Home ຂ່າວຕ່າງປະເທດ ຫວຽດນາມ ກະກຽມການຈັດວາງພາສີອາກອນພື້ນຖານຂັ້ນຕ່ຳທົ່ວໂລກ

ຫວຽດນາມ ກະກຽມການຈັດວາງພາສີອາກອນພື້ນຖານຂັ້ນຕ່ຳທົ່ວໂລກ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານ ເມື່ອວັນທີ 20 ມີນາ ຜ່ານມາ, ກະຊວງແຜນການ ແລະ ການລົງທຶນຂອງຫວຽດນາມ ໄດ້ຈັດກອງປະຊຸມກ່ຽວກັບ “ຜົນກະທົບຂອງພາສີອາກອນພື້ນຖານທົ່ວໂລກ ສຳລັບການດຶງດູດການລົງທຶນຈາກຕ່າງປະເທດຢູ່ຫວຽດນາມ”. ກອງປະຊຸມເພື່ອແນໃສ່ແລກປ່ຽນ, ຮັບເອົາຄວາມເຫັນຂອງບັນດາວິສາຫະກິດ, ສະຫະສະມາຄົມ, ທະນາຄານ, ກອງທຶນ ແລະ ນັກຊ່ຽວຊານເປັນພື້ນຖານໃຫ້ແກ່ການສ້າງບົດລາຍງານຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ກ່ຽວກັບຜົນກະທົບຂອງພາສີອາກອນພື້ນຖານທົ່ວໂລກຕໍ່ການດຶງດູດການລົງທຶນຢູ່ຫວຽດນາມ ແລະ ເປັນເສນາທິການ, ສະເໜີນະໂຍບາຍຈັດວາງຢູ່ຫວຽດນາມ.

ທ່ານ ນາງ ຫງວຽນທິບິກງອກ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ໝວດບັນຫາທີໜຶ່ງແມ່ນ: ຫວຽດນາມ ຄວນດັດປັບນະໂຍບາຍບຸລິມະສິດ, ຊຸກຍູ້ການລົງທຶນຢູ່ ຫວຽດນາມ ຄືແນວໃດ ເພື່ອເໝາະສົມກັບພາສີອາກອນພື້ນຖານທົ່ວໂລກ ແຕ່ຍັງສືບຕໍ່ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ມີລັກສະນະແກ່ງແຍ້ງໃນພາກພື້ນ; ສອງ, ແມ່ນບັນດາວິສາຫະກິດພວມໄດ້ຮັບບຸລິມະສິດໃນການລົງທຶນ ແຕ່ນອນຢູ່ໃນບັນດາເປົ້າໝາຍນຳໃຊ້ພາສີອາກອນພື້ນຖານທົ່ວໂລກ ຄວນມີບັນດາມາດຕະການໃດເພື່ອຈັດວາງຂໍ້ກຳນົດນີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version