Home ຂ່າວຕ່າງປະເທດ ສ້າງວິໄສທັດປະຊາຄົມອາຊຽນຫຼັງປີ 2025

ສ້າງວິໄສທັດປະຊາຄົມອາຊຽນຫຼັງປີ 2025

0

ວິທະຍຸກະຈາຍສຽງຫວຽດນາມລາຍງານ ເມື່ອວັນທີ 20 ມີນາ ຜ່ານມາ, ກອງປະຊຸມຄັ້ງທີ 7 ຂອງກຸ່ມປະຕິບັດງານຂັ້ນສູງກ່ຽວກັບວິໄສທັດປະຊາຄົມສະຫະປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຫຼັງປີ 2025 (HLTF-ACV) ໄດ້ຈັດການທາບທາມຄວາມເຫັນກັບບັນດາຝ່າຍກ່ຽວຂ້ອງ ຊຶ່ງລວມມີ ຄະນະກຳມະການລະຫວ່າງລັດຖະບານອາຊຽນກ່ຽວກັບສິດທິມະນຸດ (AICHR), ສູນຊີວະນາໆພັນອາຊຽນ (ACB) ໂດຍກອງປະຊຸມ HLTF-ACV ໄດ້ຈັດຂຶ້ນທີ່ເກາະ Belitung ຂອງປະເທດອິນໂດເນເຊຍ ເປັນເວລາ 2 ວັນ ໂດຍອິນໂດເນເຊຍ ແລະ ມາເລເຊຍ ເປັນເຈົ້າພາບ ເພື່ອແນໃສ່ສືບຕໍ່ປຶກສາຫາລືກ່ຽວກັບການສ້າງຖະແຫຼງການວິໄສທັດປະຊາຄົມອາຊຽນຫຼັງປີ 2025.

HLTF-ACV ໄດ້ຈັດການທາບທາມຄວາມເຫັນກັບບັນດາຝ່າຍກ່ຽວຂ້ອງ ຊຶ່ງລວມມີ: ຄະນະກຳມະການລະຫວ່າງລັດຖະບານອາຊຽນກ່ຽວກັບສິດທິມະນຸດ (AICHR), ສູນຊີວະນາໆພັນອາຊຽນ (ACB), ສະພາທີ່ປຶກສາດຳເນີນທຸລະກິດອາຊຽນ (ABAC), ສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ (ERIA). ບັນດາການທາບທາມຄວາມເຫັນນີ້ເພື່ອແນໃສ່ຮັບປະກັນວ່າ ການສ້າງວິໄສທັດປະຊາຄົມອາຊຽນຫຼັງປີ 2025 ຈະໄດ້ປະຕິບັດຢ່າງຮອບດ້ານ, ແທ້ຈິງ, ສົມດຸນ ແລະ ກວມລວມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version