Home ຂ່າວການເມືອງ ສອງກະຊວງການເງິນ ລາວ-ຫວຽດນາມ ຮ່ວມແລກປ່ຽນບົດຮຽນ

ສອງກະຊວງການເງິນ ລາວ-ຫວຽດນາມ ຮ່ວມແລກປ່ຽນບົດຮຽນ

0

ໃນອາທິດຜ່ານມານີ້, ຄະນະນໍາກະຊວງການເງິນ ສປປ ລາວ, ນໍາໂດຍ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຫົວໜ້າກົມສ່ວຍສາອາກອນ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຄະນະຮັບຜິດຊອບຄົ້ນຄວ້າກົດໝາຍອາກອນທີ່ດິນ ແລະ ສິ່ງກໍ່ສ້າງຂອງກະຊວງການເງິນ ສປປ ລາວ ເຂົ້າຮ່ວມກອງປະຊຸມແລກປ່ຽນບົດຮຽນກັບ ກະຊວງການເງິນ ສສ ຫວຽດນາມ ກ່ຽວກັບການຄົ້ນຄວ້າສ້າງຮ່າງກົດໝາຍວ່າດ້ວຍອາກອນທີ່ດິນ ແລະ ສິ່ງກໍ່ສ້າງ ໂດຍການຕ້ອນຮັບຂອງ ທ່ານ ຫງວຽນ ດຶ່ກ ຈີ ຮອງລັດຖະມົນຕີກະຊວງການເງິນ ສສ ຫວຽດນາມ ພ້ອມດ້ວຍຄະນະ.

ໃນກອງປະຊຸມ, ໄດ້ມີການແລກປ່ຽນບົດຮຽນກ່ຽວກັບການສ້າງ ແລະ ປັບປຸງລະບົບກົດໝາຍວ່າດ້ວຍອາກອນທີ່ດິນ ແລະ ສິ່ງກໍ່ສ້າງຂອງ ສສ ຫວຽດນາມ ເປັນຕົ້ນ ປະເພດດິນ ແລະ ສິ່ງກໍ່ສ້າງທີ່ຖືກເສຍ ແລະ ຍົກເວັ້ນອາກອນ, ການກໍານົດອັດຕາການເກັບ, ບ່ອນອີງໃນການເກັບ, ເວລາແຈ້ງມອບ, ການປະເມີນລາຄາທີ່ດິນ ແລະ ສິ່ງກໍ່ສ້າງ, ການແຍກ ແລະ ຕິດຕາມການເກັບອາກອນ, ການແບ່ງຂັ້ນຄຸ້ມຄອງລາຍຮັບແຕ່ລະຂັ້ນລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການເກັບລາຍຮັບຈາກທີ່ດິນ ແລະ ສິ່ງກໍ່ສ້າງ, ແລກປ່ຽນບົດຮຽນກ່ຽວກັບການປັບປຸງນະໂຍບາຍອາກອນທີ່ດິນ ແລະ ສິ່ງກໍ່ສ້າງ, ລວມທັງປະສົບການໃນການນໍາໃຊ້ລະບົບທັນສະໄໝເຂົ້າໃນການຄຸ້ມຄອງ, ຕິດຕາມການເກັບອາກອນ, ການແບ່ງຄວາມຮັບຜິດຊອບ ໃຫ້ບັນດາຂະແໜງການທີ່ຕິດພັນກັບການຄຸ້ມຄອງ, ມາດຕະການແກ້ໄຂຕໍ່ຜູ້ລະເມີດໃນຂະບວນການເກັບອາກອນທີ່ດິນ ແລະ ສິ່ງກໍ່ສ້າງ, ພ້ອມທັງແລກປ່ຽນບົດຮຽນທີ່ຖອດຖອນໄດ້, ສິ່ງທ້າທາຍ, ຂໍ້ຫຍຸ້ງຍາກ ເວລາເກັບອາກອນ ແລະ ວິທີການແກ້ໄຂບັນຫາຕ່າງໆ.

ໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງການເງິນ ສປປ ລາວ ໄດ້ໃຫ້ຮູ້ສະພາບກ່ຽວກັບເສດຖະກິດມະຫາພາກ ແລະ ງົບປະມານຂອງປະເທດໃຫ້ແກ່ກະຊວງການເງິນ ສສ ຫວຽດນາມ ລວມທັງລາຍງານກ່ຽວກັບການຮ່ວມມື ແລະ ຕີລາຄາສູງຕໍ່ກັບສາຍພົວພັນໃນການຮ່ວມມືລະຫວ່າງທັງສອງປະເທດ ລາວ ແລະ ຫວຽດນາມ ແລະ ສະພາບການຮ່ວມມືຂອງສອງກະຊວງການເງິນ.

ໃນການສ້າງຮ່າງກົດໝາຍວ່າດ້ວຍອາກອນທີ່ດິນ ແລະ ສິ່ງກໍ່ສ້າງ ແມ່ນອີງໃສ່ນະໂຍບາຍ ແລະ ທິດຊີ້ນຳລວມຂອງລັດຖະບານ ກ່ຽວກັບການສ້າງລັດແຫ່ງກົດໝາຍ ແລະ ລະບຽບການ ໂດຍສະເພາະແມ່ນໄດ້ປະຕິບັດຕາມມະຕິ ຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ 5 ປີ (2021-2025), ແຜນການສ້າງ ແລະ ປັບປຸງກົດໝາຍປະຈໍາປີ 2023 ຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 01/ຄປຈ, ລົງວັນທີ 16 ມັງ ກອນ 2023.

ການຄົ້ນຄວ້າສ້າງຮ່າງກົດໝາຍວ່າດ້ວຍອາກອນທີ່ດິນ ແລະ ສິ່ງກໍ່ສ້າງ ແມ່ນນິຕິກໍາໜຶ່ງ ເພື່ອຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍເຫັນໄດ້ຄວາມຈໍາເປັນຕ້ອງປັບປຸງລັດຖະບັນຍັດ ວ່າດ້ວຍພາສີທີ່ດິນ ມາຄົ້ນຄວ້າສ້າງເປັນກົດໝາຍ ເພື່ອເປັນນິຕິກໍາທີ່ເຂັ້ມງວດ ແລະ ຮັດກຸມຂຶ້ນຕື່ມ, ທັງເຮັດໃຫ້ການເກັບອາກອນທີ່ດິນ (ພາສີ ຫລື ຄ່າທໍານຽມການນໍາໃຊ້ທີ່ດິນ) ຄົບຖ້ວນ, ເປັນເອກະພາບໃນຂອບເຂດທົ່ວປະເທດ ແລະ ເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານໃຫ້ຄົບຖ້ວນ ຕາມແຕ່ລະປະເພດການນຳໃຊ້ທີ່ດິນ ແນໃສ່ຮັບປະກັນການເກັບພາສີທີ່ດິນ ໃຫ້ມີຄວາມໂປ່ງໄສ, ຍຸຕິທໍາ, ມີປະສິດທິຜົນ ແລະ ສາມາດກວດສອບໄດ້ ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ເປັນຖານລາຍຮັບທີ່ສໍາຄັນຍືນຍົງຂອງລັດຖະບານ, ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ສໍາລັບ ສິ່ງກໍ່ສ້າງ ແມ່ນຍັງບໍ່ເຄີຍມີການກໍານົດໃຫ້ເສຍອາກອນຈາກການຄຸ້ມຄອງ ຫລື ນຳໃຊ້ສີ່ງປຸກສ້າງ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ລົງເລິກສຶກສາຮອບດ້ານ ເປັນຕົ້ນ ດ້ານນິຕິກຳທີ່ກ່ຽວຂ້ອງ, ປະ ເພດຂອງຊັບສິນ, ການນຳນົດມູນຄ່າ ແລະ ອັດຕາ ທີ່ເໜາະສົມໃນການຈັດເກັບ, ຖ້າຫາກມີການກຳນົດສ້າງເປັນກົດໝາຍ ແລະ ສາມາດເຈັດເກັບລາຍຮັບໄດ້ດີ ແມ່ນຈະເປັນຖານລາຍຮັບໃໝ່ທີ່ໜັ້ັນຄົງອີກອັນໜື່ງໃຫ້ລັດຖະບານ.

ນອກຈາກນັ້ນ, ຄະນະດັ່ງກ່າວ ຍັງໄດ້ມີການລົງເບິ່ງຕົວຈິງກ່ຽວກັບ ການຈັດຕັ້ງປະຕິບັດເກັບອາກອນທີ່ດິນ ແລະ ສິ່ງປຸກສ້າງ ຢູ່ບັນດາເມືອງໃນນະຄອນຮ່າໂນ້ຍ ເພື່ອເປັນການຖອດຖອນບົດຮຽນ ແລະ ສາມາດນໍາມາຜັນຂະຫຍາຍ, ໝູນໃຊ້ເຂົ້າໃນວຽກງານໃຫ້ຖືກຕ້ອງສອດຄ່ອງກັບສະພາບການຕົວຈິງຂອງ ສປປ ລາວ ອີກດ້ວຍ.

ຂ່າວ-ພາບ: ກະຊວງການເງິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version