Home ຂ່າວການເມືອງ ກະຊວງ ປກສ ວາງສີລາລຶກໂຄງການກໍ່ສ້າງອະນຸສາວະລີ ປະທານ ໄກສອນ ພົມວິຫານ

ກະຊວງ ປກສ ວາງສີລາລຶກໂຄງການກໍ່ສ້າງອະນຸສາວະລີ ປະທານ ໄກສອນ ພົມວິຫານ

0

ກະຊວງປ້ອງກັນຄວາມສະຫງົບ ວາງສີລາລຶກໂຄງການກໍ່ສ້າງ ອະນຸສາວະລີ ປະທານ ໄກສອນ ພົມວິຫານ ຢູ່ຕໍ່ໜ້າວິທະຍາຄານການເມືອງ ປກສ ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນ ຫລວງວຽງຈັນ ເພື່ອເປັນອະນຸສອນສະຖານ ຈາລຶກຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງຊາດລາວ.

ໂຄງການກໍ່ສ້າງດັ່ງກ່າວ, ແມ່ນໂຮງຫລໍ່ປະຕິມະກໍາລ້ານຊ້າງ ເປັນຜູ້ຮັບເໝົາປັ້ນຫລໍ່ຮູບປັ້ນປະ ທານ ໄກສອນ ພົມວິຫານ, ເຊິ່ງມີຄວາມສູງ 7,5 ແມັດ, ຫລໍ່ດ້ວຍທອງ ແລະ ໃຊ້ວິຊາການທີ່ຈົບຈາກຂະແໜງວິຈິດສິນ ທີ່ມີພອນສະຫວັນທາງດ້ານສີໄມ້ລາຍມື ແລະ ຊ່າງທີ່ມີຄວາມສຳນິຊໍານານໃນການປັ້ນຫລໍ່, ເຊິ່ງຄາດວ່າທ້າຍເດືອນມິຖຸນາ 2023 ຈະສໍາເລັດການປັ້ນຫລໍ່ຮູບ ປັ້ນປະທານ ໄກສອນ ພົມວິຫານ ແລະ ຈະໄດ້ນໍາມາປະດິດສະຖານໄວ້ຢູ່ຕໍ່ໜ້າວິທະຍາຄານການເມືອງ ປກສ.

ສຳລັບ ໂຄງການກໍ່ສ້າງວິທະຍາຄານການເມືອງ ປກສ ແມ່ນສ່ວນໜຶ່ງຂອງແຜນການຜັນຂະ ຫຍາຍສັນຍາຮ່ວມມືລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ, ເປັນທຶນຊ່ວຍເຫລືອຈາກລັດຖະບານ ສສ ຫວຽດນາມ ດ້ວຍງົບປະມານ 250 ຕື້ດົງ ແລະ ທຶນສົມທົບຈາກລັດຖະບານ ສປປ ລາວ, ໂຄງການດັ່ງກ່າວ ມີເນື້ອທີ່ທັງໝົດ 6,5 ເຮັກຕາ ໂດຍສ້າງໃຫ້ເປັນວິທະຍາຄານກິນ-ນອນ, ອອກແບບອາຄານໃຫ້ສອດຄ່ອງກັບລະບົບການສຶກສາ ທີ່ປະກອບດ້ວຍສິ່ງອໍານວຍຄວາມສະດວກຕ່າງໆ ເປັນຕົ້ນ ສວນທາສາລະນະ, ສະໜາມກິລາ, ສະຖານທີ່ທໍາການຜະລິດ ເພື່ອເປັນບ່ອນຈັດກິດຈະກໍາຂອງນັກສຶກສານອກໂມງຮຽນ, ເປັນສະຖານ ທີ່ສໍາລັບການພັດທະນາຂອງນັກສຶກສາທາງດ້ານສະໝອງ ແລະ ສຸຂະພາບ, ຈະສາມາດຮອງຮັບນັກສຶກສາໄດ້ 1.200 ສະຫາຍ ແລະ ພະນັກງານ, ຄູ-ອາຈານ 150 ສະຫາຍ ໂດຍກຳນົດເວລາດຳເນີນການກໍ່ສ້າງປະມານ 1 ປີ ຈະໃຫ້ສຳເລັດ.

ຂ່າວ: ສຸກສະຫວັດ

ຂໍ້ມູນ: ປກສ ນວ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version