Home ຂ່າວການເມືອງ ຫົວໜ້າ ຄຕພ ຕ້ອນຮັບທູດໄທ ຄົນໃໝ່ ເຂົ້າຢ້ຽມຂໍ່ານັບ

ຫົວໜ້າ ຄຕພ ຕ້ອນຮັບທູດໄທ ຄົນໃໝ່ ເຂົ້າຢ້ຽມຂໍ່ານັບ

0

ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ ກຳ​ມະ​ການສູນກາງພັກ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ (ຄຕພ) ​ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂໍ່ານັບ​ຂອງ ​ທ່ານ ​ນາງ ມໍ​ລະ​ກົດ ສີ​ສະ​ຫວັດ ເອກອັກຄະ​ຣາ​ຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ໃນ​​​ວັນ​ທີ 7 ມີນາ ຜ່ານມາ ທີ່​​ ຄຕພ. ໃນໂອກາດດັ່ງກ່າວ, ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ ໄດ້ສະ​ແດງ​ຄວາມຍິນດີ ແລະ ​ຊົມ​ເຊີຍ ຕໍ່ທ່ານເອກອັກຄະຣາ​ຊະທູດໄທ ທີ່​ໄດ້​ຮັບ​ມອບ​ໝາຍ​ໜ້າ​ທີ່ອັນສໍາຄັນ​ໃຫ້ດໍາລົງຕໍາແໜ່ງເປັນ ເອກ​ອັກ​ຄະຣາ​ຊະທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມແຫ່ງ ຣາ​ຊະ​ອາ​ນະ​ຈັກ​ໄທ ປະ​ຈຳ​ ສ​ປ​ປ ລາວ ຄົນໃໝ່ ແລະ ເຊື່ອໝັ້ນວ່າ ດ້ວຍປະ​ສົບ​ການ​ອັນ​ອຸ​ດົມ​ສົມບູນ​ຂອງທ່ານທູດ, ​ຫວັງ​ຢ່າງ​ຍິ່ງວ່າ ທ່ານ​ທູດຈະສືບຕໍ່ຊຸກຍູ້ ແລະ ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ໄທ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.

ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ ​ໄດ້​ແຈ້ງ​​ໃຫ້​ທ່ານ​ທູດ​ຄົນ​ໃໝ່ຊາບ​ ກ່ຽວ​ກັບ​ ສະ​ພາບ​ການ​ພົ້ນ​ເດັ່ນ​ໃນ​ການ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ພັດ​ທະ​ນາ​ຂອງ ສ​ປ​ປ ລາວ, ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຕີ​ລາ​ຄາ​ສູງ ​ຕໍ່​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ​ສ​ອງ​ລັດ​ຖະ​ບ​ານ ລາວ-ໄທ ໃນ​ໄລ​ຍະ​ຜ່ານ​ມາ, ແຈ້ງ​ໃຫ້​ຊາບ​ ພາ​ລະ​ບົດ​ບາດ​ຂອງ ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ໃນ​ການ​ເປັນ​ເສ​ນາ​ທິ​ການ​ດ້ານ​ການ​ຕ່າງ​ປະ​ເທດໃຫ້​ແກ່​ສູນ​ກາງ​ພັກ ປ​ປ ລາວ, ການ​ພົວ​ພັນ​ດ້ານ​ການ​ທູດ​ປະ​ຊາ​ຊົນ ກໍຄື​ ການ​ສ້າງ​ຕັ້ງສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ໄທ ຄົບ​ຮອບ 30 ປີ ໃນ​ປີ 2023 ທີ່​ມີການ​ຮ່ວມ​ມື​ຢ່າງ​ໃກ້​ຊິດ ແລະ ມີ​ບາດ​ກ້າວ​ຂະ​ຫຍາຍ​ຕົວ​ໃໝ່ ເພື່ອປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ​ສອງ​ປະ​ເທດ ເພື່ອ​ສົ່ງ​ເສີມ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ສົ່ງ​ເສີມ​​ການ​ຄ້າ​, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ ແລະ ​ອື່ນໆ ໃນ​ການ​ຮ່ວມ​ມື ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ສອງ​ປະ​ເທດ; ສະ​ແດງ​ຄວາມຍິນ​ດີ​ ທີ່​ຈະໃຫ້​ການ​ສະ​ໜັບ​ສະ​ໜູນ​ທ່​ານ​ທູດ​ ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ຢູ່ ສ​ປ​ປ ລາວ, ປະ​ກອບ​ສ່ວນເຂົ້າ​ໃນ​ການ​ຊຸກ​ຍູ້​ ສາຍ​ພົວ​ພັນ​ມິດ​ຕະ​ພາບ ​ລາວ-ໄທ ໃຫ້​ນັບ​ມື້ນັບ​ມີ​ການ​ຂະ​ຫຍາຍ​ຕົວ​ຍິ່ງໆ​ຂຶ້ນ ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ມາ​ສູ່​ປະ​ຊາ​ຊົນ​ສອງ​ຊາດ ລາວ-ໄທ ແລະ ໄທ-ລາວ.

​ທ່ານເອກອັກຄະຣາ​ຊະທູດ ໄດ້ສະ​ແດງ​ຄວາມຂອບໃຈ​ເປັນ​ຢ່າງ​ສູງ ​ມາ​ຍັງທ່ານ​​ຫົວໜ້າຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ທີ່ໄດ້ໃຫ້​ກຽດ​ຕ້ອນ​ຮັບ​ການ​ເຂົ້າ​​ຢ້ຽມ​ຂ່ຳ​ນັບ ໃນ​ໂອ​ກາດ​​ການມາ​ຮັບ​ໜ້າ​ທີ່ໃໝ່​ຂອງ​ທ່ານ​ທູດ ແລະ ໃຫ້ຄໍາໝັ້ນສັນຍາ ຈະ​ເຮັດ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ໃນ​ການ​​ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ໄທ-ລາວ ໃຫ້ແຕກດອກອອກ​ຜົນຍິ່ງໆ​ຂຶ້ນ ເພື່ອສືບ​ຕໍ່​ສົ່ງ​ເສີມ​ການ​ຄ້າ, ​ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ ແລະ ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ລະ​ຫວ່າງ 2 ປະ​ເທດ, ພ້ອມ​ທັງ ຫວັງວ່າ​ ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ຂອງ​ຕົນ​ຢູ່ ສ​ປ​ປ ລາວ.

(ຂ່າວ: ຄຕພ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version