Home ຂ່າວຕ່າງປະເທດ ນັກທ່ອງທ່ຽວສາກົນ ຢ້ຽມຢາມມຽນມາ ເພີ່ມຂຶ້ນ 214%

ນັກທ່ອງທ່ຽວສາກົນ ຢ້ຽມຢາມມຽນມາ ເພີ່ມຂຶ້ນ 214%

0

ສຳນັກຂ່າວຊິນຮວາຂອງ ສປຈີນ, ວັນທີ 15 ເດືອນມີນາ, ກະຊວງ ການໂຮງແຮມ ແລະ ການທ່ອງທ່ຽວ ຂອງ ມຽນມາ ລາຍງານວ່າ: ເມື່ອເດືອນ ມັງກອນ ຜ່ານມາ, ປະລິມານ ນັກທ່ອງທ່ຽວ ສາກົນ ເດີນທາງ ເຂົ້າມາ ຢ້ຽມຢາມ ມຽນມາ ລວມມີ 35.722 ເທື່ອຄົນ, ເພີ່ມຂຶ້ນ 214% ເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີກາຍ. ໃນນັ້ນ ນັກທ່ອງທ່ຽວ ເດີນທາງມາ ທາງອາກາດ ລວມມີ17.884 ເທື່ອຄົນ; ທາງນ້ຳ 89 ເທື່ອຄົນ ແລະ ຜ່ານຊາຍແດນ ທາງບົກ 17.421 ເທື່ອຄົນ. ໃນປີ 2022 ຜ່ານມາ, ປະລິມານ ນັກທ່ອງທ່ຽວ ສາກົນ ເດີນທາງເຂົ້າ ມຽນມາ ບັນລຸ 233.487 ເທື່ອຄົນ. ໃນປີ 2019, ມຽນມາ ໄດ້ຕ້ອນຮັບ ນັກທ່ອງທ່ຽວ ບັນລຸ ຕົວເລກ ສູງເຖິງ 4,36 ລ້ານເທື່ອຄົນ ຊຶ່ງເປັນໄລຍະ ກ່ອນການເກີດ ການແພ່ລະບາດ ຂອງ ພະຍາດໂຄວິດ-19. ໃນປີ 2020, ນັກທ່ອງທ່ຽວສາກົນ ເຂົ້າມາ ມຽນມາ ຫລຸດລົງ ຢ່າງວ່ອງໄວ ເຫລືອ 900.000 ເທື່ອຄົນ ແລະ 130.000 ໃນປີ 2021.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version