Home ຂ່າວການເມືອງ ປະດັບຫຼຽນກາມິດຕະພາບໃຫ້ອະດີດເອກອັກຄະລັດຖະທູດ ສ ເກົາຫຼີ

ປະດັບຫຼຽນກາມິດຕະພາບໃຫ້ອະດີດເອກອັກຄະລັດຖະທູດ ສ ເກົາຫຼີ

0

ຫວ່າງບໍ່ດົນມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ ເກົາຫຼີ ໄດ້ຈັດພິທີປະດັບຫຼຽນກາມິດຕະພາບ ຂອງ ລັດຖະບານ ສປປ ລາວ ໃຫ້ແກ່ ທ່ານ ອິມ ມູ ຮົງ (IM Moohong) ເອກອັກຄະລັດຖະທູດ ແຫ່ງ ສ ເກົາຫຼີ ປະຈໍາ ສປປ ລາວ ທີ່ສໍາເລັດການປະຕິບັດໜ້າທີ່ ຢູ່ ສປປ ລາວ ໃນເດືອນກັນຍາ 2022 ໂດຍໃຫ້ກຽດໃນການປະດັບຫຼຽນຄັ້ງນີ້ ແມ່ນ ທ່ານ ສົງການ ຫຼວງມຸນິນທອນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ ເກົາຫຼີ ໃນພິທີມີຜູ້ເຂົ້າຮ່ວມຈາກສະ ຖານທູດ ແລະ ພະນັກງານກະຊວງການຕ່າງປະເທດ ສ ເກົາຫຼີ ຈໍານວນໜຶ່ງ, ການປະດັບຫຼຽນດັ່ງກ່າວ ແມ່ນເພື່ອເປັນການຍ້ອງຍໍຜົນງານໃນການປະຕິບັດໜ້າທີ່ການທູດ ແລະ ການປະກອບສ່ວນ ອັນສໍາຄັນເຂົ້າໃນ ວຽກງານການຮ່ວມມືລະຫວ່າງສອງປະເທດ.

ໃນພິທີດັ່ງກ່າວ ທ່ານ ສົງການ ຫຼວງມຸນິນທອນ ໄດ້ກ່າວສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ ທ່ານ ອິມ ມູ ຮົງ ທີ່ມີຄວາມຫ້າວຫັນໃນການເສີມສ້າງສາຍພົວພັນຮ່ວມມືສອງຝ່າຍ ແລະ ໃຫ້ການຮ່ວມມື ເຮັດວຽກກັບຝ່າຍລາວ ຊຶ່ງທ່ານໄດ້ປະກອບສ່ວນອັນສໍາຄັນ ໃນການລະດົມຂົນຂວາຍທຶນຮອນ ແລະ ການຊ່ວຍເຫຼືອຈາກພາກລັດ ແລະ ເອກະຊົນ ສ ເກົາຫຼີ ມາຊ່ວຍ ສປປ ລາວ ໂດຍສະເພາະແມ່ນທຶນຮອນທາງດ້ານສາທາລະນະສຸກ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ທຶນຊ່ວຍເຫຼືອອື່ນໆ ເພື່ອມາປະກອບສ່ວນເຂົ້າໃນແຜນພັດທະ ນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ລວມທັງສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງປະຊາຊົນສອງຊາດລາວ ແລະ ສ ເກົາຫຼີ ໃຫ້ມີບາດກ້າວຂະຫຍາຍຕົວ, ເຮັດໃຫ້ຂອບການຮ່ວມມືທີ່ມີຢູ່ແລ້ວ ໄດ້ຮັບການສືບຕໍ່ເສີມຂະຫຍາຍໃຫ້ກວ້າງຂວາງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ຍ້ອນຄວາມບຸກບືນຫ້າວຫັນໃນການປະຕິບັດໜ້າທີ່ວຽກງານຂອງຜູ້ກ່ຽວ ທີ່ໄດ້ກ່າວມາຂ້າງເທິງນັ້ນ, ລັດ ຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງເຫັນດີມອບຫຼຽນກາມິດຕະພາບໃຫ້ ທ່ານ ອິມ ມູ ຮົງ ເພື່ອເປັນ ການສັນລະເສີນຄຸນງາມຄວາມດີຂອງຜູ້ກ່ຽວ.

(ຂ່າວ: ກະຊວງການຕ່າງປະເທດ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version