0

ລັດຖະມົນຕີກະຊວງການເງິນ ໂອ້ລົມພາກທຸລະກິດ

ທົດລອງໂອນຫົວໜ່ວຍທຸລະກິດ ໃຫ້ແຂວງຄຸ້ມຄອງ

ຂປລ. ໃນໂອກາດ ເຂົ້າຮ່ວມເປັນປະທານກອງປະຊຸມ ປະຖົມນິເທດໃຫ້ຫົວໜ່ວຍທຸລະກິດໃນການທົດລອງໂອນຫົວໜ່ວຍທຸລະກິດໃຫ້ 9 ແຂວງຄຸ້ມຄອງປະຈໍາປີ 2023 ໃນວັນທີ 17 ມີນາ 2023 ຜ່ານມານີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ ເພື່ອແນະນຳປະຖົມນິເທດກ່ຽວກັບ ກົນໄກການຈັດຕັ້ງປະຕິບັດການແຈ້ງ-ມອບພັນທະລາຍຮັບໃຫ້ບັນດາຫົວໜ່ວຍທຸລະກິດ ທີ່ມອບໃຫ້ 9 ແຂວງຄຸ້ມຄອງໃນປີ 2023 ປະກອບມີ: ແຂວງຫລວງພະບາງ, ຫລວງນໍ້າທາ, ໄຊຍະບູລີ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ອັດຕະປື, ເຊກອງ ແລະ ແຂວງຈໍາປາສັກ.

ທ່ານລັດຖະມົນຕີ ກະຊວງການເງິນ ໄດ້ມີຄຳເຫັນເນັ້ນຕື່ມວ່າ: ບັນດາຫົວໜ່ວຍທຸລະກິດທີ່ມອບໂອນຈາກສູນກາງ ໄປສູ່ບັນດາແຂວງຄຸ້ມຄອງໃນຄັ້ງນີ້ ໃຫ້ນຳໄປຈັດຕັ້ງປະຕິບັດຖືກຕ້ອງຕາມກົນໄກທີ່ໄດ້ກຳນົດໄວ້ ເປັນຕົ້ນ ຫົວໜ່ວຍທຸລະກິດ ຕ້ອງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດການມອບພັນທະສ່ວຍສາອາກອນທຸກປະເພດ, ຄ່າເຊົ່າ, ຄ່າສຳປະທານ, ຄ່າພາກຫລວງ, ຄ່າຊັບພະຍາ ກອນທຳມະຊາດ ແລະ ລາຍຮັບອື່ນໆເຂົ້າງົບປະມານຂອງແຂວງ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນກຳນົດເວລາຕາມກົດໝາຍກໍານົດ, ທັງຕ້ອງໃຫ້ຄວາມຮ່ວມມືກັບອຳນາດການປົກຄອງ ທ້ອງຖິ່ນຂັ້ນແຂວງ ເປັນຕົ້ນ ພະແນກການເງິນແຂວງ, ສ່ວຍສາອາກອນປະຈຳແຂວງ ແລະ ຂະແໜງຄຸ້ມຄອງຊັບສິນແຫ່ງລັດຂອງແຂວງໃນການຕິດຕາມ, ຄຸ້ມຄອງ, ກວດກາ ແລະ ໄລ່ລຽງບັນດາພັນທະລາຍຮັບຕ່າງໆຂອງວິສາຫະກິດຕົນ ຕາມກົດໝາຍ ແລະ ລະບຽບການ, ປະຕິບັດການແຈ້ງ-ມອບລາຍຮັບສ່ວຍສາອາ ກອນທຸກປະເພດຢູ່ແຂວງຕາມກົນໄກຢ່າງເຂັ້ມງວດ.

ການເຮັດທົດລອງ ການມອບຫົວໜ່ວຍວິສາຫະກິດທີ່ສູນກາງຄຸ້ມຄອງ ໃນໄລຍະຜ່ານມາໃຫ້ບັນ ດາແຂວງສືບຕໍ່ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດນັບແຕ່ປີ 2023 ເປັນຕົ້ນໄປ ໂດຍສອດຄ່ອງກັບມະຕິຂອງສະພາແຫ່ງຊາດສະບັບເລກທີ 63/ສພຊ, ລົງວັນທີ 09 ທັນວາ 2022 ເພື່ອໃຫ້ບັນດາແຂວງມີຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ ແລະ ເປັນແຂວງເກີນດຸນທາງດ້ານງົບປະມານ (ລາຍຮັບກຸ້ມລາຍຈ່າຍ ແລະ ມີສ່ວນເຫລືອດຸ່ນດ່ຽງໃຫ້ສູນກາງ), ຊຶ່ງກະຊວງການເງິນ, ກໍໄດ້ມີຄໍາແນະນຳວ່າດ້ວຍການທົດລອງຫັນຫົວໜ່ວຍວິສາຫະກິດ ທີ່ສູນກາງຄຸ້ມຄອງມອບໃຫ້ແຂວງຈັດຕັ້ງປະຕິບັດປີ 2023 ສະ ບັບເລກທີ 0697/ກງ, ລົງວັນທີ 10 ມີນາ 2023 ເພື່ອເປັນບ່ອນອີງໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງພາກລັດພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ກອງປະຊຸມ ຍັງໄດ້ຜ່ານຂໍ້ຕົກລົງລັດຖະມົນຕີກະຊວງການເງິນ ສະບັບເລກທີ 0698/ກງ,ລົງວັນທີ 10 ມີນາ 2023 ວ່າດ້ວຍການເຮັດທົດລອງ ມອບຫົວໜ່ວຍວິສາຫະກິດໃຫ້ 9 ແຂວງຄຸ້ມຄອງ ປີ 2023 ແລະ ໄດ້ຮັບຟັງບັນດາກົມວິຊາການ ແນະນໍາກົນໄກການຈັດຕັ້ງປະຕິບັດວຽກງານໂດຍສະເພາະບາງໜ້າວຽກງານສ່ວຍສາອາກອນ ໃຫ້ໄດ້ຮັບຊາບ ເປັນຕົ້ນ ການຈັດຕັ້ງປະຕິບັດເລກປະຈຳຕົວຜູ້ເສຍອາກອນ, ວິທີການແຈ້ງ-ມອບພັນທະລາຍຮັບງົບປະມານ, ການຍື່ນບົດລາຍງານການເງິນ ແລະ ການກວດກາໄລ່ລຽງອາກອນແບບຄົບຊຸດປະຈຳປີ ລວມທັງຂອດການປະສານງານຕ່າງໆ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ ການໂອນຫົວໜ່ວຍໃຫ້ບັນດາແຂວງ.

ຂ່າວ-ພາບ: ກະຊວງການເງິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version