Home ຂ່າວການເມືອງ ຍ້ອນພັກນໍາພາ ປະຊາຊົນມີຊີວິດການເປັນຢູ່ແບບອີ່ມໜໍາສໍາລານ ແລະ ມີຄວາມຜາສຸກ

ຍ້ອນພັກນໍາພາ ປະຊາຊົນມີຊີວິດການເປັນຢູ່ແບບອີ່ມໜໍາສໍາລານ ແລະ ມີຄວາມຜາສຸກ

0

ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ (22/3/1955-22/3/2023) ສະຫາຍ ຊຸຊາດ ໄຊຍະກຸມມານ ກໍາມະການຄະນະພັກ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ກ່າວວ່າ: ພັກປະຊາຊົນ ປະຕິວັດລາວ ແມ່ນອົງການຈັດຕັ້ງທາງການເມືອງສູງສຸດຂອງຊົນຊັ້ນກໍາມະກອນ, ເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນປະໂຫຍດ ຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານທີ່ຮັກຊາດ ແລະ ຂອງຊາດລາວທັງໝົດ.

ພາລະກໍາຂອງພັກ ແມ່ນຜູ້ນໍາພາ ຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານທີ່ຮັກຊາດ ແລະ ຂອງຊາດລາວທັງໝົດໃຫ້ມີຊີວິດການເປັນຢູ່ແບບອີ່ມໜໍາສໍາລານ ແລະ ມີຄວາມຜາສຸກ. ພາຍຫຼັງຍາດໄດ້ອໍານາດການປົກຄອງມາສູ່ກໍາມື, ບັນຫາທີ່ເປັນກຸນແຈ ມີຄວາມໝາຍຕັດສິນ ແມ່ນກໍ່ສ້າງສັງຄົມໃໝ່ ແລະ ປົກປັກຮັກສາໜາກຜົນຂອງການປະຕິວັດ, ທາດແທ້ຂອງກົງຈັກລັດ ແມ່ນລັດຂອງປະຊາຊົນ,ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ເຄື່ອນໄຫວພາຍໃຕ້ການນໍາພາຂອງພັກ.

ຕະຫຼອດ 68 ປີຜ່ານມາ, ພຶດຕິກໍາຕົວຈິງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຈຸດປະສົງຂອງພັກປະຊາຊົນປະຕິວັດລາວ ແມ່ນນໍາພາປວງຊົນລາວທັງຊາດ ປົກປັກຮັກສາໜາກຜົນຂອງການປະຕິວັດ ປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ, ດໍາເນີນພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານຂອງພັກ ກໍ່ສ້າງລະບອບປະຊາທິປະໄຕປະຊາຊົນໃຫ້ບັນລຸຈຸດໝາຍສັງຄົມນິຍົມ.

ມາເຖິງປັດຈຸບັນ, ບໍ່ມີໃຜປະຕິເສດໄດ້ເຖິງຜົນງານການນໍາພາຂອງພັກ ເຮັດໃຫ້ປະເທດຊາດມີສະຖຽນລະພາບດ້ານເມືອງທີ່ໜັກແໜ້ນ, ບ້ານເມືອງມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວເປັນກ້າວໆ. ພິເສດໃນສະພາບເສດຖະກິດຂອງປະເທດພົບກັບຄວາມຫຍຸ້ງຍາກ ພັກເຮົາໄດ້ຕັດສິນໃຈ ແກ້ໄຂບັນຫາເສດຖະກິດ-ການເງິນ ເປັນວາລະແຫ່ງຊາດ ເຮັດໃຫ້ສະພາບເສດຖະກິດຄ່ອຍດີຂຶ້ນເປັນລໍາດັບ ແລະ ຜົນງານດ້ານອື່ນໆອີກ.

ໃນໂອກາດ, ວັນແຫ່ງຄວາມພາກພູມໃຈນີ້, ຂ້າພະເຈົ້າຂໍອວຍພອນອັນປະເສີດມາຍັງບັນດາການນຳພັກ-ລັດ ຈົ່ງມີຄວາມເຂັ້ມແຂງແຮງກ້າ ສືບຕໍ່ນໍາພາປະເທດຊາດກ້າວຂຶ້ນຕາມຈຸດໝາຍສັງຄົມນິຍົມ.

“ພັກປະຊາຊົນປະຕິວັດລາວໝັ້ນຍືນ”

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version