Home ຂ່າວພາຍໃນ ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10

ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10

0

ກອງປະຊຸມຄັ້ງທີ 10 ຂອງຫົວໜ້າແພດທະຫານອາຊຽນໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງ ບາງກອກ ຣາຊະອາຈັກໄທ ພາຍໃຕ້ຫົວຂໍ້ ” ການດໍາລົງຊີວິດປົກກະຕິແບບໃໝ່ຫຼັງໂຄວິດ-19; ການຮ່ວມມືດ້ານການແພດ, ແລກປ່ຽນບົດຮຽນປະສົບການນໍາກັນ; ເສີມສ້າງຄວາມເຂົ້າໃຈລະຫວ່າງສະມາຊິກອາຊຽນ ແລະ ທິດທາງການຮ່ວມມືແພດທະຫານອາຊຽນໃນໄລຍະໃໝ່ ແລະ ນະວັດຕະກຳໃໝ່ດ້ານການແພດ. ຄະນະຜູ້ແທນກົມເສນາຮັກ ກອງທັບປະຊາຊົນລາວນໍາໂດຍ ທ່ານ ພັອ ສີທະວົງ ບຸນປະສົງ ຮອງຫົວໜ້າກົມເສນາຮັກ; ມີບັນດາກົມແພດທະຫານອາຊຽນ, ຫົວໜ້າກົມ, ເຈົ້າໜ້າທີ່ອາວຸໂສແພດທະຫານ ແລະ ແພດທະຫານໜຸ່ມເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອປຶກສາຫາລືແລກປ່ຽນຄວາມຄິດເຫັນກ່ຽວກັບການດໍາລົງຊີວິດປົກກະຕິແບບ ໃໝ່ພາຍຫຼັງໂຄວິດ-19, ການຮ່ວມມືດ້ານການແພດ, ແລກປ່ຽນບົດຮຽນປະສົບການນໍາກັນ; ເສີມສ້າງຄວາມເຂົ້າໃຈລະຫວ່າງສະມາຊິກອາຊຽນ ແລະ ທິດທາງການຮ່ວມມືແພດທະຫານອາຊຽນໃນໄລຍະໃໝ່ ແລະ ນະວັດຕະກຳໃໝ່ດ້ານການແພດ.

ຈາກນັ້ນ, ຄະນະຜູ້ແທນແພດທະຫານອາຊຽນໄດ້ໄປຢ້ຽມຢາມສະຖາບັນການແພດທະຫານອາກາດ, ສູນການແພດທະຫານອາຊຽນ ແລະ ທ່ຽວຊົມພະຣາຊະວັງນໍາອີກ. ປະຫວັດຂອງກອງປະຊຸມຫົວໜ້າແພດທະຫານອາຊຽນ ໄດ້ຈັດຂຶ້ນຄັ້ງທໍາອິດທີ່ນະຄອນຫຼວງຮ່າໂນຍ ສສຫວຽດນາມ ໃນປີ 2011 ດ້ວຍຄວາມຄິດລິເລີ່ມຈາກກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນໃນປີ 2010 ທີ່ຫວຽດນາມ; ຕໍ່ມາໄດ້ຈັດຂຶ້ນທຸກໆປີ. ສຳລັບປີ 2017 ເປັນກອງປະຊຸມຄັ້ງທີ 7 ໂດຍກົມເສນາຮັກ ກອງທັບປະຊາຊົນລາວເປັນເຈົ້າພາບ ແລະ ໃນປີ 2019 (ຄັ້ງທີ 9) ໂດຍປະເທດກໍາປູເຈຍເປັນເຈົ້າພາບ; ຫຼັງຈາກນັ້ນ ກໍໄດ້ເລື່ອນຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19. ມາເຖິງປີນີ້ຈຶ່ງໄດ້ຈັດກອງປະຊຸມຄັ້ງທີ 10 ຂຶ້ນທີ່ຣາຊະອານາຈັກໄທ ເປັນເຈົ້າພາບ.

ຂ່າວ-ພາບ: ລັດສະໜີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version