Home ຂ່າວຕ່າງປະເທດ ມຽນມາ ຈັດກອງປະຊຸມເວທີປຶກສາຫາລື ວ່າດ້ວຍຄວາມປອດໄພ ດ້ານການທ່ອງທ່ຽວຈີນ-ອາຊຽນ

ມຽນມາ ຈັດກອງປະຊຸມເວທີປຶກສາຫາລື ວ່າດ້ວຍຄວາມປອດໄພ ດ້ານການທ່ອງທ່ຽວຈີນ-ອາຊຽນ

0

ວິທະຍຸສາກົນແຫ່ງ ສປ ຈີນ, ວັນ​ທີ 25 ສິງ​ຫາ​ນີ້, ກອງ​ປະ​ຊຸມ ​ເວ​ທີ​ປຶກ​ສາ​ຫາ​ລື ​ວ່າ​ດ້ວຍ ​ຄວາມ​ປອດ​ໄພ ​ດ້ານ​ການ​ທ່ອງ​ທ່ຽວ​ຈີນ-ອາ​ຊຽນ ໄດ້​ຈັດ​ຂຶ້ນ​ ຢູ່​ນະ​ຄອນ​ຢາງ​ກຸງ​ ຂອງ​ມຽນ​ມາ, ເພື່ອ​ຄົ້ນ​ຄວ້າ​ ວິ​ທີ​ແກ້​ໄຂ ​ທີ່​ຕິດ​ແທດ​ຕົວ​ຈິງ ແລະ ສ້າງ​ກົນ​ໄກ​ ການ​ຮ່ວມ​ມື ກ່ຽວ​ກັບ​ ການ​ສ້າງ​​ຄວາມ​ເຂັ້ມ​ແຂງ​ ດ້ານ​ຄວາມ​ປອດ​ໄພ ຊຸກ​ຍູ້​​ການພັດ​ທະ​ນາ​ ການ​ທ່ອງ​ທ່ຽວ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ຂອງ​ພາກ​ພື້ນ. ທ່ານ ກາວ​ກິມ​ຮຸນ ເລ​ຂາ​ທິ​ການ​ໃຫຍ່​ ອາ​ຊຽນ​ ໄດ້​ກ່າວ​ຄຳ​ປາ​ໄສ ​ຜ່ານ​ທາງວີ​ດີ​ໂອ​ວ່າ ບັນ​ດາ​ປະ​ເທດ​ ສະ​ມາ​ຊິກ​ ອາ​ຊຽນ​ ຄວນ​ແບກ​ຫາບ​ ຄວາມ​ຮັບ​ຜິດ​ຊອບ​ ຮ່ວມ​ກັນ, ຮ່ວມ​ມື​ກັນ ​ເສີມ​ສ້າງ​ສິ່ງ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ ແລະ ລົງ​ເລິກ​ການ​ຮ່ວມ​ມື​ ດ້ານ​ຄວາມ​ປອດ​ໄພ, ຊຸກ​ຍູ້​​​ການພັດ​ທະ​ນາ​ ການ​ທ່ອງ​ທ່ຽວ, ເພີ່ມ​ທະ​ວີ​ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ດ້ານ​ວັດ​ທະ​ນະ​ທຳ. ອາ​ຊຽນ ແລະ ສປ ຈີນ​ ມີ​ກຳ​ລັງ​ແຮງ​ບົ່ມ​ຊ້ອນ ​ອັນ​ໃຫຍ່ຫລວງ ​ໃນ​ການ​ຮ່ວມ​ມື ​ດ້ານ​ການ​ທ່ອງ​ທ່ຽວ, ຄວນ​ຊຸກ​ຍູ້​ ການ​ຮ່ວມ​ມື ​ເພື່ອ​ຮັກ​ສາ​ຄວາມ​ປອດ​ໄພ ​ດ້ານ​ການ​ທ່ອງ​ທ່ຽວ ​ລະ​ຫວ່າ​ງ​ອາ​ຊຽນ​ກັບ ສປ ຈີນ ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ ​ເພື່ອສ້າງ​ຕົວ​ແບບ ​ຂອງ​ການ​ພັດ​ທະ​ນາ ແລະ ​ຄວາມຈະ​ເລີນ​ຮຸ່ງ​ເຮືອງ​ພ້ອມ​ກັນ. ໃນ​ໄລ​ຍະ​ດຳ​ເນີນ ກອງ​ປະ​ຊຸມ​ ດັ່ງ​ກ່າວ, ຝ່າຍ​ຕ່າງໆ ​ທີ່​ເຂົ້າ​ຮ່ວມ ກອງ​ປະ​ຊຸມ ​ໄດ້​ປຶກ​ສາ​ຫາ​ລື ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ຕ່າງໆ ເຊັ່ນ: ​ການຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ ດ້ານ​ຄວາມ​ປອດ​ໄພ​ ໃນ​ພາກ​ພື້ນ, ການ​ປະ​ສານ​ງານ​ດ້ານ​ນະ​ໂຍ​ບາຍ ແລະ ​ວິ​ທີ​ປະ​ຕິ​ບັດ​ຂອງ​ທຸກ​ປະ​ເທດ, ອົບ​ຮົມ​ຕຳຫຼວດ​ດ້ານ​ການ​ທ່ອງ​ທ່ຽວ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃໝ່​ ເພື່ອ​ສ້າງ​ລະ​​ບົບນິ​ເວດ ແລະ ຮູບ​ແບບ ​ການ​ບໍ​ລິ​ຫານ ການ​ທ່ອງ​ທ່ຽວ ​ທີ່​ປອດ​ໄພ ແລະ​ອື່ນໆ, ພ້ອມ​ທັງ​ ໄດ້​ຮັບ​ຮອງ​ຂໍ້​ລິ​ເລີ່ມ​ ການ​ຮ່ວມ​ມືເພື່ອ​ຄວາມ​ປອດ​ໄພ​ ດ້ານ​ການ​ທ່ອງ​ທ່ຽວ​ ທີ່​ສະ​ເໜີ​ໂດຍ ​ສູນ​ຈີນ-ອາ​ຊຽນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version