2030 ເພີ່ມຂຶ້ນປະມານ 15% ເມື່ອທຽບໃສ່ເປົ້າໝາຍໃນປັດຈຸບັນ ພາຍຫຼັງທີ່ໄດ້ຮັບການຮັບຮອງເອົາ, ບັນດາປະເທດກໍຈະດຳເນີນການພິຈາລະຈາ ແລະ ປ່ອນບັດໃນເດືອນທີ່ຈະມາເຖິງນີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version