Home ຂ່າວຕ່າງປະເທດ ຣັດເຊຍ ເປີດເຜີຍການຄ້າກັບຕ່າງປະເທດ ຈະເລີນເຕີບໂຕ 8,1%

ຣັດເຊຍ ເປີດເຜີຍການຄ້າກັບຕ່າງປະເທດ ຈະເລີນເຕີບໂຕ 8,1%

0

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ສຳນັກງານ ພາສີ ຂອງ ລັດຖະບານກາງ ຣັດເຊຍ ເປີດເຜີຍວ່າ: ໃນປີ 2022, ການຄ້າ ລະຫວ່າງ ປະເທດ ຂອງ ຣັດເຊຍ ບັນລຸ 8,5 ແສນລ້ານໂດລາ ສະຫລັດ, ເພີ່ມຂຶ້ນ 8,1% ເມື່ອທຽບໃສ່ປີຕໍ່ປີ. ຕາມຂໍ້ມູນ ຢ່າງເປັນທາງການ ລະບຸວ່າ: ການສົ່ງອອກຂອງ ຣັດເຊຍ ລວມມີ 5,91 ແສນລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ 19,9%. ໃນຂະນະທີ່ ການນໍາເຂົ້າສິນຄ້າ 2,59 ແສນລ້ານ ໂດລາສະຫະລັດ, ຫລຸດລົງ 11,7% ສົ່ງຜົນ ເຮັດໃຫ້ ຣັດເຊຍ ມີການເກີນດູນ ການຄ້າ 3,32 ແສນລ້ານ ໂດລາ ສະຫະລັດ, ເພີ່ມຂຶ້ນ 66,6% ເມື່ອປີກາຍນີ້. ສ່ວນສິນຄ້າ ສົ່ງອອກ ຂອງ ຣັດເຊຍ ເປັນຕົ້ນ: ນ້ຳມັນ ເຊື້ອໄຟ ແລະ ຜະລິດຕະພັນ ນໍ້າມັນ ກວມເອົາ ມູນຄ່າ 3,83 ແສນລ້ານໂດລາ ສະຫະລັດ ຫລື 64,9% ຂອງ ການສົ່ງອອກທັງໝົດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version