Home ຂ່າວການເມືອງ ພັກນໍາພາ ສ້າງລັດແຫ່ງກົດໝາຍ ເພື່ອຄຸ້ມຄອງສັງຄົມໃຫ້ມີຄວາມຍຸຕິທໍາ

ພັກນໍາພາ ສ້າງລັດແຫ່ງກົດໝາຍ ເພື່ອຄຸ້ມຄອງສັງຄົມໃຫ້ມີຄວາມຍຸຕິທໍາ

0

ພັກນໍາພາ ສ້າງລັດແຫ່ງກົດໝາຍ ເພື່ອຄຸ້ມຄອງສັງຄົມໃຫ້ມີຄວາມຍຸຕິທໍາຄວາມຮູ້ສຶກຂອງ ທ່ານ ຄໍາພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດເນື່ອງໃນໂອກາດວັນສ້າງຕັ້ງພັກ

ທ່ານ ຄໍາພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ ໄດ້ສະແດງຄວາມຮູ້ສຶກ ຕໍ່ວັນດັ່ງກ່າວວ່າ: ພັກປະຊາຊົນ ປະຕິວັດລາວ ໃນຖານະເປັນພັກກໍາອໍານາດໃນລະບົບການເມືອງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ນໍາພາປວງຊົນລາວທັງຊາດ ຕໍ່ສູ້ກູ້ຊາດ ເພື່ອຫຼຸດພົ້ນອອກຈາກແອກປົກຄອງຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ຈົນສາມາດປົດປ່ອຍປະເທດຊາດໃນວັນທີ 2 ທັນວາ 1975, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ນໍາພາປວງຊົນລາວທັງຊາດ ສ້າງສາພັດທະນາປະເທດຊາດ.

ໃນຕະຫຼອດ 68 ປີຜ່ານມາ, ພັກປະຊາຊົນປະຕິວັດລາວ ເປັນພັກທີ່ມີແນວທາງການເມືອງອັນໜັກແໜ້ນ, ສະຫຼາດສ່ອງໃສ ໂດຍຍຶດໝັ້ນລັດທິມາກ-ເລນິນ ເປັນພື້ນຖານທິດສະດີໃນການນໍາພາ, ຊຶ່ງເປັນທິດສະດີທີ່ພາວະວິໄສ, ສອດຄ່ອງກັບສະພາວະຄວາມເປັນຈິງ ຂອງປະເທດເຮົາ, ພັກເປັນຜູ້ວາງແນວທາງນະໂຍບາຍ ເພື່ອໃຫ້ລັດເປັນຜູ້ຈັດຕັ້ງ ແລະ ຜັນຂະຫຍາຍ ເປັນນິຕິກໍາອັນລະອຽດ, ເວົ້າສະເພາະໃຂຂົງເຂດຕຸລາການ ພັກໄດ້ນໍາພາສ້າງລັດຖະທໍາມະນູນ ແລະ ກົດໝາຍ ເພື່ອໃຫ້ຄົນໃນສັງຄົມໄດ້ເຄົາລົບ ແລະ ປະຕິບັດ.

ໃນນາມທີ່ເຮັດວຽກໃນຂົງເຂດປົກປ້ອງກົດໝາຍ ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ທີ່ຢູ່ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ອັນໄດ້ມີແນວທາງອັນສະຫຼາດສ່ອງໃສ ເປັນເຂັມທິດເຍືອງທາງ ໄດ້ຫັນແນວທາງນະໂຍບາຍອັນລະອຽດມາເປັນກົດໝາຍ, ເປັນນິຕິກໍາ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ເພື່ອເຮັດໃຫ້ສັງຄົມມີຄວາມຍຸຕິທໍາ, ມີຄວາມສະຫງົບ, ສ້າງສະຕິກົດໝາຍ ໃຫ້ພົນລະເມືອງໃນສັງຄົມ ໄດ້ເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ, ເພື່ອເຮັດໃຫ້ເປົ້າໝາຍກໍຄືແນວທາງນະໂຍບາຍຂອງພັກປະກົດຜົນເປັນຈິງ ປະຊາຊົນຮັ່ງມີຜາສຸກ ສັງຄົມສີວິໄລ ແລະ ຍຸຕິທໍາ ຂ້າພະເຈົ້າ ຍາມໃດກໍ ເຊື່ອໝັ້ນຢ່າງຕາຍໃຈຕໍ່ການນໍາພາຂອງພັກ ພ້ອມແລ້ວທີ່ຈະປົກປ້ອງແນວທາງນະໂຍບາຍຂອງພັກ, ຕອບໂຕ້ຕໍ່ທຸກກົນອຸບາຍເລ່ຫຼ່ຽມຂອງອິດທິກໍາລັງປໍລະປັກ ທີ່ຫວັງມ້າງເພທໍາລາຍພັກ, ການແຊກແຊງປັ່ນປ່ວນຂອງສັດຕູ, ຈະຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນ, ຈັນຍາທໍາ ແລະ ຄວາມຮັບຜິດຊອບໜ້າທີ່ການເມືອງ ທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້ສໍາເລັດຜົນ, ຈະຕັ້ງໜ້ານໍາເອົາແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງຂອງພັກ ໄປຜັນຂະຫຍາຍເຂົ້າໃນຊີວິດຕົວຈິງ ວຽກງານຕົວຈິງ ໃຫ້ເກີດປະສິດທິຜົນ, ຈະຕັ້ງໜ້າສຶກສາຮໍ່າຮຽນເອົາແນວຄິດ ຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນບັນດາເຜົ່າ ລວມທັງແບບແຜນການດໍາລົງຊີວິດ ແລະ ແບບແຜນວິທີເຮັດວຽກ ໄປນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ຕໍ່ຊີວິດການປະຕິບັດວຽກງານຕົວຈິງຂອງຂ້າພະເຈົ້າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version