ໃນວັນທີ 27 ສິງຫາ 2025 ນີ້, ຢູ່ໂຮງແຮມ TK Palace Hotel & Convention ທີ່ນະຄອນຫຼວງບາງກອກ ຣາຊະອານາຈັກໄທ ໄດ້ຈັດກອງປະຊຸມຄະນະອະນຸກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ, ໄທ-ລາວ ຄັ້ງທີ 2 ປະຈໍາປີ 2025 ໂດຍການເປັນປະທານຮ່ວມ ຂອງທ່ານ ພົນຈັດຕະວາ ອຸ່ນຄໍາ ສີແຫວນວົງສັກ ຜູ້ບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ, ປະທານຄະນະອະນຸກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ແລະ ທ່ານ ພົນໂທ ນັດຖະພົງ ເພຣົາແກ້ວ ເຈົ້າກົມກິດຈະການຊາຍແດນ ແຫ່ງຣາຊະອານະຈັກໄທ, ປະທານຄະນະອະນຸກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ໄທ-ລາວ ພ້ອມດ້ວຍຄະນະອະນຸກຳມະການ ຂອງທັງສອງຝ່າຍ ເຂົ້າຮ່ວມ.

ກອງປະຊຸມ ໄດ້ປຶກສາຫາລື ແລະ ທົບທວນຄືນຜົນ ຂອງການຮ່ວມມືໃນການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ແລະ ສາຍພົວພັນ ຂອງສອງປະເທດ ລາວ-ໄທ ຕາມບົດບັນທຶກກອງປະຊຸມຄະນະອະນຸກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ທົ່ວໄປ ລາວ-ໄທ, ໄທ-ລາວ ຄັ້ງທີ 1 ປະຈຳປີ 2025 ທີ່ ນະຄອນປາກເຊ ແຂວງຈໍາປາສັກ ສປປ ລາວ ໃນລະຫວ່າງວັນທີ 22-25 ເມສາ 2025 ເຊິ່ງທັງສອງຝ່າຍມີຄວາມຍິນດີທີ່ສາຍພົວພັນ ແລະ ການຮ່ວມມື ຂອງທັງສອງປະເທດໄດ້ມີຄວາມຄືບໜ້າຢ່າງເປັນຮູບປະທຳຫຼາຍຂຶ້ນ, ບົນພື້ນຖານແຫ່ງຄວາມສະເໝີພາບ ແລະ ມີຜົນປະໂຫຍດຮ່ວມກັນສາມາດແກ້ໄຂບັນຫາ ແລະ ເສີມຂະຫຍາຍຄວາມໝັ້ນຄົງຕາມຊາຍແດນ ຂອງທັງສອງປະເທດ, ເຮັດໃຫ້ບໍລິເວນຊາຍແດນສ່ວນຫຼາຍມີຄວາມສະຫງົບຮຽບຮ້ອຍ. ສອງຝ່າຍໄດ້ພ້ອມກັນປະຕິບັດຕາມ ບົດບັນທຶກກອງປະຊຸມຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 29. ທັງສອງຝ່າຍເຫັນດີເປັນເອກະພາບກັນສືບຕໍ່ກໍານົດແນວທາງ ແລະ ມາດຕະການທີ່ເໝາະສົມໃນການສົ່ງເສີມການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ໄທ, ສືບຕໍ່ເພີ່ມທະວີສ້າງສາຍພົວພັນການຮ່ວມມືທີ່ດີຕໍ່ກັນຖານບ້ານໃກ້ເຮືອນຄຽງ ເປັນຕົ້ນແມ່ນຈະສືບຕໍ່ການແລກປ່ຽນ ການຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງ ຄະນະຜູ້ແທນຂັ້ນຕ່າງທັງສອງຝ່າຍເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ດໍາເນີນມາດຕະການທີ່ຈໍາເປັນພາຍໃຕ້ກົດໝາຍ ຂອງແຕ່ລະປະເທດ ພ້ອມທັງເພີ່ມ ທະວີການຮ່ວມມືຢ່າງຈິງຈັງໃນການຕ້ານ ແລະ ສະກັດກັ້ນ ຜູ້ລັກລອບນຳພາຄົນເຂົ້າເມືອງຜິດກົດໝາຍ ລວມທັງໃຫ້ການຮ່ວມມືດ້ານແຮງງານ ແລະ ການຕໍ່ຕ້ານການຄ້າມະນຸດ, ການຄ້າຢາເສບຕິດ, ຮ່ວມມືກັນຕ້ານການກໍ່ອາຊະຍາກໍາຂ້າມຊາດ ແລະ ກຸ່ມຄົນທີ່ບໍ່ຫວັງດີຕໍ່ສາຍພົວພັນ ລາວ-ໄທ, ໄທ-ລາວ, ການປ້ອງກັນ ຕາຝັ່ງເຈື່ອນ, ການຈັດວາງກໍາລັງເພື່ອຄຸ້ມຄອງ ແລະ ປ້ອງກັນບັນຫາທີ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຊາຍແດນ ລາວ- ໄທ, ໄທ-ລາວ, ສົ່ງເສີມການຮ່ວມມືດ້ານການແພດທະຫານ ລະຫວ່າງ ກອງທັບປະຊາຊົນລາວ ກັບ ກອງທັບໄທ ແລະ ແລກປ່ຽນດ້ານວັດທະນະທຳ ແລະ ກິລາ ລະຫວ່າງ ສອງກອງທັບ ລາວ-ໄທ ໃຫ້ເປັນຮູບປະທຳຢ່າງຕໍ່ເນື່ອງ.
ກອງປະຊຸມ ໄດ້ສໍາເລັດລົງ ດ້ວຍໝາກຜົນອັນຈົບງາມ ປະທານຮ່ວມທັງສອງຝ່າຍໄດ້ລົງນາມໃນບົດບັນທຶກກອງປະຊຸມຄະນະອະນຸກໍາມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທ, ໄທ-ລາວ ຄັ້ງທີ 2 ປະຈຳປີ 2025 ເພື່ອຮັບຮອງເອົາຜົນ ຂອງກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາຕົວຈິງນັບມື້ນັບຫຼາຍຂຶ້ນ ແລະ ເພື່ອແນໃສ່ເຮັດໃຫ້ຊາຍແດນຂອງສອງປະເທດ ລາວ-ໄທ, ໄທ-ລາວ ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການພັດທະນາ ແລະ ການຮ່ວມມືກັນຢ່າງແທ້ຈິງ.
ໂດຍ: ອາຫວຸ້ນ ອິນຫຼວງເຮືອງ