Home ຂ່າວຕ່າງປະເທດ ເດືອນກຸມພາ ສີລັງກາສ້າງລາຍໄດ້ຈາກການທ່ອງທ່ຽວຫຼາຍກວ່າ 169 ລ້ານໂດລາ

ເດືອນກຸມພາ ສີລັງກາສ້າງລາຍໄດ້ຈາກການທ່ອງທ່ຽວຫຼາຍກວ່າ 169 ລ້ານໂດລາ

0

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ທ່ານ ຮາຣິນ ເຟີນານໂດ ລັດຖະມົນຕີວ່າການກະຊວງການທ່ອງທ່ຽວຂອງສີລັງກາໄດ້ເປີດເຜີຍວ່າ: ສີລັງກາສາມາດສ້າງລາຍໄດ້ຈາກການທ່ອງທ່ຽວສູງເຖິງ 169,9 ລ້ານໂດລາ ໃນເດືອນກຸມພາຜ່ານມາ ຊຶ່ງເພີ່ມຂຶ້ນ 169,4 ລ້ານໂດລາໃນປີ 2022.

ທ່ານ ເຟີນານໂດ ກ່າວວ່າ: ຈຳນວນນັກທ່ອງທ່ຽວທີ່ເດີນທາງມາສີລັງກາໃນໄລຍະ 2 ເດືອນທຳອິດຂອງປີ 2023 ສູງເຖິງ 210.000 ຄົນ ຊຶ່ງແບ່ງອອກເປັນເດືອນມັງກອນ 102.545 ຄົນ ແລະ ເດືອນກຸມພາ 107.639 ຄົນ ໂດຍສາມາດສ້າງລາຍໄດ້ລວມ 331,7 ລ້ານໂດລາ. ຂະນະທີ່ຈຳນວນນັກທ່ອງທ່ຽວທີ່ເດີນທາງມາສີລັງກາໃນປີນີ້ ເມື່ອນັບແຕ່ວັນທີ 8 ມີນາ ຢູ່ທີ່ 234.547 ຄົນ ເພີ່ມຂຶ້ນ 9,6% ຈາກໄລຍະເວລາດຽວກັນຂອງປີ 2022 ໂດຍມີຣັດເຊຍ, ອິນເດຍ ແລະ ເຢຍລະມັນ ເປັນຕະຫຼາດນັກທ່ອງທ່ຽວ 3 ອັນດັບທຳອິດ.

ອີກຢ່າງໜຶ່ງ, ການທ່ອງທ່ຽວ ຊຶ່ງຖືວ່າເປັນໜຶ່ງໃນແຫຼ່ງລາຍໄດ້ຈາກການແລກປ່ຽນເງິນຕາຕ່າງປະເທດທີ່ສຳຄັນຂອງສີລັງກາ ຊຶ່ງພົບກັບພາວະຕົກຕ່ຳເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ລວມເຖິງວິກິດເສດຖະກິດ ແລະ ການເມືອງໃນປະເທດ. ສີລັງກາຕັ້ງເປົ້າໝາຍວ່າ ຈະດຶງດູດນັກທ່ອງທ່ຽວປະມານ 1,5 ລ້ານຄົນໃນປີ 2023 ແລະ 3 ລ້ານຄົນໃນປີ 2024.

Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version