Home ຂ່າວພາຍໃນ ສ່ວຍສາອາກອນເມືອງສີສັດຕະນາກແຈ້ງການ ກ່ຽວກັບບໍລິສັດທີ່ບໍ່ມາແຈ້ງມອບພັນທະອາກອນ

ສ່ວຍສາອາກອນເມືອງສີສັດຕະນາກແຈ້ງການ ກ່ຽວກັບບໍລິສັດທີ່ບໍ່ມາແຈ້ງມອບພັນທະອາກອນ

0

ວັນທີ 20 ມີນາ 2023 ນີ້, ສ່ວຍສາອາກອນ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ອອກແຈ້ງການ ຄັ້ງທີ 1 ເຖິງ ອຳນວຍການບໍລິສັດ, ບຸກຄົນ, ນິຕິບຸກຄົນ ທີ່ເປັນນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ຂຶ້ນທະບຽນ ຢູ່ຂັ້ນຄຸ້ມຄອງ ສ່ວຍສາອາກອນປະຈຳເມືອງສີສັດຕະນາກ ກ່ຽວກັບບໍລິ ສັດ ທີ່ບໍ່ມາແຈ້ງມອບພັນທະອາກອນ ເປັນປົກກະຕິ 1 ປີຂຶ້ນໄປ ແລະ ບໍລິສັດ ທີ່ບໍ່ມາຍື່ນບົດສະຫລຸບລາຍງານການເງິນ ສົກການບັນຊີ ປະຈຳປີ 1 ປີຂຶ້ນໄປ.

ຜ່ານການກວດກາສຳຫລວດ, ເກັບກາຂໍ້ມູນສະຖິຕິແຈ້ງເສຍ, ມອບພັນທະພາຍໃນເມືອງ ເຫັນວ່າບໍລິສັດ ຫລື ຫົວໜ່ຍທຸລະກິດທີ່ບໍ່ມາແຈ້ງມອບພັນທະອາກອນ, ບໍ່ມາຍື່ນບົດສະຫລຸບລາຍງານການເງິນສົກປີການບັນຊີ 1 ປີຂຶ້ນໄປ ຈໍານວນ 194 ບໍລິສັດ ແມ່ນໃຫ້ເຂົ້າມາພົວພັນ ແຈ້ງມອບພັນທະອາກອນ ແລະ ຍື່ນສະຫລຸບບົດລາຍງານການເງິນປະຈໍາປີ ການເຄື່ອນ ໄຫວຂອງຫົວໜ່ວຍທຸລະກິດດັ່ງກ່າວ ຕໍ່ສ່ວຍສາອາກອນປະຈຳເມືອງສີສັດຕະນາກ ພາຍໃນກຳ ນົດ 15 ວັນລັດຖະການ ນັບແຕ່ມື້ລົງລາຍເຊັນເປັນຕົ້ນ ຖ້າກໍລະນີຍັງ ບໍ່ມາແຈ້ງ, ບໍ່ມາຍື່ນບົດສະຫລຸບບັນຊີປະຈຳປີ ເພື່ອອອກໃບຢັ້ງຢືນການມອບພັນທະອາກອນປະຈຳປີ ສ່ວຍສາອາກອນປະຈຳສີສັດຕະນາກ ຈະໄດ້ປະສານກັບ ຂະແໜງການທີ່ກ່ຽວຂ້ອງ ເພື່ອຂໍລົບລ້າງອອກຈາກຖານຂໍ້ມູນ, ດຳເນີນປະຕິບັດຕາມລະບຽບກົດໝາຍ ຢ່າງເຂັ້ມງວດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version