Home ຂ່າວຕ່າງປະເທດ ແຟັງລັງ ເປັນປະເທດທີ່ມີຄວາມສຸກທີ່ສຸດໃນໂລກ

ແຟັງລັງ ເປັນປະເທດທີ່ມີຄວາມສຸກທີ່ສຸດໃນໂລກ

0

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 20 ມີນາ ຜ່ານມາ, ບົດລາຍງານຄວາມສຸກໂລກປະຈຳປີ 2023 ເນື່ອງໃນວັນຄວາມສຸກໂລກ 20 ມີນາ ພົບວ່າ ແຟັງລັງຍັງຄົງເປັນປະເທດທີ່ມີຄວາມສຸກທີ່ສຸດໃນໂລກເປັນປີທີ 6 ຕິດຕໍ່ກັນ. ບົດລາຍງານຄວາມສຸກໂລກ ມີ 6 ປັດໄຈທີ່ຜູ້ຄົນທົ່ວໂລກບົ່ງບອກສະຖານະຄວາມສຸກຂອງຕົນເອງໄດ້ແກ່ ການສະໜັບສະໜູນທາງສັງຄົມ, ລາຍໄດ້, ສຸຂະພາບ, ເສລີພາບ, ຄວາມໝັ້ນຄົງ ແລະ ປາສະຈາກການສໍ້ລາດບັງຫຼວງ (Corruption) ເຖິງແມ່ນວ່າໂລກເກີດວິກິດຫຼາຍຢ່າງ ແຕ່ປະຊາກອນໂລກສ່ວນຫຼາຍຍັງທົນໄດ້ ແຟັງລັງຍັງຄົງເປັນປະເທດທີ່ມີຄວາມສຸກທີ່ສຸດໃນໂລກເປັນປີທີ 6 ຕິດຕໍ່ກັນ ສິ່ງທີ່ເຮັດໃຫ້ແຟັງລັງເປັນປະເທດທີ່ມີຄວາມສຸກທີ່ສຸດໃນໂລກ ຜູ້ຊ່ຽວຊານຈາກມະຫາວິທະຍາໄລອັນໂຕ ໃນແຟັງລັງກ່າວວ່າ: ມາຈາກຫຼາຍປັດໄຈເຊັ່ນ ລະບົບສະຫວັດດີການຊ່ວຍໃຫ້ພົນລະເມືອງຮູ້ສຶກວ່າໄດ້ຮັບການເບິ່ງແຍງດູແລ. ປະເທດທີ່ໄດ້ຮັບອັນດັບທີ 2 ໄດ້ແກ່ດານມາກ, ອັນດັບທີ 3 ອິດສະລັງ, ອັນດັບທີ 4 ອິດສະຣາແອນ, ອັນດັບທີ 5 ໂຮນລັງ, ອັນດັບທີ 6 ຊູແອດ, ອັນດັບທີ 7 ນອກແວ, ອັນດັບທີ 8 ສະວິດ, ອັນດັບທີ 9 ລຸກຊຳບວກ ແລະ ອັນດັບທີ 10 ນູແວນເຊລັງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version